ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຮັດໃຫ້ການພົວພັນ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ການເດີນທາງໄປຢ້ຽມຢາມປະເທດ ໂອຕາລິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມສຳຄັນ ແລະ ມີຄວາມໝາຍໃຫຍ່ຫຼວງ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ.
ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຮັດໃຫ້ການພົວພັນ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນ ວຽນ, ເລີ່ມຕົ້ນການຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ
(ພາບ: TTXVN)

        ຕອນຄ່ຳວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນ ວຽນ, ເລີ່ມຕົ້ນການຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ, ໄປຢ້ຽມຢາມທາງລັດຖະກິດຢູ່ ສ.ອີຕາລີ ແລະ ໄປຢ້ຽມຢາມສຳນັກ ວາຕີກັງ ແຕ່ວັນທີ 23-28 ກໍລະກົດ. ໃນສະພາບທີ່ ຫວຽດນາມ ແລະ ໂອຕາລິດ ຫາກໍ່ຈັດພິທີສະຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ (01 ທັນວາ 1972 – 01 ທັນວາ 2022), ການຢ້ຽມຢາມປະເທດ ໂອຕາລິດ ຢ່າງເປັນທາງການຄັ້ງນີ້ ແມ່ນເພື່ອຊຸກຍູ້, ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມື, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ນຂຶ້ນຕື່ມ.

        ການເດີນທາງໄປຢ້ຽມຢາມ ສ.ໂອຕາລິດ ແມ່ນການເຄື່ອນໄຫວເປີດສາກໃນການຢ້ຽມຢາມ, ເຮັດວຽກຢູ່ ເອີລົບ ຂອງທ່ານປະທານປະເທດ ຫວໍວັນເຖືອງ. ນີ້ກໍ່ແມ່ນການເດີນທາງໄປຢ້ຽມຢາມ ໂອຕາລິດ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງປະທານປະເທດ.

ການພົວພັນຮ່ວມມືໃນຫຼາຍຂົງເຂດ

        ປີ 1972, ສ. ໂອຕາລິດ ແມ່ນໜຶ່ງໃນບັນດາປະເທດທຳອິດຢູ່ ເອີລົບ ສ້າງສາຍພົວພັນທາງການທູດກັບ ຫວຽດນາມ. ນັບແຕ່ນັ້ນເປັນຕົ້ນມາ, 2 ປະເທດໄດ້ສ້າງການພົວພັນ 2 ຝ່າຍໃນທຸກຂົງເຂດໃຫ້ເລິກເຊິ່ງຂຶ້ນຕື່ມ, ຈາກບັນດາຂົງເຂດການເມືອງ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ.. ໂດຍມີການສັງເກດລວມກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ໂອຕາລິດ ຫງວຽນຈູງກຽນ, ໃຫ້ຮູ້ວ່າ:

        “ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ສ. ໂອຕາລິດ ແມ່ນສາຍພົວພັນພົ້ນເດັ່ນພໍສົນຄວນໃນຈຳນວນບັນດາປະເທດ  ເອີລົບ. ໂອຕາລິດ ແມ່ນປະເທດທຳອິດຮັບຮູ້ ແລະ ສ້າງສາຍພົວພັນທາງການທູດກັບ ຫວຽດນາມ ແລະ ກ່ອນທີ່ ຫວຽດນາມ ລົງນາມໃນສັນຍາສັນຕິພາບຢູ່ ປາຣີ. ປະຈຸບັນ, ໂອຕາລິດ ແມ່ນໜຶ່ງໃນບັນດາຄູ່ຄ້າແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ. ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ໂອຕາລິດ ໃນຈຸດເວລາຍອດສູງແມ່ນເກືອບ 4 ຕື້ USD. ການພົວພັນຮ່ວມມືໄດ້ເປີດກວ້າງສູ່ຂົງເຂດອື່ນ, ຄືການສຶກສາບຳລຸງສ້າງ, ວັດທະນະທຳ.”

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຮັດໃຫ້ການພົວພັນ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂອຕາລິດ Alexander Schallenberg ເມື່ອເດືອນ ເມສາ 2023 ຢູ່ ຮ່າໂນ້ຍ
(ພາບປະກອບ: TTXVN)

        ທາງດ້ານການເມືອງ, ຫວຽດນາມ ແລະ ໂອຕາລິດ ໄດ້ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໂອຕາລິດ Sebanstia Kurz (ເດືອນ ກັນຍາ 2021), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມກອງປະຊຸມສະຫະພັນບັນດາປະທານສະພາແຫ່ງຊາດຢູ່ ໂອຕາລິດ (ເດືອນ ກັນຍາ 2021), ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄປຢ້ຽມຢາມ ໂອຕາລິດ (ເດືອນ ເມສາ 2023). 2 ປະເທດໄດ້ສົມທົບກັນເປັນປະຈຳຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາກົນໄກສາກົນ, ຄື: ສະຫະປະຊາຊາດ, ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ເອີລົບ (ອີຢູ), ເວທີປາໄສຮ່ວມມື ອາຊີ - ເອີລົບ (ອາແຊມ).

