ເສັ້ນທາງສ້າງສາຊີຣີຄືນໃໝ່ຍັງຫຍຸ້ງຍາກຢູ່

vovworld - ວັນ​ທີ 5/4, ຢູ່ບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ, ສະ​ຫະ​ພາບ​ເອີ​ລົບ(EU) ແລະ ສະ​ຫະ​ປະ​ຊາ​ຊາດ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຊີ​ຣີ. ກອງ​ປະ​ຊຸມ​ຈະ​ແກ່​ຍາວ​ເປັນ​ເວ​ລາ 2 ວັນຊຶ່ງ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ກໍ​ຄື​ວິ​ວັດ​ການ​ມອບ​ໂອນ​ດ້ານ​ການ​ເມືອງ ແລະ ສ້າງ​ສາ​ປະ​ເທດ​ຊີ​ຣີ​ຄືນ​ໃໝ່. ພາຍຫຼັງ​ເກີດ​ສົງ​ຄາມ​ກາງ​ເມືອງ​ເປັນ​ເວ​ລາ​ກ່​ວາ 6 ປີ, ຊີ​ຣີ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ສ້າງ​ສາ​ລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ, ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າຂອງ​ຄົບ​ທຸກ​ພັກ​ຝ່າຍ​ຢູ່ນີ້. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ສ້າງ​ສາ​ປະ​ເທດ​ຊາດ​ຄືນ​ໃໝ່​ຍັງ​ປະ​ສົບ​ກັບ​ຄວາມ​ລຳ​ບາກ ແລະ ສິ່ງ​ທ້າ​ທາຍຫຼາຍ​ປະ​ການ.

ເສັ້ນທາງສ້າງສາຊີຣີຄືນໃໝ່ຍັງຫຍຸ້ງຍາກຢູ່ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳສະ​ຫະ​ປະ​ຊາ​ຊາດ Nikki Haley
(ພາບ: Reuters)

ສົງ​ຄາມ​ກາງ​ເມືອງ​ທີ່​ແກ່​ຍາວເປັນ​ເວ​ລາ​ກ່​ວາ 6 ປີທີ່​ຜ່ານ​ມາ ໄດ້​ທຳ​ລາຍ​ຊີ​ວິດ​ຂອງ​ກ່​ວາ 400.000 ຄົນ ແລະ ເຮັດ​ໃຫ້​ນັບ​ລ້ານ​ຄົນ​ຕ້ອງ​ໄປ​ອົບ​ພະ​ຍົບ​ຢູ່​ຕ່າງ​ປະ​ເທດ, ອັນ​ໄດ້​ກໍ່​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ເອີ​ລົບ. ກວ່າ 1 ປີ​ທີ່​ຜ່າ​ນ​ມາ, ໄດ້​ມີ​ການ​ເຈ​ລະ​ຈາຫຼາຍ​ຄັ້ງ​ລະ​ຫວ່າງ​ລັດ​ຖະ​ບານ​ຊີ​ຣີ​ກັບ​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ໂດຍສະ​ຫະ​ປະ​ຊາ​ຊາດປົກ​ປ້ອງ ແລະ ໃນ​ມໍ່ໆ​ມາ​ນີ້ ແມ່ນ​ຮອບ​ເຈ​ລະ​ຈາ​ທີ່​ຈັດ​ຂຶ້ນ​ຢູ່ Astana ປະ​ເທດ​ກາ​ຊັກ​ສ​ຖານ​ເມ​ື່ອ​ວັນ​ທີ 15/3 ແຕ່​ກໍ​ລ້ວນ​ແຕ່​ຍັງ​ບໍ່​ທັນ​ໄປ​ສູ່​ເປົ້າ​ໝາຍ​ປາຍ​ທາງ. ​ສາຍ​ເຫດ​ແມ່ນ​ຍ້ອນ​ບັນ​ດາ​ຝ່າຍ ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ໃຫ້​ແກ່​ການມອບ​ໂອນ​ດ້ານ​ການ​ເມືອງ​ກໍ​ຄື​ວິ​ທີ​ແກ້​ໄຂ​ແມ່ນ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່.

