ແຫຼມເກົາຫຼີສະຖຽນລະພາບ: ກາລະໂອກາດເພື່ອໃຫ້ເສດຖະກິດສປປ.ເກົາຫຼີ ບືນຕົວຂຶ້ນ

(VOVWORLD) -ວັນທີ 15 ຕຸລາ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີນຳກັນຕໍ່ບັນດາບາດກ້າວລະອຽດໃນຄວາມມານະພະຍາຍາມສ້າງການພົວພັນຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄືນໃໝ່, ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຈາກກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນກັນຍາ.

ແຫຼມເກົາຫຼີສະຖຽນລະພາບ: ກາລະໂອກາດເພື່ອໃຫ້ເສດຖະກິດສປປ.ເກົາຫຼີ ບືນຕົວຂຶ້ນ - ảnh 1ເຈົ້າໜ້າທີ່ຂັ້ນສູງຂອງສ.ເກົາຫຼີ ແລະ ສປປ.ເກົາຫຼີເຫັນດີນຳກັນຕໍ່ບັນດາບາດກ້າວລະອຽດ

ໃນຄວາມມານະພະຍາຍາມສ້າງການພົວພັນຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄືນໃໝ່ 

(ພາບ: Reuters)

ບັນດາການກະທຳດັງກ່າວໄດ້ສ້າງບັນຍາກາດຕັ້ງໜ້າທີ່ສຸດໃນແຫຼມເກົາຫຼີ. ເຂດປອດນິວເຄຼຍ, ສະຖຽນລະພາບ, ສັນຕິພາບ, ມີທີ່ຕັ້ງດ້ານພູມສາດທີ່ສະດວກ, ພວມສ້າງຄວາມຫວັງຈະນຳມາເຊິ່ງບັນດາການປ່ຽນແປງຢ່າງໃຫຍ່ຫຼວງໃຫ້ແກ່ພື້ນຖານເສດຖະກິດຂອງສປປ.ເກົາຫຼີ ເວົ້າສະເພາະ ແລະ ພາກພື້ນເວົ້າລວມ.

        ດ້ວຍຈຸດປະສົງປຶກສາຫາລືບັນດາບາດກ້າວຕໍ່ໄປ ພາຍຫຼັງການພົບປະຄັ້ງສຸດຍອດທີ 3 ລະຫວ່າງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ເມື່ອເດືອນກັນຍາ ຜ່ານມາ, ການເຈລະຈາຂັ້ນສູງໃນວັນທີ 15 ຕຸລາ ບັນລຸໄດ້ໝາກຜົນຈະແຈ້ງ, ດ້ວຍຖະແຫຼງການຮ່ວມ ລວມມີ 7 ເນື້ອໃນກ່ຽວກັບຫຼາຍດ້ານຄື: ເສດຖະກິດ, ການທະຫານ, ວັດທະນະທຳ, ສາທາລະນະສຸກ, ກິລາ… ເປັນອັນວ່າ, ພາຍຫຼັງການພົບປະຄັ້ງສຸດຍອດພຽງ 1 ເດືອນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍ່ໄດ້ພ້ອມກັນວາງບັນດາບາດກ້າວລະອຽດໃຫ້ແຕ່ລະບັນຫາ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຫຼາຍດ້ານ.

ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ

        ເດືອນເມສາ 2018, ພາຍຫຼັງກອງປະຊຸມສຸດຍອດລະວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດໄດ້ດຳເນີນຢູ່ບ້ານຢຸດຮົບ Panmunjom, ການນຳ 2 ປະເທດ ໄດ້ຖະແຫຼງຕໍ່ປະຊາຊົນ 2 ປະເທດ ແລະ ທົ່ວໂລກວ່າ: ຈະບໍ່ມີບໍ່ວ່າສົງຄາມໃດໆອີກໃນແຫຼມເກົາຫຼີ ແລະ ສັງກະລາດສັນຕິພາບໃໝ່ໄດ້ເລີ່ມຕົ້ນແລ້ວ. ການນຳ 2 ປະເທດພ້ອມກັນຢືນຢັນຄຳໝັ້ນສັນຍາຢ່າງແນວແນ່ວ່າຈະສິ້ນສຸດການສູ້ຢັນກັນຢ່າງໄວ ແລະ ການແບ່ງແຍກອັນຍາວນານຢ່າງໄວວາ, ເຊິ່ງເປັນມໍລະດົກຈາກສົງຄາມເຢັນ, ເພື່ອກ້າວຂຶ້ນສູ່ສັງກະລາດໃໝ່ຂອງການໄກ່ເກ່ຍປອງດອງຊາດ, ສັນຕິພາບ ແລະ ມີຄວາມວັດທະນາຖາວອນ. ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ສືບຕໍ່ໄປຢ້ຽມຢາມພຽງຢາງ ດ້ວຍໝາກຜົນບັນລຸໄດ້ແມ່ນທຳລາຍສະພາບບໍ່ມີທາງອອກໃນບັນດາການເຈລະຈາບັນຫາປອດນິວເຄຼຍລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ.

