ເຫດການສໍາຄັນກ່ຽວຂ້ອງເຖິງສັນຕິພາບໃນແຫຼມເກົາຫຼີຖືກຈັດຂຶ້ນຢູ່ຫວຽດນາມ

(VOVWORLD) -        ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຖືກດໍາເນີນໃນລະຫວ່າງວັນທີ 27  28 ກຸມພາ, ຢູ່ຮ່າໂນ້ຍ ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຂອງທົ່ວໂລກໃນຊຸມວັນຜ່ານມານີ້. ເຫດການສໍາຄັນທີ່ກ່ຽວຂ້ອງເຖິງການສ້າງສັນຕິພາບຢູ່ແຫຼມເກົາຫຼີ ຖືກຈັດຂຶ້ນຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຄູ່ຮ່ວມມືສາກົນທີ່ມີຕໍ່ຫວຽດນາມ ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ວັນທີ 28 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຈະສິ້ນສຸດແຜນການດໍາເນີນງານເປັນເວລາສອງວັນຢູ່ຮ່າໂນ້ຍ. ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເມື່ອວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ໃຫ້ການຊ່ວຍໜູນກະກຽມຢ່າງລອບຄອບຖີ່ຖ້ວນ ໃຫ້ແກ່ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຖິງວ່າໃນໄລຍະເວລາສັ້ນ.

ເຫດການສໍາຄັນກ່ຽວຂ້ອງເຖິງສັນຕິພາບໃນແຫຼມເກົາຫຼີຖືກຈັດຂຶ້ນຢູ່ຫວຽດນາມ - ảnh 1 ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາຕອບສໍາພາດຕໍ່ນັກຂ່າວ VOV

        ມີຄໍາເຫັນຫຼາຍຢ່າງຕໍ່ເລື່ອງ ຫວຽດນາມໄດ້ຮັບການເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່່າງ ອາເມລິກາ - ສປປ.ເກົາຫຼີ ເປັນຈໍານວນຫຼວງຫຼາຍ. ຖ້າຫາກເບິ່ງໃນແງ່ມູມຮັບປະກັນຄວາມສະຫງົບປອດໄພ, ທີ່ຕັ້ງພູມສາດ, ຄວາມຮັກແພງແຂກຄົນຂອງປະເທດເຈົ້າພາບ, ກໍາລັງຄວາມສາມາດໃນການຈັດຕັ້ງເຫດການບັນລຸລະດັບໂລກ ແລ້ວ... ຫວຽດນາມ ລ້ວນແຕ່ຕອບສະໜອງໄດ້ດີ. ແຕ່ ບໍ່ພຽງແຕ່ສະເພາະ ຫວຽດນາມເທົ່ານັ້ນ, ຫາກບາງປະເທດອື່ນຢູ່ໃນພາກພື້ນກໍຕອບສະໜອງໄດ້ບັນດາຄວາມຮຽກຮ້ອງນັ້ນຂອງ  ສປປ.ເກົາຫຼີ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ຕາມທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ແລ້ວ, ຫວຽດນາມໄດ້ຮັບການເລືອກເຟັ້ນ ຍ້ອນວ່າ:

        “ຕ່າງຝ່າຍຕ່າງກໍເຫັນໄດ້ວ່າ ຫວຽດນາມ ມີສິ່ງທີ່ເຂົາເຈົ້າປາດຖະໜາເພື່ອໃຫ້ຝ່າຍກົງກັນຂ້າມ. ຫວຽດນາມ ເປັນສັນຍາລັກຂອງການມຸ່ງມາດປາດຖະໜາຢາກມີສັນຕິພາບ ແລະ ການໄກ່ເກ່ຍ, ຈາກການສູ້ຢັນກັນຫັນໄປສູ່ການເຈລະຈາ, ຈາກຄວາມສົງໄສກັນ ຫັນໄປສູ່ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຈາກສັດຕູກາຍເປັນຄູ່ຮ່ວມມືຂອງກັນ. ດັ່ງນັ້ນ, ຫວຽດນາມ ບໍ່ພຽງແຕ່ແມ່ນສະໜອງສະຖານທີ່, ວຽກງານພະລາທິການ, ຮັບປະກັນຄວາມສະຫງົບປອດໄພ... ລ້າໆໃຫ້ແກ່ການພົບປະເທົ່ານັ້ນ; ຫາກຍັງແມ່ນການສົ່ງເສີມໃຫ້ສອງຝ່າຍ “ຈົ່ງຫຼົງລືມອະດີດຕະການ, ຜ່ານຜ່າຄວາມແຕກຕ່າງກັນ ແລະ ມຸ່ງໄປສູ່ອະນາຄົດ”.