     ວິ​ທີ​ແກ້​ໄຂ​ໃໝ່​ຂອງວົງ​ຄະ​ນະ​ຍາດ​ສາ​ກົນ​ກ່ຽວ​ກັບ​ຊີ​ຣີ

    ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ກິດ​ການ​ຊີ​ຣີ​ພວມ​ມີ​ສັນ​ຍານ​ໄດ້​ຮັບ​ການ​ປົວ​ແປງທີ່​ຕັ້ງ​ໜ້າ​ຂະ​ນະ​ທີ່​ມີ​ການ​ປ່ຽນ​ແປງຫຼາຍ​ພໍ​ສົມ​ຄວນ​ກ່ຽວ​ກັບ​ວິ​ທີ​ແກ້​ໄຂ​ຂອງປະ​ຊາ​ຄົ​ມ​ໂລກ ສະ​ຫະ​ພາບ​ເອີ​ລົບ(EU) ໄດ້​ປະ​ກາດ​ເມື່ອ​ວັນ​ທີ 14/3 ກ່ຽບ​ກັບ​ແຜນ​ການ​ທີ່​ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ ແນ​ໃສ່​ຫນູນ​ຊ່ວຍວິ​ວັດ​ການສ້າງ​ສາ​ປະ​ເທດ​ຊີ​ຣີ​ຄືນ​ໃໝ່​. ຕາມນັ້ນ​ແລ້ວ, ສະ​ຫະ​ພາບ​ເອີ​ລົບ(EU) ຖື​ວ່າ ຊີ​ຣີ​ຕ້ອງ​ການ​ມີ “ ພື້ນ​ຖານ​ສັນ​ຕິ​ພາບ​ດ້ວຍການມອບ​ໂອນ ” ໂດຍປະ​ຊາ​ຄົ​ມ​ໂລກ ປົກ​ປ້ອງ, ແທນ​ທີ່ສົງ​ຄາມ​ກາງ​ເມືອງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ປີ ອັນ​ໄດ້​ເຮັດ​ໃຫ້​ກວ່າ 320.000 ຄົນ​ຖືກ​ເສຍ​ຊີ​ວິດ. ສະ​ຫະ​ພາບ​ເອີ​ລົບ(EU) ຈະ​ສວມ​ບົດ​ບາ​ດນຳ​ໜ້າໃນ​ໄລ​ຍະຫຼັງ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ແລະ ບ​ຣຸກ​ແຊນ​ພ້ອມ​ແລ້ວ​ທີ່​ຈະ​ກະ​ທຳ​ໃນ​ທັນ​ທີ່ ຂະ​ນະ​ທີ່ “ວິ​ວັດ ການມອບ​ໂອນ​ດ້ານ​ການ​ເມືອງ​ຢ່າງ​ແທ້​ຈິງ” ຖືກ​ດຳ​ເນີນ​ຢູ່​ຊີ​ຣີ.

     ໃນ​ຂະ​ນະ​ນັ້ນ, ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາກ່ຽວ​ກັບ​ຊີ​ຣີ ຍັງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ. ໃນ​ການ​ກະ​ທຳ​ຄັ້ງຫຼ້າ​ສຸດ ເມື່ອ​ວັນ​ທີ 31/3 ທີ່​ຜ່ານ​ມາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳສະ​ຫະ​ປະ​ຊາ​ຊາດ Nikki Haley ໄດ້​ຍອມ​ຮັບ​ວ່າ ​ທ່ານບໍ່​ຖື​ເລື່ອງ​ລາ​ອອກ​ຈາກ​ຕຳ​ແໜ່ງຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Al Assad ແມ່ນ​ບຸ​ລິ​ມະ​ສິດແຖວ​ໜ້າ​ໃນ​ການ​ເຈ​ລະ​ຈາ​ອີກ​ແລ້ວ ແລະ ວໍ​ຊິງ​ຕັນ​ຢາກ​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນ​ປ່ຽນ​ອັນ​ດີ​ງາມໃຫ້​ແກ່​ຊາວ​ຊີ​ຣີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ Nikki Haley ເນັ້ນ​ໜັກ​ວ່າ ອະ​ນາ​ຄົດ​ຂອງ​ຊີ​ຣີ​ຈະ​ໂດຍ​ແມ່ນ​ຊາວ​ຊີ​ຣີ​ເປັນ​ຜູ້​ຕັດ​ສິນ. ນີ້​ອາດ​ຈະ​ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ປ່ຽນ​ແປງຫຼາຍ​ພໍ​ສົມ​ຄວນ​ໃນ​ນະ​ໂຍ​ບາຍ​ຕາ​ເວັນ​ອອກ​ກາງ​ຂອງ​      ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Donald Trump ເມື່ອ​ທຽບ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ໄໝ​ກ່ອນ ທ່ານ Barak Obama . ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ເຜີຍ​ໃຫ້​ຮູ້ຫຼັກ​ໝັ້ນ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີນັ້ນ ອາດ​ຈະ​ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ໃນ​ເວ​ທີ​ການ​ເມືອງ​ຢູ່​ຊີ​ຣີ. 
ເສັ້ນທາງສ້າງສາຊີຣີຄືນໃໝ່ຍັງຫຍຸ້ງຍາກຢູ່ - ảnh 2
ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ ຊີ​ຣີ Bashar al-Assad
(ພາບ: Reuters)