        ຫຼັງຈາກນັ້ນພຽງ 3 – 4 ເດືອນ, ໃນເດືອນກັນຍາ 2018, ການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພັດໄດ້ຮັບຮູ້ບາດກ້າວພັດທະນາໃໝ່ ດ້ວຍເລື່ອງການນຳ 2 ປະເທດໄດ້ເຫັນດີນຳກັນດຳເນີນກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3 ຢູ່ພຽງຢາງ. ນະທີ່ນີ້, ມີຂໍ້ຕົກລົງຫຼາຍສະບັບ, ຄຳໝັ້ນສັນຍາສຳຄັນ, ລະອຽດໄດ້ຮັບຮອງໃນຖະແຫຼງການພຽງຢາງ, ເພື່ອແນໃສ່ກຳນົດພື້ນຖານສັນຕິພາບຢ່າງຍາວນານ, ຕະຫຼອດໄປໃນແຫຼມເກົາຫຼີ. ຕາມນັ້ນແລ້ວ, ການນຳ 2 ຝ່າຍໄດ້ເຫັນດີປຶກສາຫາລືແຜນການສ້າງຕັ້ງຄະນະກຳມະການທະຫານປະສົມ ແລະ ຜັນຂະຫຍາຍການສຳຫຼວດພື້ນທີ່ຕົວຈິງຮ່ວມກ່ຽວກັບບັນດາເສັ້ນທາງລົດໄຟ ແລະ ທາງບົກຢູ່ສປປ.ເກົາຫຼີ, ແນໃສ່ຜັນຂະຫຍາຍໂຄງການເຊື່ອມຕໍ່ບັນດາລະບົບເສັ້ນທາງລົດໄຟ ແລະ ທາງບົກລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ. 2 ຝ່າຍກໍ່ກຳກົດຈຸດເວລາ ແລະ ສະຖານທີ່ໃຫ້ບັນດາກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງສະພາກາແດງ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາຄອບຄົວທີ່ຖືກພັດພາກຈາກກັນ.

        ພ້ອມກັນນັ້ນ, ການພົວພັນລະຫວ່າງອາເມລິກາ - ສປປ.ເກົາຫຼີ ກໍ່ໄດ້ມີບັນດາສັນຍານຕັ້ງໜ້າ ເມື່ອໄດ້ເຫັນດີດຳເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donand Trump ແລະ ການນຳ Kim Jong un ໃນຈຸດເວລາໄວເທົ່າທີ່ຈະໄວໄດ້.

ເປີດບັນດາກາລະໂອກາດຮ່ວມມື

        ບັນດາການກະທຳຕັ້ງໜ້າໃນແຫຼມເກົາຫຼີ ພວມສ້າງຄວາມຫວັງນຳມາເຊິ່ງກາລະໂອກາດຮ່ວມມືທາງດ້ານເສດຖະກິດຫຼາຍຢ່າງໃຫ້ແກ່ພາກພື້ນ. ບໍ່ພຽງແຕ່ມີທີ່ຕັ້ງດ້ານພູມສາດທີ່ສະດວກເທົ່ານັ້ນ, ຫາກສປປ.ເກົາຫຼີ ຍັງໄດ້ຮັບຖືວ່າ ແມ່ນປະເທດມີຊັບພະຍາກອນໂລຫະຢ່າງຫຼວງຫຼາຍ, ລວມທັງບັນດາໂລຫະທີ່ມີຄ່າຄື: ຄຳ, ແຮ່ເຫຼັກ, ທອງ… ນອກນັ້ນ, ຄວາມຕ້ອງການກໍ່ສ້າງໃໝ່ບັນດາພື້ນຖານໂຄງລ່າງ ຈາກຄົມມະນາຄົມ, ພະລັງງານ, ເຄືອຂ່າຍຕິດຕໍ່ຂໍ້ມູນຂ່າວສານ… ພວມແມ່ນບັນດາຈຸດທີ່ດຶງດູດບັນດານັກລົງທຶນຕ່າງປະເທດຢ່າງແຮງ.