        ໂດຍມີທັດສະນະເຊັ່ນດຽວກັນ, ນັກຄົ້ນຄວ້າດ້ານການເມືອງໃນໂລກຫຼາຍຄົນ ກໍໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີການພົວພັນທີ່ດີງາມກັບທັງ ອາເມລິກາ ແລະ ສປປ.ເກົາຫຼີ. ລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຖິງວ່າເຄີຍເກີດສົງຄາມກໍຕາມ ແຕ່ຫຼັງຈາກນັ້ນ ສອງປະເທດໄດ້ສ້າງການພົວພັນທາງການທູດ ແລະ ປັດຈຸບັນ ກາຍເປັນຄູ່ຮ່ວມມືຂອງກັນ. ນັ້ນແມ່ນການພົວພັນທີ່ປະສົບຜົນສໍາເລັດທີ່ສຸດ. ສ່ວນສໍາລັບການພົວພັນກັບ ສປປ.ເກົາຫຼີ ແມ່ນໄດ້ຮັບການພັດທະນາການພົວພັນມິດຕະພາບແຕ່ປີ 1950 ເປັນຕົ້ນໄປ. ດັ່ງນັ້ນ, ເຖິງວ່າທັງ ອາເມລິກາ ຫຼື ສປປ.ເກົາຫຼີ, ຕ່າງກໍຖືບົດບາດຂອງຫວຽດນາມເປັນສໍາຄັນ. ສ່ວນທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ເລື່ອງຈັດຕັ້ງກອງປະຊຸມສຸດຍອດຄັ້ງນີ້ ຢູ່ຫວຽດນາມ ແມ່ນມີຄວາມໝາຍສໍາຄັນ.

ບຸກທະລຸໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດຫຼາຍຝ່າຍ

        ເລື່ອງຫວຽດນາມ ໄດ້ຮັບການເລືອກເຟັ້ນ ເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ສະແດງໃຫ້ເຫັນວ່າ ຮ່າໂນ້ຍ ມີຄວາມໄວ້ເນື້ອເຊື່ອໃຈທີ່ດີໃນສາຍຕາປະຊາຄົມສາກົນ, ໃນແງ່ມູມ ເປັນຝ່າຍປະກອບສ່ວນຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງຂອງພາກພື້ນ ແລະ ໂລກ. ຍິ່ງກວ່່ານັ້ນ, ເຫດການນີ້ ຍັງແມ່ນບາດກ້າວພັດທະນານະໂຍບາຍພົວພັນຕ່າງປະເທດຫຼາຍຝ່າຍຂອງພັກ, ລັດ. ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າຖືວ່າ ນີ້ແມ່ນບາດກ້າວພັດທະນາທີ່ຈໍາເປັນທີ່ສຸດຂອງການພົວພັນການຕ່າງປະເທດຂອງຫວຽດນາມ. ທິດນໍາ “ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ” ໂດຍພັກໄດ້ຢືນຢັນຢ່າງຈະແຈ້ງໃນກອງປະຊຸມໃຫຍ່ຂອງພັກຊຸດທີ XI (2011). ເລື່ອງຕັດສິນໃຈຮັບໜ້າທີ່ພະລາທິການໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຂອງຫວຽດນາມ ແມ່ນບາດກ້າວບຸກທະລຸໃນການຜັນຂະຫຍາຍແຜນນະໂຍບາຍພົວພັນຕ່າງປະເທດທີ່ຖືກຕ້ອງນີ້”.

        ໃນສະພາບການໂລກາພິວັດ ແລະ ຮ່ວມສໍາພັນຢ່າງແໜ້ນແຟ້ນຄືໃນປັດຈຸບັນ, ສັນຕິພາບ, ຄວາມໝັ້ນຄົງ ຢູ່ແຕ່ລະພາກພື້ນລ້ວນແຕ່ຕິດພັນກັນ ແລະ ບໍ່ອາດແຍກອອກຈາກກັນໄດ້. ຫວຽດນາມ ມີຄວາມຮັບຜິດຊອບຕໍ່ກັບບັນດາບັນຫາທີ່ເປັນຄວາມສົນໃຈລວມຂອງປະຊາຄົມສາກົນ, ເມື່ອຫວຽດນາມທີຄວາມຕ້ອງການ, ປະຊາຄົມສາກົນກໍຈະເອົາໃຈໃສ່, ສະໜັບສະໜູນ ແລະ ໜູນຊ່ວຍຫວຽດນາມ. ແລະດ້ວຍເລື່ອງຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງນີ້, ຫວຽດນາມ ໄດ້ກາຍເປັນໃນວິວັດການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເພື່ອ ພື້ນຖານສັນຕິພາບໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