ໄ​ລຍະ​ທາງສ້າງສາ ຊີຣີ ຄືນ​ໃໝ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເລື່ອງ ອາ​ເມ​ລິ​ກາ, ​ເອີ​ລົບ ​ປ່ຽນ​​ແປງຫລັກ​ໝັ້ນ​ກ່ຽວ​ກັບ ຊີຣີ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ນຳ​ມາ​​ເຊິ່ງສັນຍານ​ຕັ້ງໜ້າ​ໃຫ້​ແກ່​​ສັນຕິພາບຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ປະຊາ​ຄົມ​​ໂລກ ອາດ​ຈະ​ມີ​ຄວາມຫວັງຕໍ່​​ແຜນການ​ສັນຕິພາບ​ໃຫ້​ແກ່ ຊີຣີ ​ໂດຍ​ສະຫະ​ປະຊາ​ຊາດ​ເປັນ​ກາງ, ​ໃນ​ນັ້ນ ທ່ານ al – Assad ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ວິວັດ​ການມອບ​ໂອນ​ສິດ​ອຳນາດ ​ເມື່ອ​ລະບອບ​ຊົ່ວ​ຄາວໄດ້​ຮັບ​ການ​ສ້າງ​ຕັ້ງ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ໃຫ້ ຊີຣີ ມີ​ພື້ນຖານ​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢ່າງ​ແທ້​ຈິງນັ້ນ ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ “​ເພື່ອ​ປະຕິບັດ​ໄດ້​ໂດຍ​ໄວ” ​ເມື່ອການ​​ແຊກ​ແຊງເຂົ້າ ຊີຣີ ຂອງ​ບັນດາ​ຝ່າຍຍັງ​ຄົ​ງຊ້ອນ​ແຝງ​ປັດ​ໃຈ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄດ້​ລ່ວງ​ໜ້າ. ດ້ວຍ​ນະ​ໂຍບາຍ​ບຸລິມະສິດ​ຕ້ານ​ກໍ່​ການ​ຮ້າຍ, ​ໃນ​ສະ​ເພາະ​ໜ້າ ອຳນາດ​ການ​ປົກ​ຄອງ​ຂອງ​ປະທານາທິບໍດີ Trump ອາດ​ຈະ​ພິຈາລະນາ​ເຖິງ​ຄວາ​ມສາມາດ​ສົມທົບ​ກັບ ລັດ​ເຊຍ ກ່ຽວ​ກັບ​ດ້ານ​ການ​ທະຫານ, ​ແຕ່​​ໃນ​ຍາວນານ, ອາ​ເມ​ລິ​ກາ ກຳນົດ ຊີຣີ ຍັງ​ຄົງ​ແມ່ນ​ບໍລິ​ເວນ​ສຳຄັນສຳລັບ​ບັນດາ​ຜົນ​ປະ​​ໂຫຍ​ດດ້ານຄວາມ​ສະຫງົບ​ປອດ​ໄພ​ຂອງ ວໍ​ຊິງ​ຕັນ ຢູ່ ຕາ​ເວັນ​ອອກ​ກາງ, ​ເພາະ​ສະ​ນັ້ນ ຈະ​ບໍ່​ຍອມ​ປະລະ ຫຼື ຢືນ​ຢູ່​ນອກ​ການ​ເຂົ້າ​ຮ່ວມກັບ ລັດ​ເຊຍ ຢ່າງ​ງ່າຍດາຍ. ສ່ວນ ອີ​ຢູ, ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ຊຶ່ງ​ເຄີຍ​ມີບົດບາດທີ່​ອ່ອນ​​ແອ​ໃນ​ສົງ​ຄາມ​ກາງ​ເມືອງຢູ່ ຊີຣີ ນັ້ນ, ປະຈຸ​ບັນ​ພັດ​ຫ້າວຫັນ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນຫາ ຊີຣີ ​ແລະ ຫວັງ​ຢາກ​ເປັນ​ກຳລັງ​ສ້າງສາສັນຕິພາບ​ໃຫ້​ແກ່ ຊີຣີ. ດ້ວຍ​ຄຳ​ຖະ​ແຫຼ​ງທີ່​ເປີດ​​ແງ່​ຫວັງ​ໃຫ້​ມີພື້ນຖານ​ສັນຕິພາບ​ໂດຍມອບ​ໂອນ, ອີ​ຢູ ​ເກືອບ​ຄື​ວ່າ ບໍ່ຄຳນຶງ​ເຖິງ​ບົດບາດ​ຂອງ ລັດ​ເຊຍ ດ້ວຍບົດບາດ​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ IS ຢູ່ ຊີຣີ ​ແລ​ະ ສິ່ງ​ດັ່ງກ່າວ ອາດ​ຈະ​ຖືກ ມົດ​ສະ​ກູ ​ແລະ ບັນດາຝ່າຍປົກ​ປ້ອງ​ອື່ນ ສຳລັບການ​ສູ້​ຮົບ​ຢູ່ ຊີຣີ ຄື ອີຣານ, ຕວກກີ, ອາ​ຮັບ​ເບຍ ຊະ​ອຸ​ດິ…ຈະຍອມຮັບ​ຢ່າງ​ງ່າຍດາຍ​ຫຼື​ບໍ? ພ້ອມ​ກັນ​ນັ້ນ ອະນາຄົດ​ໃນ​ເວທີ​ການ​ເມືອງຢູ່ ຊີຣີ  ຈະ​ສືບ​ຕໍ່​ຖືກ​ຄອບ​ງຳ, ມີ​ຜົນ​ກະທົບ​ໂດຍກົງ​ຈາກ​ບັນດາ​ປັດ​ໃຈ​ອື່ນໆ​ຄື: ຫຼັກ​ໝັ້ນ​​ແຂງ​ກະດ້າງ​ຂອງ​ຝ່າຍ​ຄ້ານ​ກ່ຽວ​ກັບ​ບົດບາດ​ຂອງ​ທ່ານ al – Assad, ບັນດາ​ການ​ປະ​ທະ​ກັນປີນ​ຂັ້ນ​ໄດ​ລະຫວ່າງຊາວ​ມຸດ​ສະ​ລິ​ມນິກາຍ Shiite ​ແລະ Sunni ຊຶ່ງ​ຕົວ​ແທນແມ່ນ​ປະ​ເທດ ອີຣານ ​ແລະ ອາຣັບ​ເບຍ ຊະ​ອຸ​ດິ, ນະ​ໂຍບາຍ​ຂອງ ຕວກກີ ສຳລັບ​ກຸ່ມ​ຊາວ Kurd, ກຳລັງຮັບ​ການ​ມອບ​ໝາຍ​ຕົ້ນ​ຕໍ​ຂອງ ອາ​ເມ​ລິ​ກາ ຢູ່ ຊີຣີ…

