ເອີລົບຢືນຢູ່ຕໍ່ໜ້າສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງຈາກກະແສຟອງຊາວອົບພະຍົບ

ວິ​ກິດ​ການ​ຄົນ​ເຂົ້າ​ເມືອງ​ຢູ່​ເອີ​ລົບ​ພວມ​ຢູ່​ໃນ​ລະ​ດັບ​ຍອດ​ສູງ ຂະ​ນະ​ທີ່​ໃນ​ແຕ່​ລະ​ວັນ ມີ​ຊາວ​ອົບ​ພະ​ຍົບ​ນັບ​ພັນ​ຄົນ​ໄດ້ຫຼັ່ງ​ໄຫຼມາ​ບໍ​ລິ​ເວນ​ຊາຍ​ແດນ​ບັນ​ດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ສະ​ຫະ​ພາບ​ເອີ​ລົບ EU . ການ​ຂາດ​ສະ​ຖຽນ​ລະ​ພາບ​ໄດ້​ເລີ່ມ​ປະ​ກົດ​ຂຶ້ນ​ຂະ​ນະ​ທີ່​ການ​ປະ​ທະ​ກັນ ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ. ໃນ​ຈຸດ​ເວ​ລານີ້, EU ຍັງ​ພວມ​ຖືກ​ແບ່ງ​ແຍກ ແລະ ມີ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຈັດ​ແບ່ງຈຳ​ນວນຄົນອົບ​ພະ​ຍົບ. ແຕ່​ເປັນ​ອັນ​ຕະ​ລາຍ​ກ່​ວານັ້ນ, ໄດ້​ມີ​ນັກ​ຮົບ​ນັບ​ພັນ​ຄົນ​ຂອງ​ອົງ​ການກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” ຂະ​ໜານ​ນາມ​ເອງ IS ໄດ້​ເຂົ້າ​ເມືອງ​ບັນ​ດາ​ປະ​ເທດ EU ດ້ວຍ​ການ​ປອມ​ຕົວເປັນ​ຊາວ​ອົບ​ພະ​ຍົບ, ອັນ​ໄດ້​ເຮັດ​ໃຫ້​ເອີ​ລົບ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງທີ່​ມີ​ຕໍ່​ຄວາມ​ໝັ້ນ​ຄົງ.

 

ເອີລົບຢືນຢູ່ຕໍ່ໜ້າສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງຈາກກະແສຟອງຊາວອົບພະຍົບ - ảnh 1
ກຳ​ປັ່ນ​ບັນ​ທຸກ​ຊາວ​ອົບ​ພະ​ຍົບ​ຈາກ​ອາ​ຟະ​ລິ​ກາ​ພວມ​ຊອກ​ຫາ​ວິ​ທີ​ເພື່ອ​ເຂົ້າ​ເມືອງເອີ​ລົບ
(ພາບ: The Guardian)

         ບັນ​ດາ​ປະ​ເທດ​ເອີ​ລົບ​ພວມ​ເຈັບ​ຫົວ​ຕໍ່​ໜ້າ​ກະ​ແສ​ຟ​ອງຊາວ​ອົບ​ພະ​ຍົບ ເພື່ອ​ຊອກ​ຫາ​ມາດ​ຕະ​ການສະ​ກັດ​ກັ້ນ​ໂສກ​ນາດ​ຕະ​ກຳ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ທະ​ເລ ແລະ ທະ​ເລ​ຊາຍ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ຢູ່​ບາງ​ປະ​ເທດ​ອາ​ຟະ​ລິ​ກາ ທີ່​ຫວັງ​ຊອກ​ຫາ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ​ຢູ່​ເອີ​ລົ​ບ. ພ້ອມ​ກັນ​ນັ້ນ, ຄວາມ​ເປັນ​ຫ່ວງຕໍ່​ການ​ແບກ​ຫາບ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ, ກະ​ແສ​ຟ​ອງຊາວ​ອົບ​ພະ​ຍົບ ກໍ​ພວມ​ຍູ້​ເອີ​ລົບ​ຢືນ​ຢູ່​ຕໍ່​ໜ້າ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ສະ​ຫງົບ ຂະ​ນະ​ທີີ່​ກຳ​ລັງ “ລັດ​ອິດ​ສະ​ລາມ” ຂະ​ໜານ​ນາມ​ເອງ IS ສວຍ​ໃຊ້​ບັນ​ຫານີ້​ເພື່ອ​ເຂົ້າ​ເມ​ືອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

