ເອີລົບຢືນຢູ່ຕໍ່ຫນ້າໄພກໍ່ການຮ້າຍຫົວຮຸນແຮງ


(vovworld)-ເຫດ​ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ຫລາຍ​ຄັ້ງ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊິກ, ຊື່ງ​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ຖື​ວ່າ ແມ່ນ​ໝາກ​ຫົວ​ໃຈ​ຂອງ ເອີ​ລົບ ໄດ້​ສະ​ແດງ​ໃຫ້​ເຫັນ​ໄພ​ອັນ​ຕະ​ລາຍ​ຂອງ​ຄົນລຸ້ນ​ຫນຶ່ງ “ສົງ​ຄາມ​ສັກ​ສິດ” ໃຫມ່ ​ຢູ່ ເອີ​ລົບ ໂດຍ​ອົງ​ການກໍ່​ການ​ຮ້າຍ "ລັດ​ອິດ​ສະ​ລາມ” IS ປຸກແນວ​ຄິດ​ຫົວ​ຮຸນ​ແຮງໃຫ້. ບໍ່​ທັນ​ມີ​ເວ​ລາ​ໃດ​ທີ່ ເອີ​ລົບ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​​ຕໍ່ຄວາມ​ສະ​ຫງົບ​ປອດ​ໄພ​ທີ່​ຮ້າຍ​ແຮງ​ຄື​ປະ​ຈຸ​ບັນ​ເທື່ອ.

 

ເອີລົບຢືນຢູ່ຕໍ່ຫນ້າໄພກໍ່ການຮ້າຍຫົວຮຸນແຮງ - ảnh 1
ເຫດ​ບຸກ​ໂຈມ​ຕ​ີ​ຢູ່​ສະ​ຫນາມ​ບິນ​ສາ​ກົນ ບ​ຣຸກ​ແຊນ
ພາບ:kenh14.vn

        34 ຄົນ​ເສ​ຍ​ຊີ​ວິດ ແລະ 230 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວ​າງ​ລະ​ເບີດຫລາຍ​ຄັ້ງຢູ່ ສະ​ຫນາມ​ບິນ ແລະ ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ ຢູ່ ນະ​ຄອນ​ຫລວງ​ຂອງ​ປະ​ເທດ​ ແບນ​ຊີກ ໃນ​ຕອນ​ເຊົ້າ​ວັນ​ທີ 22/3 ໄດ້​ເຮັດ​ໃຫ້​ທົ່ວ ໂລກ ສະ​ດຸ້ງ​ໃຈ.ໄພ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ພຽງ​ສອງ​ສາມ​ວັນ​ພາຍ​ຫລັງ ທີ່ຕຳ​ຫລວດ ແບນ​ຊິກ ກັກ​ຂັງ Salah Abdeslam ຜູ້​ຖືກ​ສົງ​ໃສວ່າ​ໄດ້​ປະ​ຕິ​ບັດ​ເຫດກໍ່​ການ​ຮ້າຍ​ຢູ່ ປາ​ຣີ ເມື່ອ​ວັນ​ທີ 13/11/2015. ອົງ​ການ IS ຂະ​ຫນານ​ນາມ​ເອງ ໄດ້​ອອກ​ສຽງ​ຍອມ​ຮັບ​ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ ຢູ່ ບ​ຣຸ​ກ​ແຊນ ແລະ ກ່າວ​ເຕືອນ​ວ່າ “ຊຸມມື້​ມືດ​ມົວ” ຈະ​ມາ​ເຖິງ ຖ້າ​ຫາກ​ຝ່າຍ​ຕາ​ເວັນ​ຕົກ ໂຕ້​ຕອບ.

        ເປັນ​ຫຍັງ ແບ​ນ​ຊິກ ແມ່ນ​ເປົ້າ​ໝາຍ?

       ແບນ​ຊິກ, ໝາກ​ຫົວ​ໃຈ​ຂອງ ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ກຳ​ລັງ​ກໍ່​ການ​ຮ້າຍ​ບໍ່​ແມ່ນບໍ່​ມີ​ສາຍ​ເຫດ. ບ​ຣຸກ​ແຊນ ໄດ້​ຮັບ​ຖື​ວ່າ ແມ່ນ​ເປົ້າ​ໝາຍ​ສະ​ດຸ້ງ​ໄວ​ກວ່າ​ໝູ່​ຢູ່ ເອີ​ລົບ. ຢູ່​ທີ່ນີ້​ໄດ້​ຕັ້ງ​ສຳ​ນັກງານ​ຕົ້ນ​ຕໍ​ຂອງ EU, ນັ້ນ​ແມ່ນສຳ​ນັກ​ງານ​ຂອງ ອົງ​ການ​ຮ່ວມມ​ື​ການ​ທະ​ຫານ​ມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ​ເຫນືອ (NATO), ບັນ​ດາ​ອົງ​ການ ແລະ ບໍ​ລິ​ສັດ​ສາ​ກົນ ແລະ ກໍ​ແມ່ນ​​ສະ​ຖານ​ທີ່​ ຕັ້ງສຳ​ນັກງານ​ອຳ​ນາດ​ກາ​ນ​ປົກ​ຄອງການ​ເມືອງ​​ຂອງ​ລັດ​ຖະ​ບານ​ແບນ​ຊິກ.  ແລະ ຈາກ ບ​ຣຸກ​ແຊນ, NATO ໄດ້​ສົ່ງ​ບັນ​ດາ​ເຮືອ​ບິນ​ສູ້​ຮົບ​ເຂົ້າ​ຮ່ວມ​ບັນ​ດາບັ້ນ​ຮົບ​ຕ້ານ IS ຢູ່​ຕາ​ເວັນ​ອອກ​ກາງ.