        ບັນດາ​ສິ່ງ​ດັ່ງກ່າວ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກນັກ​ໄຈ້​ແຍກ​ວ່າ ​ແມ່ນ​ບັນດາສິ່ງ​ ກີດຂວາງ​ວິວັດທະນາ​ການ​ສ້າງສາ ຊີຣີ ຄືນ​ໃໝ່. ອະນາ​ຄົດ​ຂອງ ຊີຣີ ​ໂດ​ຍຊາວ ຊີຣີ ຕັດສິນ. ​ແຕ່​ເພື່ອ​ໃຫ້​​ສິ່ງ​ດັ່ງກ່າວ ປະກົດ​ຜົນ​ເປັນ​ຈິງ ຄວນ​ມີ​ການ​ຮ່ວມ​ມື​ແບບ​ບໍ່​ຄຳນຶງ ​ເຖິງຜົນ​ປະ​ໂຫຍດຂອງ​ບັນດາ​ຝ່າຍທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ການ​ສ້າງສາ ຊີຣີ ຄືນ​ໃໝ່ ພາຍຫລັງ​ຕົກ​ເຂົ້າ​ໃນສະພາບ​ສົງຄາມ​ກາງ​ເມືອງ ​ເປັນ​ເວລາ 6 ປີ​ແນ່ນອນ​ວ່າ ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ​ນາໆ​ປະການ./.

ຕອບກັບ

ຂ່າວ/ບົດ​ອື່ນ