ເຮັດໃຫ້ວິໄສທັດກາຍເປັນພຶດຕິກຳຕົວຈິງເພື່ອປະຊາຄົມອາຊຽນທີ່ຂະຫຍັນຂັນເຄື່ອນ

(vovworld) - ວັນ​ທີ 6/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 28-29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ ລາວ​ໃນ​ລະຫວ່າງ​ວັນ​ທີ 6-8/9/2016. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຄວາມ​ຮັບຜິດຊອບ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ໃນ ອາ​ຊຽນ, ຕັ້ງໜ້າ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025.

ເຮັດໃຫ້ວິໄສທັດກາຍເປັນພຶດຕິກຳຕົວຈິງເພື່ອປະຊາຄົມອາຊຽນທີ່ຂະຫຍັນຂັນເຄື່ອນ - ảnh 1
ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ ກອງປະຊຸມຂັ້ນສູງ ອາຊຽນ
(ພາບ: (EPA/ TTXVN)

        ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 28-29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ ​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 10 ປະ​ເທດ ອາຊຽນ, ຈີນ, ຍີ່ປຸ່ນ, ສ​ເກົາຫຼີ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນີວຊີ​ແລນ ​ແລະ ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ. ດ້ວຍ​ຫົວ​ຂໍ້​ວ່າ “ນຳ​ວິ​ໄສ​ທັດ​ກາຍ​ເປັນ​ພຶດຕິກຳຕົວຈິງເພື່ອປະຊາຄົມອາຊຽນທີ່ຂະຫຍັນ​ຂັນ​ເຄື່ອນ“, ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້​ແມ່ນ​ໂອກາດ​ສູງ​ສຸດ​ໃນ​ປີ ​ເພື່ອ​ໃຫ້ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ແລກປ່ຽນ​ຄວາມ​ເຫັນ ພາຍຫຼັງ​ທີ່​ປະຊາ​ຄົມ ອາ​ຊຽນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 31/12/2015. ທີ່​ກອງ​ປະຊຸມ, ການ​ນຳ​ປະ​ເທດ​ຕ່າງໆ​ສຸມ​ໃສ່​ປຶກສາ​ຫາລື​ທິດ​ທາງ, ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ອາ​ຊຽນ, ປັບປຸງ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື, ທັງ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

        ຄວາມ​ຕັ້ງໜ້າ​ໃນ​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ

        ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ວັນ​ທີ 31/12/2015 ​ໄດ້​ເປັນ​ປະຫວັດສາດ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ວິວັດ​ແຫ່ງ​ການ​ຮ່ວມ​ສຳພັນ​ຢູ່​ພາກ​ພື້ນ. ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ​ໃນ​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2015 ​ແລະ ບັນດາ​ແຜນການ​ສັງ​ລວມ​ໃນ 3 ​ເສົາ​ຄຳ້​ປະຊາ​ຄົມ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ, ຢືນຢັນ​ວ່າ:

        “ຜົນງານ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ ອາ​ຊຽນ ນັບ​ແຕ່​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ນັ້ນ​ແມ່ນ​ຜັນ​ຂະ​ຫຍາ​ຍບັນດາ​ແຜນການ​ທີ່​ໄດ້​ວາງ​ອອກ, ຕົວຢ່າງ​ຄື​ໃນ​ຂົງ​ເຂດ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ດ້ວຍ​ການ​ເຄື່ອນ​ໄຫວ​ປະມານ 200-300 ຢ່າງ​ໃນ​ແຜນການ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ. ​ໃນ​ຂົງ​ເຂດ​ເສດຖະກິດ, ອາ​ຊຽນ ກໍ່​ໄດ້​ຊຸກຍູ້​ການ​ເຄື່ອນ​ໄຫວ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ​ແລະ ປະຕິບັດ​ຂໍ້​ຕົກລົງ​ໃນ​ຂອບ​ເຂດ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ. ນອກ​ນັ້ນ​ປະຊາ​ຄົມ ອາ​ຊຽນຍັງ​ສືບ​ຕໍ່​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ສາກົນ. ປະຈຸ​ບັນ, ທົ່ວ​ໂລກ​ແຕ່​ຮູ້ຈັກ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ, ກໍ່​ຄື​ອິດ​ທິພົນ​ຊື່​ສຽງ​ຂອງ ອາ​ຊຽນ ​ໃນ​ເວທີ​ສາກ​ົນ