        ນັບ​ແຕ່​ເມື່ອ​ພາຍ​ຫລັງ​ເຫດກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ໃນ​ວັນ​ທີ 13/11/2015 ຢູ່ ປາ​ຣີ, ຕຳ​ຫລວດ ແບນ​ຊິກ ໄດ້​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຕຳ​ຫລວດ ຝ​ລັ່ງ ແລະ ອົງ​ການ​ຕຳ​ຫລວດ ເອີ​ລົບ ດຳ​ເນີນ​ການ​​ຕາມ​ລ່າ​ຕົວ​ກໍ່​ການ​ຮ້າຍ​ເປັນ​ຫລາຍ​ຄັ້ງ​ຢູ່​ບ​ຣ​ຸກ​ແຊນ ຊື່ງ​ໝາກ​ຜົນ​ແມ່ນ​ຈັບ​ໄດ້ Salah Abdeslam ຊື່ງ​ແມ່ນຕົວ​ກໍ່​ການ​ຮ້າຍ​ທີ່​ອັນ​ຕະ​ລາຍກວ່າ​ໝູ່. ຜົນ​ການ​ສູ້​ຮົບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ບັນ​ດາ​ອົງ​ການ​ຕ້ານກໍ່​ການ​ຮ້າຍ ຝ​ລັ່ງ ແລະ ແບນ​ຊິກ ຮູ້​ສຶກ​ເພິ່ງ​ພໍ​ໃຈ​ບັນ​ດາ​ການ​ສື​ບ​ສວນ​ສອ​ບ​ສວນກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ຫລາຍ​ຄັ້ງ​ຢູ່ ປາ​ຣີ. ແຕ່​ວ່າ ເຫດ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 22/3 ຢູ່ ບ​ຣຸກ​ແຊນ ໄດ້​ເຮັດ​ໃຫ້​ວົງ​ການ​ຕ້ານ​ກໍ່​ກາ​ນ​ຮ້າຍ​ຂອງ ແບນ​ຊິກ ເວົ້າ​ສະ​ເພາະ ແລະ ເອີ​ລົບ ເວົ້າ​ລ​ວມ ພັດ​ຮູ້​ສຶກ​ສະ​ດຸ້ງ​ໃຈ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນ​ດາ​ຕົວ​ກໍ່​ການ​ຮ້າຍ​ໄດ້  ຊ້ອນ​ຕົວ​ຕໍ່​ຫນ້າ​ບັນ​ດາ​ເຫດກວາດ​ລ້າງ​ຢ່າງ​ລຽນ​ຕິດ​ຂອງ​ຕ​ຳ​ຫລວດ ແບນ​ຊິກ ແລະ ເລື່ອງ​ພວກ​ເຂົາ​ດຳ​ເນີນ​ການກໍ່​ການ​ຮ້າຍ​ຢູ່​ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ ນັ້ນ​ແມ່ນ​ສະ​ຫນາມ​ບິນ​ສາ​ກົນ ແລະ ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ ມໍ່​ກັບ​ສຳ​ນ​ັກ​ງານ​ຂອງ EU ຄື​ດັ່ງ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ແບນ​ຊິກ ກໍ​ຄື​ບັນ​ດາ​ການ​ນຳ ເອີ​ລົບ.