        ໃນຂະນະນັ້ນ, ຢູ່ພາຍໃນປະເທດ, ສປປ.ເກົາຫຼີ ກໍ່ສົ່ງສານຕັ້ງໜ້າກ່ຽວກັບການເຊື່ອມໂຍງ, ຊຸກຍູ້ການພັດທະນາເສດຖະກິດຢູ່ພາຍໃນປະເທດ. ຫວ່າງແລ້ວນີ້, ພຽງຢາງ ໄດ້ເປີດເວັບໄຊກ່ຽວກັບດ້ານການຄ້າ ແລະ ການລົງທຶນສາກົນ ເພື່ອແນໃສ່ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອຊ່ວຍຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງປະເທດນີ້. ເລື່ອງເປີດເວັບໄຊນີ້ ໄດ້ຢືນຢັນຖະແຫຼງການຂອງອຳນາດການປົກຄອງພຽງຢາງ ທີ່ຍົກອອກມາເມື່ອເດືອນ ເມລາ ຜ່ານມາອີກຄັ້ງໜຶ່ງ ກ່ຽວກັບການສຸມແຫຼ່ງກຳລັງແຫ່ງຊາດ ເພື່ອຮັບໃຊ້ການພັດທະນາເສດຖະກິດ.

        ເລື່ອງ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມລະອຽດ ກ່ຽວກັບການສຳຫຼວດພື້ນທີ່ຕົວຈິງເສັ້ນທາງລົດໄຟ Gyeongui ແລະ ເສັ້ນທາງລົດໄຟຢູ່ລຽບຕາມເຂດແຄມທະເລທາງທິດຕາເວັນອອກ ໃນເດືອນຈະມາເຖິງ ທີ່ການພົບປະໃນວັນທີ 15 ຕຸລາ ຈະນຳມາເຊິ່ງກາລະໂອກາດຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍຄືນັບທັງພາກພື້ນ. ຖ້າຫາກເລື່ອງມີຄະນະຜູ້ແທນຫຼາຍຄົນເຊິ່ງລວມມີບັນດາເຈົ້າຂອງກຸ່ມບໍລິສັດໃຫຍ່ຂອງສ.ເກົາຫຼີ ໄປພ້ອມກັບທ່ານປະທານາທິບໍດີ Moon Jae in ໃນການຢ້ຽມຢາມພຽງຢາງ ເມື່ອເດືອນ ກັນຍາ ແມ່ນກາລະໂອກາດເພື່ອໃຫ້ບັນດາການນຳເສດຖະກິດສ.ເກົາຫຼີ ສ້າງແຜນແນວຄິດເບື້ອງຕົ້ນໃຫ້ແກ່ແຜນການດຳເນີນທຸລະກິດຢູ່ສປປ.ເກົາຫຼີ, ວາງອອກ “ແຜນທີ່ເສດຖະກິດໃໝ່” ໃຫ້ແກ່ແຫຼມນີ້, ບັນດາຂໍ້ຕົກລົງລະອຽດກວ່າກ່ຽວກັບໂຄງການເສັ້ນທາງລົດໄຟ ແລະ ທາງບົກຂ້າມຊາຍແດນທີ່ບັນລຸໄດ້ໃນການເຈລະຈາຂັ້ນສູງໃນວັນທີ 15 ຕຸລາ ພັດແມ່ນບັນດາຈຸດເບື້ອງຕົ້ນຂອງແຜນທີ່ຮ່ວມມືທາງດ້ານເສດຖະກິດນັ້ນ. ການນຳສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ພິສູດໃຫ້ເຫັນວ່າ, ເມື່ອຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການສ້າງຂຶ້ນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ເວລານັ້ນຈະສ້າງຕັ້ງໄດ້ພື້ນຖານສັນຕິພາບຢ່າງຍາວນານ, ໝັ້ນຄົງໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