    ພວກກໍ່​ການ​ຮ້າຍປອມ​ຕົວເປັນ​ຊາວ​ອົບ​ພະ​ຍົບ

   ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ສືບ​ລາ​ຊະ​ການ​ລັບ​ສາ​ກົ​ນ​ແລ້ວ, ໄລ​ຍະ​ມໍ່​ໆ​ມານີ້, ບັນ​ດານັກ​ຮົບ​ຂອງ​ອົງ​ການກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” ຂະ​ໜານ​ນາມ​ເອງ IS ໄດ້​ ປອມ​ຕົວເປັນ​ຊາວ​ອົບ​ພະ​ຍົບເພື່ອເຂົ້າ​ເມືອງ​ບັນ​ດາ​ປະ​ເທດ EU . ຕາມ​ການ​ປະ​ເມີນ​ແລ້ວ, ປະ​ຈຸ​ບັນ​ມີ​ນັກ​ຮົບ​ເຖິງ 4.000 ຄົນ ໄດ້​ປະ​ກົດ​ຕົວ​ຢູ່​ບັນ​ດາ​ປະ​ເທດ EU. ພວກ​ເຂົາ​ໄດ້​ຂ້າມ​ຊາຍ​ແດນ​ເຕິກ​ກີ, ຫຼັງ​ຈາກ​ນັ້ນ ກໍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພວກ​ຄ້າ​ມະ​ນຸດ​ຊາວ​ທ້ອງ​ຖິ່ນ​ເພື່ອ​ເຊື່ອມ​ຕົວ​ເຂົ້າ​ກັບ​ຂະ​ບວນ​ຄົນ​ອົບ​ພະ​ຍົບຢ່າງ​ຜິດ​ກົດ​ໝາຍ. ຈຸດ​ປະ​ສົງ​ຂອງ “ລັດ​ອິດ​ສະ​ລາມ” ຂະ​ໜານ​ນາມ​ເອງ IS ແມ່ນ​ດຳ​ເນີນ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ແລະ ສ້າງ​ຕັ້ງ “ ລາ​ຊະ​ອາ​ນາ​ຈັກ​ອິດ​ສະ​ລາມ” ໃນ​ທົ່​ວ​ໂລກ. ກ​ອ່ນ​ໜ້ານັ້ນ, IS ກໍ​ເຄີຍ​ນາບ​ຂູ່​ວ່າ ຈະ​ເຮັດ​ໃຫ້​ເອີ​ລົບ​ເຕັມ​ໄປ​ດ້ວຍຊາວມຸດ​ສະ​ລິມ​ອົບ​ພະ​ຍົບ ຫຼື​ຖະ​ແຫຼງວ່າ ຈະ​ເຮັດ​ໃຫ້​ຖະ​ໜົນ​ຫົນ​ທາງ ປາ​ຣີ ກາຍ​ເປັນ​ປ່າ​ຊ້າ​ເຕັມ​ໄປ​ດ້ວຍ​​ສົບ​ຄົນ​ຕາຍ.

      ປະ​ຈຸ​ບັນ,  IS ພວມ​ຄວບ​ຄຸມຫຼາຍ​ບໍ​ລິ​ເວນ​ໃຫຍ່ຂອງ​ອີ​ຣັກ ແລະ ຊີ​ຣີ,   ເປີດ​ກ້​ວາງການ​ເຄ​ື່ອນ​ໄຫວ​ໄປ​ຍັງ​ລີ​ບີ ເມື່ອ​ບັນ​ດາ​ກຸ່ມ​ທີ່​ເປັນ​ປໍ​ລະ​ປັກ​ຢູ່​ປະ​ເທດນີ້​ເກີດ​ການ​ຂັດ​ແຍ້ງ, ຍາດ​ແຍ່ງ​ສິດ​ອຳ​ນາດ. ແຕ່​ດົນ​ນານ​ມາ​ແລ້ວ, IS ໄດ້​ມີ​ເຈດ​ຈຳ​ນົງ​ເປີດ​ກ້​ວາງ​ເຄືອ​ຂ່າຍ​ການ​ເຄື່ອນ​ໄຫວ​ຢູ່​ເອີ​ລົບ ແລະ ວິ​ກິດ​ການ ຊາວ​ອົບ​ພະ​ຍົບ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມານັ້ນ ກໍ​ເປັນ​ໂອ​ກາດ​ດີກວ່າ​ໝູ່​ເພື່ອ​ໃຫ້ IS ເຂົ້າ​ເມືອງ​ບັນ​ດາ​ປະ​ເທດ EU . ໃນ​ຊຸມມື້​ທີ່​ຜ່ານ​ມາ, ຊາວ​ອົບ​ພະ​ຍົບນັບ​ພັນ​ຄົນ​ໄດ້ຫຼັ່ງ​ໄຫຼ​ຈາກ​ເຂດຊາຍແດນ ແຊກ​ເບຍ ມາ​ຍັງ​ຮຸງ​ກາ​ຣີ, ແລ້ວ​ກໍ​ໄປ​ຕໍ່​ຮອດ​ເຢຍ​ລະ​ມັນ, ໂອ​ຕະ​ລິດ, ແຟງ​ລັງ. ໃນ​ຈຳ​ນວນນີ້, ກໍ​ມີ​ບຸກ​ຄົນ​ຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ໄດ້​ປຸກ​ລຸກ​ການ​ເດີນ​ຂະ​ບວນ​ປະ​ທ້ວງ ຄັດ​ຄ້ານ​ອຳ​ນາດ​ການ​ປົກ​ຄອງ​ປະ​ຈຳ​ຖິ​ນ່. ໃນ​ຂະ​ບວນຄົນ​ອົບ​ພະ​ຍົບເຫຼົ່າ​ນີ້, ຕຳຫຼວ​ດ​ເອີ​ລົບ ກໍ​ຍາກ​ທີ່​ຈະ​ຈຳ​ແນກ​ກ່ຽວ​ກັບ​ຜູ້​ໃດ​ແມ່ນ IS ແລະ ຜູ້​ໃດ​ແມ່ນ ຊາວ​ອົບ​ພະ​ຍົບ. ເລື່ອງ IS ແຊກ​ຊຶມ​ເຂົ້າ​ດິນ​ແດນ​ເອີ​ລົບ ອາດ​ຈະ​ແມ່ນ​ການ​ລິ​ເລີ່ມ​ແກ່​ການ​ເຄື່ອນ​ໄຫວ​ໂຕ້​ຕອບ​ຕໍ່​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ໂດຍ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ດຳ​ເນີນ​ແນ​ໃສ່ IS ຢູ່​ຕາ​ເວັນ​ອອກ​ກາງ.