        ເລື່ອງ Salah Abdeslam, ຕົວ​ກໍ່​ການ​ຮ້າຍ​ຖືກ​​ຕາມ​ລ່າ​ຢູ່ ເອີ​ລົບ ອາດ​ຈະ​ຊ້ອນ​ຕົວໃນ​ເວ​ລາ 4 ເດືອນ ຢູ່ ເມືອງ Molenbeek ຢູ່ ນະ​ຄອນ​ຫລວງ ບ​ຣຸກ​ແຊ​ນ ຂອງ ແບນ​ຊິກ ໄດ້​ສະ​ແດງວ່າ ບັນ​ດາ​ພວກ​ຫົວ​ຮຸ​ນ​ແຮງ​ມີ​ເຄືອ​ຄ່າຍ​ໝັ້ນ​ແກ່ນ​ສົມ​ຄວນ​ເພື່ອ​ຫນູນ​ຊ່ວຍ​ບັນ​ດາຕົວກໍ່​ການ​ຮ້າຍ ແລະ ພວກ​ເຂົາ​ພວມ​ສ້າງ​ເຮືອນ​ຮັງ​ກໍ່​ການ​ຮ້າຍ​ຢູ່ ເອີ​ລົບ.

        ໄພ​ກໍ່​ການ​ຮ້າຍ​ຫົວ​ຮຸ​ນ​ແຮງ

        ເຫດ​ບຸກ​ໂຈມ​ຕີ​ຫລາຍ​ຄັ້ງ​ຢູ່ ບ​ຣຸກ​ແຊນ ອີກ​ຄັ້ງ​ຫນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ທົ່ວ​ເອີ​ລົບອາດ​ຈະ​ຖືກ​​ໄພບຸກ​ໂຈມ​ຕີກໍ່​ການ​ຮ້າຍ​. ຕາມ​ຕົວ​ເລກ​ລ້າ​ສຸດ ໂດຍ​ສູນ​ໄຈ້​ແຍກກໍ່​ການ​ຮ້າຍ​ຂອງ ຝ​ລັ່ງ ປະ​ກາດ​ຫວ່າງ​ແລ້ວນີ້, ມີ​ພົນ​ລະ​ເມືອງ ຝ​ລັ່ງ 2.000 ຄົນ, ອັງ​ກິດ 1.600 ຄົນ, ເຢຍ​ລະ​ມັນ 800 ຄົນ ແລະ ແບນ​ຊິກກວ່າ 530 ຄົນ ຖືກ​ຍຸ​ແຍ່​ແກ່​ດຶງ​ອອກ​ຈາກ ເອີ​ລົບ ເພື່ອ​ເຂົ້າ​ຮ່ວມ​ສົງ​ຄາມ​ສັກ​ສິດ. ພວກກໍ່​ການ​ຮ້າຍ​ພວມ​ຮັບ​ສະ​ໝັກ ແລະ ​ຝຶກອົບ​ຮົມ​ບັນ​ດາ​ພົນ​ລະ​ເມືອງ​ ເອີ​ລົບ ດ້ວຍ​ຈຸດໝາຍ​ແມ່ນ​ສົ່ງ​ພວກນີ້​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ ແລະ ດຳ​ເນີນ​ການ​ບຸກ​ໂຈມ​ຕີ. ພວກ​ເຂົາ​ມີ​ບັດ​ຫນັງ​ສື​ສ່ວນ​ຕົວ​ ​ຢ່າງ​ຄົບ​ຖ້ວນເມື່ອ​ມີ​ຄ​ວາມ​ຈຳ​ເປັນ, ຮູ້​ພາ​ສາ​ຕ່າງ​ປະ​ເທດ ແລະ ພູມ​ສາດ​ເປັນ​ຢ່າງ​ດີ, ພິ​ເສດ​ມີ​ທັກ​ສະ​ໃນ​ການ​ນຳ​ໃຊ້​ອາ​ວຸດ. ບັນ​ດາ​ອົງ​ການ​ຕ້ານກໍ່​ກາ​ນ​ຮ້າຍ ເອີ​ລົບ ສະ​ກັດ​ກັ້ນກົນ​ອຸ​ບາຍ​ຫລາຍ​ຢ່າງ ແຕ່​ປະ​ຈຸ​ບັນ ​ວຽກ​ງານ​ຂອງກຳ​ລັງ​ນີ້​​ແມ່ນ​ມີ​ຫລາຍ​ເກີນ​ໄປ ແລະ ແນ່ນອນ​ວ່າ ມີ​ພວກກໍ່​ການ​ຮ້າຍ​ຫລາຍ​ຄົນ​ໄດ້​ຊ້ອນ​ຕົວ​ໂດຍບໍ່​ສາ​ມາດ​ຊອກ​ຫາ​ໄດ້. ຄຽງ​ຄູ່​ກັນ​ນັ້ນ ເອີ​ລົບ ກໍ​ພວມ​ປະ​ເຊີນຫນ້າ​ກັບ​ສະ​ພາບ​ເຕືອນ​ໄພ​ຈາກ​ລຸ້ນ​ຊາວ​ຫນຸ່ມ ອິດ​ສະ​ລາມ, ຊື່ງ​ແມ່ນ​ຊັ້ນ​ຄົນ​ໄດ້​ຮັບ​ຖື​ວ່າ “ແຫລ​ງ່​ກຳ​ລັງ​ອຸ​ດົມ​ສົມ​ບູນ” ຂອງ​ການກໍ່​ການ​ຮ້າຍ ສົງ​ຄາມ​ສັກ​ສິດ. ບັນ​ດາ​ຊາວ​ຫນຸ່ມ ອິດ​ສະ​ລາມ ຢູ່ ເອີ​ລົບ ຍາມ​ໃດ​ກໍ​ຖື​ວ່າ ເຂົາ​ເຈົ້າ​ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂອງ​ບັນ​ດາ​ແນວ​ຄິດ​ຕາຍ​ຕົວ ແລະ ສະ​ພາບ​ຈຳ​ແນກ​ປະ​ພຶດ​ຕໍ່​ຢູ່ ບ່ອນ​ເຮັດ​ວຽກ ແລະ ໃນ​ສັງ​ຄົມ. ຕາມ​ໝາກ​ຜົນ​ແຫ່ງ​ການ​ສຳ​ຫລວດ​ຫວ່າງ​ແລ້ວນີ້ ກ່ຽວ​ກັບ​ຊົ​ນ​ເຜົ່າ​ສ່ວນ​ຫນ້ອຍ ແລະ ການ​ຈຳ​ແນກ​ປະ​ພຶດ​ຕໍ່ຂອງ EU, 1/3 ຈຳ​ນວນ​ຊາວ​ຫນຸ່ມ ອິດ​ສະ​ລາມ​ຖືກ​ຖາມ​ໄດ້​ຢືນ​ຢັນ​ວ່າ ເຂົາ​ເຈົ້າ​ເຄີຍ​ຖືກ​ຈຳ​ແນກ​ປະ​ພຶດ​ຕໍ່. ຜູ້​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​​ຮຸນແຮງ​ຕໍ່​ຫນ້​າ​ສະ​ພາບ​ການນີ້ ສ່ວນ​ຫລາຍ​ແມ່ນ​ໃນ​ເກນ​ອາ​ຍຸ 16-24 ປີ. ຈຳ​ນວນ​ຊາວ​ຫນຸ່ມນີ້​ສ່ວນ​ຫລາຍແມ່ນ​ຖືກ​ວ່າງ​ງານ ແລະ ໄດ້​ຮັບ​​ຄ່າ​ແຮງ​ງານ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ບັນ​ດາ​ຊາວ​ຫນຸ່ມ​ ເອີ​ລົບ. ຜົນ​ສ​ຸດ​ທ້າຍ ເຂົາ​ເຈົ້າ​ຖຶດ​ອຶດ​ຫິວ​ທຸກ​ຍາກ.