ປີ 2016, ການພົວພັນຮ່ວມມືຂອງ ອາຊຽນ ກັບບັນດາຄູ່ຮ່ວມ​ມື​ຄູ່ເຈລະຈາ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ບັນລຸໄດ້ບັນດາໝາກຜົນລະອຽດຜ່ານການຜັນຂະຫຍາຍ ​ໂຄງການ​ເຄື່ອນ​ໄຫວ​ໄລຍະ 2016 – 2020 ຢ່າງ​ມີປະສິດທິຜົນ. ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ 86 ຄູ່​ຮ່ວມ​ມື​ໄດ້​​ແຕ່ງ​ຕັ້ງເອກ​ອັກຄະ​ລັດຖະທູດປະຈ​ຳ ອາ​ຊຽນ ​ແລະ 50 ຄະນະ​ກຳມະການ ອາ​ຊຽນ ປະຈຳ​ບັນດາ​ປະ​ເທດ​ໃນ​ໂລກ. ​ໄລຍະ​ມໍ່ໆ​ມາ​ນີ້, ອາ​ຊຽນ ​ໄດ້​ຮັບ​ຮູ້ຂ້ໍ​ສະ​ເໜີ​ເຂົ້າ​ຮ່ວມ​ສົນທິສັນຍາ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື (TAC) ຂອງ ຈີ​ເລ, ອີຣານ, ອີ​ຢິບ ​ແລະ ມາຣົກ, ​ມອບ​ກົດ​ລະບຽບ​ຄູ່​ຮ່ວມ​ມື​ຕາມ​ຂົງ​ເຂດ​ໃຫ້​ແກ່​ສະ​ວິດ, ຄູ່​ຮ່ວມ​ມື​ພັດທະນາ ​​ໃຫ້​ແກ່ ​ເຢຍລະ​ມັນ ​ແລະ ພວມ​ສືບ​ຕໍ່​ພິຈາລະນາ​ຂໍ້​ສະ​ເໜີ​ອື່ນໆ​ຫ​ຼາຍສະບັບ. ​ປະຈຸ​ບັນ, ມີ​ຫຼາຍ​ຄູ່​ຮ່ວມ​ມື​ພວມ​ປາດ​ຖະໜາ​ຢາກເປີດ​ກ້ວາງ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ ອາ​ຊຽນ ​ເລິກ​ເຊິ່ງກ່ວາ ​ແລະ ຫຼາຍ​ປະ​ເທດນອກ​ພາກ​ພື້ນ​ໄດ້​ສະ​ແດງ​ຄວາມ​ຫວັງສ້າງ​ຕັ້ງ​ການ​ພົວພັນ​ກັບ ອາ​ຊຽນ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ​້​ເຫັນ​ວ່າ ອາ​ຊຽນ ​ໄດ້​ຢັ້ງຢືນ​ບົດບາດ, ທີ່​ຕັ້ງ ບື່ນຕົວ​ຂຶ້ນ​ລະດັບ​ສູງ​ກ່ວາພາກ​ພື້ນ.

​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ

        ​ໃນ​ວິວັດທະນາ​​ແຫ່ງການ​ສ້າງ​ຕັ້ງ ​ແລະ ພັດທະນາ, ອາ​ຊຽນ ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ຍ້ອນ​ສະ​ພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ມີສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ກໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ຕໍ່ໜ້າ​ບັນດາ​ຄວາມ​ເຫັນ​ວິຕົກ​ວັງ​ວົນ​ວ່າ: ອາ​ຊຽນ ພວມ​ຖື​ກ​ແບ່ງ​ແຍກ​ຍ້ອນ​ບັນດາ​ສິ່ງ​ທ້າ​ທາຍ​ນີ້, ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ອາ​ເມ​ລິ​ກາ ຟ້າ​ມກວາງ​ວີ​ງ, ຖື​ວ່າ:

