ໂລກ​ພວມ​ຊອກ​ຫາ​ວິ​ທີ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງໃນ​​ການ​ປະ​ທະ​ກັນ​ຢູ່​ ເຂດ​ກາ​ຢາ

(VOVWORLD) - ຕໍ່ໜ້າບັນດາການຜັນແປກ່ຽວກັບການປະທະກັນຢູ່ເຂດ ກາຢາທີ່ປິນຂັ້ນໄດໃນຊຸມວັນຜ່ານມາ, ປະຊາຄົມສາກົນ ພວມຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງໂດຍໄວ, ຍ້ອນຮູ້ສຶກວິຕົກກັງວົນວ່າການປະທະກັນຈະເກີດຂອບເຂດການຄວບຄຸມຢູ່ພາກພື້ນ ຕາເວັນອອກກາງ, ພ້ອມກັນນັ້ນສາມັນຊົນນັບລ້ານຄົນຈະຖືກຕົກເຂົ້າສູ່ວິກິດການດ້ານມະນຸດສະທຳ.

ໂລກ​ພວມ​ຊອກ​ຫາ​ວິ​ທີ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງໃນ​​ການ​ປະ​ທະ​ກັນ​ຢູ່​ ເຂດ​ກາ​ຢາ - ảnh 1ພາບປະກອບ: THX/TTXVN

ການປະທະກັນໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ເຂດ ກາຢາພາຍຫຼັງກຳລັງ Hamas ໄດ້ບຸກໂຈມຕີ ອິດສະລາແອັນແບບບັງເອີນໃນວັນທີ 7 ຕຸລາ ຜ່ານມາ, ພາໄປເຖິງເລື່ອງກອງທັບ ອິດສະລາແອັນ ປຸກລະດົມບັ້ນບຸກໂຈມຕີໂຕະຕອບດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ. ໄລ່ຮອດວັນທີ 10 ຕຸລາ, ມີຜູ້ເສຍຊີວິດກ່ວາ 1.500 ຄົນ ແລະ ຜູ້ຮັບບາດເຈັບນັບໝຶ່ນຄົນ ຈາກທັງສອງຝ່າຍ ແລະ ການປະທະກັນມີຄວາມສ່ຽງປິ່ນຂັ້ນໄດຢ່າງຮ້າຍແຮງທີ່ສຸດ.

ປະລິກິລິຍາທີ່ກົງກັນຂ້າມກ່ຽວກັບການປະທະກັນ

ວັນທີ 9 ຕຸລາ, ກອງທັບ ອິດສະລາແອັນ ໄດ້ຖະແຫຼງລະດົມກຳລັງສຳຮອງຂຶ້ນເຖິງ 3 ແສນຄົນ ເພື່ອໂຕ້ຕອບການບຸກໂຈມຕີຂອງ Hamas ແລະ ປິດລ້ອມເຂດ ກາຢາຢ່າງຮອບດ້ານ, ຫັນເຂດດິນແດນແຫ່ງນີ້ ກາຍເປັນ ເຂດ ທີ່ ເຂົ້າ - ອອກ ບໍ່ໄດ້. ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຢັ້ງຢືນວ່າ ບັ້ນຮົບຂອງກອງທັບ ອິດສະລາແອັນ ຈະເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນຕາເວັນອອກກາງປ່ຽນແປງໄປ ຕະຫຼອດການ.

ການກະທຳໂຕະຕອບຢ່າງຂ້ຽວຂາດຈາກຝ່າຍອິດສະລາແອັນ ໄດ້ສ້າງປະຕິກິລິຍາທີ່ກົງກັນຂ້າມກັນ ໃນປະຊາຄົມສາກົນ. ລັດຖະບານຫຼາຍປະເທດຝ່າຍຕາເວັນອອກ ໄດ້ຂຶ້ນສຽງສະໜັບສະໜູນ ອິດສະລາແອັນ. ວັນທີ 10 ຕຸລາ, ບັນດາປະເທດຄື: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ພ້ອມກັນອອກຖະແຫຼງການຮ່ວມຢັ້ງຢືນການສະໜັບສະໜູນ ອິດສະລາແອັນ, ກ່າວປະນາມ Hamas ແລະ ກ່າວເຕືອນບັນດາຝ່າຍທີ 3 ບໍ່ໄດ້ສວຍໃຊ້ສະພາບການຂາດສະຖຽນລະພາບເພື່ອຫາຜົນປະໂຫຍດດ້ານຄວາມໝັ້ນຄົງ ຢູ່ ພາກຕາເວັນອອກກາງ. ຢູ່ບາງປະເທດຝ່າຍຕາເວັນຕົກ, ມີການເດີນຂະບວນສະໜັບສະໜູນອົດສະລາແອັນ ກໍ່ໄດ້ຈັດຂຶ້ນໃນຊຸມວັນຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ເຖິງວ່າ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງຂອງ Hamas, ການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ຖືວ່າ ປະຊາຄົມສາກົນ ບໍ່ອາດສັງເກດພຽງທິດດ່ຽວກ່ຽວກັບການປະທະກັນ ຢູ່ເຂດ ກາຢາໃນປັດຈຸບັນ. ທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພາບ ອາຣັບ ໄດ້ຕຳໜິຕິຕຽນທ່າທີ່ຂອງບາງປະເທດຝ່າຍຕາເວັນຕົກ ແລະ ຖືວ່າ ບຸລິມະສິດໃຫຍ່ທີ່ສຸດໃນປັດຈຸບັນ ແມ່ນຫຼຸດຜ່ອນຄວາມເຄັ່ງຕຶງລົງ, ຕ້ອງບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ ແທນທີ່ຈະແຂ່ງຂັນກັນເພື່ອສະແດງການສະໜັບສະໜູນໃຫ້ແກ່ຝ່າຍໃດຝ່າຍໜຶ່ງ:

