ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ

(VOVWORLD) - ປະຈຸບັນ, ຫວຽດນາມ ມີຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ອອກແຮງງານຢູ່ 109 ປະເທດ ແລະ ເຂດແຄ້ວນໃນໂລກປະມານ 4,5 ລ້ານຄົນ. 
ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ - ảnh 1  ທ່ານນາງ ປອ ຟານບິກທ້ຽນ, ຊາວ ຫວຽດນາມ ຢູ່ ຮູງກາຣີ

ໃນຊຸມວັນນີ້, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບລ້ານຄົນ ພວມກັບມາປະເທດເພື່ອຕ້ອນຮັບລະດູບານໃໝ່, ບຸນເຕັດຢູ່ບ້ານເກີດເມືອງນອນ, ກໍ່ແມ່ນເພື່ອຊອກຫາບັນດາກາລະໂອກາດລົງທຶນ, ພັດທະນາໃນປະເທດຂອງຕົນ. ນັບແຕ່ກ່ອນມາຮອດປະຈຸບັນ, ລັດ ຫວຽດນາມ ໄດ້ປະຕິບັດຫຼາຍນະໂຍບາຍເພື່ອເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່່ຕ່າງປະເທດ.

        ໃນການພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ ປີ 2018” ທີ່ຈັດຕັ້ງໃນວັນທີ 8 ກຸມພາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຢືນຢັນວ່າ: ສຳລັບປະເທດ ແລະ ຊາດ ຫວຽດນາມ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນເລືອດເນື້ອເຊື້ອໄຂພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກັນໄດ້. ທ່ານປະທານປະເທດ ປາດຖະໜາວ່າ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນັບລ້ານຄົນກໍ່ເປັນຈິດໜຶ່ງໃຈດຽວກັນ, ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ເຈດຈຳນົງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ມີທີ່ຕັ້ງບົດບາດເໝາະສົມໃນເວທີສາກົນ.

ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ - ảnh 2ທ່ານ ເຈີ່ນຮ່ວາເຟືອງ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ  

        ຮັກແພງປະເທດຊາດດ້ວຍຄວາມອົບອຸ່ນ

        ທ່ານນາງ ປອ ຟານບິກທ້ຽນ, ຊາວ ຫວຽດນາມ ຢູ່ ຮູງກາຣີ, ຜູ້ທີ່ໄດ້ດຳລົງຊີວິດຢູ່ຕ່າງປະເທດ ມາເປັນເວລາກ່ວາ 30 ປີແລ້ວ, ແຕ່ວ່າເມື່ອບຸນປີໃໝ່ປະຈຳຊາດວຽນມາໃນແຕ່ລະຄັ້ງ, ທ່ານນາງພັດພະຍາຍາມຈັດສັນວຽກງານເພື່ອໄດ້ກັບມາຕ້ອນຮັບປີໃໝ່ຢູ່ບ້ານເກີດເມືອງນອນ. ໂດຍມີຄວາມຜູກພັນກັບບ້ານເກີດເມືອງນອນ, ມີຫຼາຍໂຄງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ທ່ານນາງ ຟານບິກທ້ຽນ ຖືວ່າ: ຄວາມເອົາໃຈໃສ່ຂອງພັກ, ລັດ ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນລະອຽດທີ່ສຸດດ້ວຍບັນດາວຽກງານຄື: ຢື້ຢາມຖາມຂ່າວປະຊາຄົມ, ຮັບຮູ້ບັນດາຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີແນະຂອງພໍ່ແມ່ປະຊາຊົນ, ຫຼື ຄືການແກ້ໄຂບັນດາບັນຫາກ່ຽວກັບການຈົດທະບຽນສັນຊາດ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຊື້ເຮືອນຢູ່ຢູ່ ຫວຽດນາມ. ຕໍ່ໜ້າບັນດາຄວາມເອົາໃຈໃສ່ນັ້ນ, ທ່ານນາງ ຟານບິກທ້ຽນ ໄດ້ຮັບຮູ້ວ່າ: ບ່ອນຝັງສາຍແຮ່ແຜ່ສາຍບືແມ່ນມີຄວາມໃກ້ຊິດສະໜິດສະໜົມ ແລະ ອົບອຸ່ນທີ່ສຸດ:

        “ພວກຂ້າພະເຈົ້າຮັບຮູ້ໄດ້ການປ່ຽນແປງຢ່າງຈະແຈ້ງນັ້ນແມ່ນຄວາມເອົາໃຈໃສ່ຂອງພັກ, ລັດ, ລັດຖະບານສຳລັບກຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຕົວຢ່າງຄື ພວກຂ້າພະເຈົ້າແມ່ນບັນດາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແຕ່ກໍ່ມີຜູ້ຕາງໜ້າ, ມີທັດສະນະໃນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນການຢັ້ງຢືນຢ່າງຈະແຈ້ງ ແມ່ນທີ່ຕັ້ງບົດບາດຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຊິ່ງໄດ້ຮັບການຮັບຮູ້ຈາກພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ.”

        ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ  ກໍ່ຄືກັບບັນດາຜູ້ເຮັດວຽກງານເບິ່ງແຍງດູແລ, ເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໂອກາດພໍ່ແມ່ປະຊາຊົນກັບມາຢ້ຽມຢາມບ້ານເກີດເມືອງນອນ ຫຼື ສົ່ງເສີມການລົງທຶນ ດຳເນີນທຸລະກິດ, ທຸກໆຄົນລ້ວນແຕ່ໄດ້ເຕື້ອງເຖິງຄຳສັ່ງແນະນຳເລກທີ 45 ຫຼື ມະຕິເລກທີ 36 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ບັນດານະໂຍບາຍນີ້ໄດ້ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍ, ຕະຫຼອດຂອງພັກກອມມູນິດ ຫວຽດນາມ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ເຈີ່ນຮ່ວາເຟືອງ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ບັນດາຂະແໜງການ, ບັນດາພະແນກ, ບັນດາທ້ອງຖິ່ນໃນບໍລິເວນນະຄອນ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ເປັນປະຈຳ ເພື່ອຕິດຕໍ່ກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຫັນບັນດາແນວຄວາມຄິດ, ໂຄງການ, ບັນດາຂໍ້ສະເໜີແນະ, ຂໍ້ສະເໜີຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ້າວເຂົ້າສູ່ການດຳລົງຊີວິດຕົວຈິງໃນວິວັດການສ້າງສາ ແລະ ພັດທະນານະຄອນ. ເຮັດແນວໃດເພື່ອເສີມຂະຫຍາຍກຳລັງແຮງຂອງພໍ່ແມ່ປະຊາຊົນໃນມະຫາສາມັກຄີທົ່ວປວງຊົນທັງຊາດ. ປະຕິບັດຄຳສັ່ງສອນຂອງ ປະທານໂຮ່ຈີມິນ ທີ່ວ່າ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ - ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ””

ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ - ảnh 3 ລາຍການ "ລະດູບານໃໝ່ຢູ່ບ້ານເກີດເມືອງນອນ"

        ເສີມຂະຫຍາຍແຫຼ່ງກຳລັງຄວາມສາມາດບົ່ມຊ້ອນ

        ໂດຍປະຕິບັດຕາມທິດນຳປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກປະຊາຄົມບັນດາເຜົ່າ ຫວຽດນາມ ໄດ້, ໃນຊຸມປີຜ່ານມາ, ພັກ, ລັດ ຫວຽດນາມ ມີຫຼາຍແຜນນະໂຍບາຍ, ນະໂຍບາຍພັດທະນາກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ດຶງດູດຊັບພະຍາກອນມະນຸດ, ກຳລັງແຮງດ້ານວັດຖຸຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນເພື່ອພັດທະນາປະເທດຊາດ.

        ຍ້ອນເຫດນັ້ນ, ປະຈຸບັນ, ໃນທົ່ວປະເທດມີນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 3.546 ຄົນຢູ່ ອາເມລິກາ, ອົດສະຕາລີ, ລັດເຊຍ, ຝຣັ່ງ, ໂຮນລັງ, ການາດາ, ຍີ່ປຸ່ນ… ເຂົ້າຮ່ວມລົງທຶນຢູ່ 51/63 ແຂວງ, ນະຄອນ ດ້ວຍຍອດເງິນລົງທຶນບັນລຸປະມານ 8,4 ຕື້ USD. ບັນດາໂຄງການລົງທຶນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດອະສັງຫະລິມະຊັບ, ການບໍລິການໂຮງແຮມ, ຮ້ານອາຫານ, ການທ່ອງທ່ຽວ, ເຕັກໂນໂລຊີຊອັບແວ…

        ກ່ຽວກັບຈຳນວນເງິນຕາຕ່າງປະເທດທີ່ໂອນມານັ້ນ, ປະຈຸບັນ, ຫວຽດນາມ ນອນໃນຈຳນວນ 10 ປະເທດໄດ້ຮັບການໂອນເງິນຕາຕ່າງປະເທດແຖວໜ້າໃນໂລກ. ຄິດໄລ່ຮອດເດືອນທັນວາ ປີ 2017, ຈຳນວນເງິນຕາຕ່າງປະເທດ ໄດ້ໂອນມາ ຫວຽດນາມ ບັນລຸລະດັບ 5,2 ຕື້ USD, ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີ 2016. ກ່ອນນີ້, ຈຳນວນເງິນຕາຕ່າງປະເທດທີ່ໂອນມາປະເທດຕົ້ນຕໍແມ່ນໃຫ້ຍາດຕິພີ່ນ້ອງເປັນຕົ້ນ, ແຕ່ປະຈຸບັນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເອົາໃຈໃສ່ກ່ວາເຖິງການລົງທຶນດຳເນີນທຸລະກິດຕາມຂອບຂະໜາດຄອບຄົວ ຫຼື ການຮ່ວມສຳພັນລົງທຶນ. ດັ່ງນັ້ນ, ປະລິມານເງິນຕາຕ່າງປະເທດ ແລະ ເລື່ອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພີ່ມທະວີການລົງທຶນຢູ່ ຫວຽດນາມ ມີຄວາມໝາຍບໍ່ແມ່ນໜ້ອຍຕໍ່ການພັດທະນາຂອງປະເທດຊາດ. ບັນດາຜົນງານຂອງປະເທດຊາດບັນລຸໄດ້ໃນປີຜ່ານມາ ມີການຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງສຳຄັນຈາກປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