“ສິ່ງທີ່​ສຳຄັນ​ທີ່​ສຸດ​ຂອງ ອາ​ຊຽນ ​ນັ້ນແມ່ນ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ. ນອກ​ຈານ​ກນັ້ນ, ອາ​ຊຽນ ​ໄດ້​ສ້າງ​ຂອບ​ເຂດ, ​ເວທີ​ປາ​ໄສ​ຕິດ​ພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​​ໃຫຍ່​ກ່ວາ. ອາ​ຊຽນ ​ໄດ້​ສ້າງ​​ບັນດາ​ມາດ​ຕະຖານ​ການ​ປະພຶດ​​ຢູ່ພາກ​ພື້ນ. ຂ້າພະ​ເຈົ້າ​ຖື​ວ່າ, ທັງ 3 ດ້ານ​ນັ້ນ ອາ​ຊຽນ ພວມ​ຜັນ​ຂະຫຍາຍ​​ດີທີ່​ສຸດ. ຖ້າ​ບໍ່​ມີ ອາ​ຊຽນ ບໍ່​ແມ່ນ​ວ່າມີ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທ​​ດ​ໃຫຍ່, ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ກັບບັນດາ​ປະ​ເທດ​ນ້ອຍ ຍາມ​​ໃດ​ກໍ່​ເພື່ອ​ຜົນ​ປະ​ໂຫຍດລວມຂອງ​ພາກ​ພື້ນ​ນີ້. ​ກໍ່​ຄືໃນ​ໄລຍະ​ທາງ​​ແຫ່ງການ​ພັດທະນາ​ຂອງ ອາ​ຊຽນ, ບາງ​ເທື່ອ​ຈະ​ມີ​ການ​ປ່ຽນ​ແປງ​ແຕ່​ເມື່ອສັງ​ເກດ 3 ​ດ້ານ​ໃຫຍ່​ນັ້ນພັດ​ເຫັນ​ໄດ​້ຢ່າງ​ຈະ​ແຈ້ງວ່າ ອາ​ຊຽນ ພວມ​ຮັກສາ​ບົດບາດ​ສຳຄັນ​ທີ່​ສຸດສຳລັບ​ພາກ​ພື້ນ​, ສະ​ແດງ​ໃຫ​້​ເຫັນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ.”  

        ​ໂດຍ​​ມີ​ທັດສະນະ​ດຽວກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຟ້າມ​ກາວ​ຟອງ ກໍ່​ຢັ້ງຢືນ​ວ່າ:

        “ອາ​ຊຽນ ​ແມ່ນ​ຊາຍ​ຄາລວມ ​ແລະ ທຸກໆ​ປະ​ເທດ ອາ​ຊຽນ ຕ້ອງ​ປະກອບສ່ວນ​ເຂົ້າ​ໃນ​ຊາຍ​ຄາ​ລວມນັ້ນ. ປະຊາ​ຄົມ ອາ​ຊຽນ ​ແມ່ນ​ຂອງ​ທຸກໆ​ປະ​ເທດ ອາ​ຊຽນ  ຫາກ​ບໍ່ແມ່ນ​ຂອງ​ສະ​ເພາະປະ​ເທດ​ໃດ​ ດັ່ງ​ນັ້ນ​ປະຊາ​ຄົມ ອາ​ຊຽນ ນີ້​ຕ້ອງ​ມີ​ການ​ຮ່ວມ​ມື​ລວມ, ຊຸກຍູ້​ລວມ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ນີ້. ​ແລະ ນີ້​ແມ່ນ​ຜົນ​ປະ​ໂຫຍ​ດລວມຂອງ​ທຸກ​ໆ​ປະ​ເທດ​ໃນ​ພາກ​ພື້ນ”

ຫວຽດນາມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ສະມາຊິກ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດ​ຊອບ

        ຈາກ​ແງ່​ມູມ​ແຫ່ງ​ຊາດ, ຍາມ​ໃດ​ ຫວຽດນາມ ກໍ່​ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ ອາ​ຊຽນ, ກຽມພ້ອມ​ຮັບ​ທຸກໆ​ໜ້າ​ທີ່ສຳຄັນ, ສ້າງ​ຂີດ​ໝາຍ​ພາບ​ພົດ​​ເປັນ​ສະມາຊິກທີ່​ມີ​ອິດ​ທິພົນ​ຊື່​ສຽງ, ​ເປັນ​ເຈົ້າ​ການ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຄວາມ​ຮັບຜິດຊອບ​ລວມ​ໃນ​ປະຊາ​ຄົມ ອາ​ຊຽນ. ​ເພື່ອ​ປະຕິບັດ​​ວິ​ໄສ​ທັດ ອາ​ຊຽນ 2025, ຫວຽດນາມ ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ນຳ້​ໃຈ​ຮັບຜິດຊອບ​ນັ້ນກ່ວາ​ອີກ, ສູ້​ຊົນ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ສາມັກຄີ ​ແລະ ​ເອກະລາດ. ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ນີ້​ເພື່ອ​​ແນ​ໃສ່ປະກອບສ່ວນ​ຊຸກຍູ້ ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລຍະຮ່ວມ​ສຳພັນ​ສູງ​ກ່ວາ​ດ້ວຍ​ທີ່​ຕັ້ງໃໝ່, ຄວາມ​ຕັ​ດສິນ​ໃຈ​ໃໝ່ ​ແລະ ​ມີ​ຄວາມເຊື່ອ​ໝັ້ນ​ກ່ວາ.


ຂ່າວ/ບົດ​ອື່ນ