    ເອີ​ລົບ​ຖືກ​ແບ່ງ​ແຍກ​ຍ້ອນ​ບັນ​ຫາ​ຄົນ​ເຂົ້າ​ເມືອງ

   ເລື່ອງບັນ​ດາ​ນັກ​ຮົບ IS ປອມ​ຕົວເປັນ​ຊາວ​ອົບ​ພະ​ຍົບ ໄດ້​ເຮັດ​ໃຫ້ຫຼາຍ​ປະ​ເທດ​ເອີ​ລົບ ເລັ່ງ​ລັດ​ຂໍ້​ກຳ​ນົດ​ຮັບຊາວ​ອົບ​ພະ​ຍົບ. ບັນ​ດາ​ປະ​ເທດ EU ບໍ່​ສາມາດ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໃນ​ບັນ​ຫານີ້. ຄວາມບໍ່​ລົງ​ລອຍ​ກັນ ແລະ ການ​ແບ່ງ​ແຍກ​ກ່ຽວ​ກັບ​ບັນ​ຫາຊາວ​ອົບ​ພະ​ຍົບ ແລະ ເຂົ້າ​ເມືອງ ແມ່ນນັບ​ມື້​ນັບ​ຮ້າຍ​ແຮງ​ໃນ EU.

      ວັນ​ທີ 9/9, ຄະ​ນະ​ກຳ​ມະ​ການ​ເອີ​ລົບ ໄດ້​ປະ​ກາດ​ແຜນ​ການ​ຈັດ​ແບ່ງຊາວ​ອົບ​ພະ​ຍົບ 120.000 ຄົນ​ຢູ່​ບັນ​ດາ​ປະ​ເທດ EU ຕາມຈຳ​ນວນ​ໂດຍບັງ​ຄັບ. ລະ​ອຽດ​ຄື : ເຢຍ​ລະ​ມັນ​ຮັບ ຊາວ​ອົບ​ພະ​ຍົບ​ກວ່າ 31.000 ຄົນ, ຝະ​ລັ່ງຮັບຊາວ​ອົບ​ພະ​ຍົບ​ກວ່າ 24.000 ຄົນ ແລະ ແອດ​ສ​ປາຍຮັບຊາວ​ອົບ​ພະ​ຍົບ​ເກືອບ 15.000 ຄົນ. ໃນ​ຂະ​ນ​ະ​ນັ້ນ, ຫຼາຍ​ປະ​ເທດ​ເອີ​ລົບ​ໄດ້​ຄັດ​ຄ້ານ ແລະ ຖື​ວ່າ ບໍ່​ຄວນ​ຈັດ​ແບ່ງ​ຈຳ​ນວນ ຊາວ​ອົບ​ພະ​ຍົບ​ເຂົ້າ​ເມ​ືອງ ຫາກ​ຄວນຮັບຊາວ​ອົບ​ພະ​ຍົບ​ດ້ວຍ​ຄວາມ​ສາ​ມັກ​ໃຈ.

   ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ EU ຍັງ​ພວມ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການຈັບ​ແບ່ງຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ, ຂະ​ບວນ​ຄົນ​ອົບ​ພະ​ຍົບຍັງ​ຄົງ​ພາ​ກັນຫຼັ່ງ​ໄຫຼມາ​ຍັງ​ເອີ​ລົບ, ໃນ​ນັ້ນ​ມີ​ທັງ​ບັນ​ດານັກ​ຮົບ “ລັດ​ອິດ​ສະ​ລາມ” ຂະ​ໜານ​ນາມ​ເອງ IS ທີ່ປອມ​ຕົວເປັນ​ຊາວ​ອົບ​ພະ​ຍົບ.  ເລື່ອງ​ກຳ​ລັງ IS ປະ​ກົດ​ຕົວ​ຢູ່​ທົ່ວ​ເອີ​ລົບ ກໍ​ປຽບ​ເໝືນ​ບັນ​ດາ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ອັນ​ໄດ້​ນາບ​ຂູ່​ຕໍ່​ຄ​ວາມ​ໝັ້ນຄົງຂອງ​ທັງ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