        ທາງດ້ານເສດຖະກິດ, ໂອຕາລິດ ນອນໃນກຸ່ມ 10 ຄູ່ຮ່ວມມືສົ່ງອອກແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ແລະ  ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ໂອຕາລິດ ໃນ ອາຊຽນ. ສະເພາະປີ 2022, ວົງເງິນການຄ້າ 2 ສົ້ນບັນລຸເກືອບ 2,8 ຕື້ USD. ໃນ 4 ເດືອນຕົ້ນປີ 2023, ຕົວເລກນີ້ແມ່ນກວ່າ 1 ຕື້ USD. ດ້ວຍບັນດາສັນຍາການຄ້າທີ່ມີຜົນສັກສິດແລ້ວ, ສະພາບແວດລ້ອມນັບມື້ນັບສະດວກ, ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ແຮງງານມີຄຸນນະພາບສູງ, ຫວຽດນາມ ພວມແມ່ນຕະຫຼາດລົງທຶນທີ່ດູດດື່ມຂອງ ໂອຕາລິດ ແລະ ອີຢູ. ໂອຕາລິດ ຢືນອັນດັບທີ 44/143 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າ ຫວຽດນາມ, ດ້ວຍ 41 ໂຄງການມີຜົນສັກສິດດ້ວຍຍອດມູນຄ່າ 148 ລ້ານ USD.

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຮັດໃຫ້ການພົວພັນ ຫວຽດນາມ - ໂອຕາລິດ ໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 3(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ, ຫງວຽນຈູງກຽນ)

ເຮັດໃຫ້ການພົວພັນທຸກດ້ານເລິກເຊິ່ງກວ່າ, ພິເສດແມ່ນການຮ່ວມມືດ້ານການຄ້າ

        ຕາມທ່ານເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ Hans Peter Glanzer ແລ້ວ, ການເດີນທາງໄປຢ້ຽມຢາມປະເທດ ໂອຕາລິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມສຳຄັນ ແລະ ມີຄວາມໝາຍໃຫຍ່ຫຼວງ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ. ສ່ວນຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ, ຫງວຽນຈູງກຽນ ແລ້ວ, ການເດີນທາງໄປຢ້ຽມຢາມ ໂອຕາລິດ ຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ ຈະປະກອບສ່ວນເພີ່ມທະວີການຮ່ວມມື 2 ຝ່າຍ ຫວຽດນາມ - ໂອຕາລິດ ແລະ ການຮ່ວມມືຫຼາຍຝ່າຍຂອງ ຫວຽດນາມ.

        “ນີ້ແມ່ນໂອກາດສຳຄັນເພື່ອຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ໂອຕາລິດ, ເຊິ່ງແມ່ນໜຶ່ງໃນບັນດາປະເທດມີການພົວພັນດ້ານການຄ້າແຖວໜ້າກັບ ຫວຽດນາມ ຢູ່ ເອີລົບ. ການຢ້ຽມຢາມກໍ່ມີຄວາມສຳຄັນຍິ່ງ ຍ້ອນ ໂອຕາລິດ ແມ່ນສູນຮ່ວມມືຫຼາຍຝ່າຍໃຫຍ່ທີ 3 ຂອງໂລກ, ແມ່ນເຂດທີ່ສະຫະປະຊາຊາດໄດ້ຕັ້ງສຳນັກງານຫຼາຍແຫ່ງ. ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງປະທານປະເທດ ກໍ່ມີການເຄື່ອນໄຫວກັບ ສະຫະປະຊາຊາດ ແລະ ບັນດາອົງການຂອງສະຫະປະຊາຊາດ ເພື່ອແນໃສ່ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ”.

        ບົນພື້ນຖານການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ໃນການຢ້ຽມຢາມ ໂອຕາລິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນທຸກດ້ານລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນໃນບາງຂົງເຂດຮ່ວມມືໃໝ່, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການຄ້າເອເລັກໂຕນິກ, ການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງ, ພະລັງງານທົດແທນ, ແຮງງານ ແລະ ການບຳລຸງສ້າງແຮງງານ, ກະສິກຳອັດສະລິຍະ, ການກຳຈັດຂີ້ເຫຍື້ອສິ່ງເສດເຫຼືອ… ພ້ອມທັງ, ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ ໃຫ້ບັນລຸປະສິດທິຜົນ, ກໍຄືຜ່ານ ໂອຕາລິດ, ຊຸກຍູ້ບັນດາປະເທດອື່ນໃນກຸ່ມ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ອີຢູ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