        ນອກນັ້ນ ແຕ່​ລະ​ມື້ ມີ​ຊາວ​ອົບ​ພະ​ຍົບ​ຈາກ ຕາ​ເວັນ​ອອກ​ກາງ - ອາ​ຟຼິ​ກາ ສືບ​ຕໍ່​ຫລັ່ງ​ໄຫລ​ເຂົ້າ ເອີ​ລົບ ແລະ ບໍ່​ມີ​ອົງ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃດ​ສາ​ມາດ​ຄວບ​ຄຸມ​​ແລະ ຈຳ​ແນກ​ໄດ້ ຜູ້​ໃດ​ແມ່ນຊາວ​ອົບ​ພະ​ຍົບ ຜູ້​ໃດ​ແມ່ນ​ພວກກໍ່​ການ​ຮ້າຍ, ສະ​ມາ​ຊິກ ຂອງ IS. ມາ​ຮອດ​ປະ​ຈຸ​ບັນ, ເຖິງວ່າ​ໄດ້​ຜ່ານ​ຜ່າ​ກອງ​ປະ​ຊຸມ​ຂັ້ນ​ສູງ​ພາຍ​ໃນ EU ແລະ ລະ​ຫວ່າງ EU ກັບບັນ​ດາ​ຄູ່​ຮ່ວມ​ມື​ອື່ນ ຄື ຕວກ​ກີ ເປັນ​ຫລາຍ​ຄັ້ງ​ກໍ​ຕາມ ແຕ່ EU ຍັງ​ບໍ່​ທັນ​ຊອກ​ໄດ້​ມາດ​ຕະ​ການ​ເພື່ອ​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເອີ​ລົບ. ນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດດັ່ງ​ກ່າວ​ກ່ຽວ​ກັບ​ບັນ​ຫານີ້ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ ແລະ ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພາຍ​ໃນ EU ຖືກ​ແບ່ງ​ແຍກ ແລະ ແຕກ​ແຫງນັ້ນ ພວມ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ພວກກໍ່​ກາ​ນ​ຮ້າຍ​ສວຍ​ໃຊ້ ແລະ ຍ​ູ້​ແຮງ​ການ​ເຄື່ອນ​ໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