ພວກເຮົາເຫັນໄດ້ທັດສະນະຂອງບັນດາປະເທດຝ່າຍຕາເວັນຕົກໃນປັດຈຸບັນ ແມ່ນພຽງແຕ່ສຸມໃສ່ ການປະທະກັນນີ້, ໃນຂະນະທີ່ຫຼີກລ້ຽງການເຕື້ອງເຖິງສາຍເຫດຕົ້ນທາງຫຼັງ ຂອງສະພາບການໃນປັດຈຸບັນຢູ່ ປາແລັດສະຕິນ. ສິ່ງທີ່ຈຳເປັນແມ່ນຕ້ອງກັບຄືນວິວັດທະນາການສ້າງສັນຕິພາບຢ່າງແທ້ຈິງ ເພື່ອສ້າງຕັ້ງ ສອງລັດ ພ້ອມກັນຄົງຕົວໃນສັນຕິພາບ, ຄວາມໝັ້ນຄົງ ແລະ ເປັນປົກກະຕິ.

ໃນຄຳຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈ ທີ່ໄດ້ຍົກອອກມາໃນວັນທີ 10 ຕຸລາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກໍ່ຖືວ່າ  ເຖິງວ່າ ຄວາມວິຕົກກັງວົນຕໍ່ຄວາມໝັ້ນຄົງຂອງ ອິດສະລາແອັນ ແມ່ນຖືກຕ້ອງ ແຕ່ສະພາບການໃຊ້ຄວາມຮຸນແຮງໃນປັດຈຸບັນ ບໍ່ແມ່ນເກີດຂຶ້ນແບບທຳມະດາ ເຊິ່ງແມ່ນຜົນຕາມມາຂອງການປະທະກັນທີ່ຕົກເຂົ້າສູ່ສະພາບການຈົນຕາແຈາມາເປັນເວລາຫຼາຍທົດສະວັດແລ້ວ.

ໂລກ​ພວມ​ຊອກ​ຫາ​ວິ​ທີ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງໃນ​​ການ​ປະ​ທະ​ກັນ​ຢູ່​ ເຂດ​ກາ​ຢາ - ảnh 2ທ່ານປະທານາທິບໍດີ ຕວັກກີ, Recep Tayip Erdogan (ພາບ: AFP/TTXVN)

ມະນະພະຍາຍາມສ້າງການເຈລະຈາ

ໂດຍວິຕົກກັງວົນຕໍ່ການປະທະກັນທີ່ອາດຈະປິ່ນຂັ້ນໄດຢ່າງຮ້າຍແຮງໃນຊຸມປີຈະມາເຖິງ ເມື່ອ ອິດສະລາແອັນຍູ້ແຮງບັ້ນບຸກໂຈມຕີແນ່ໃສ່ເຂດ ກາຢາ ແລະ ກຳລັງ Hamas ນາບຂູ່ຂ້າຕົວປະກັນຊາວອິດສະລາແອັນ, ປະຊາຄົມສາກົນ ພວມມານະພະຍາຍາມສ້າງການເຈລະຈາລະຫວ່າງບັນດາຝ່າຍໂດຍໄວ.

ວັນທີ 9 ຕຸລາ, ທ່ານປະທານາທິບໍດີ ເອຢິບ Abdel Fattah El-Sisi ໄດ້ມີການເຈລະຈາທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ - ອົງມົງກຸດລາດຊະກຸມມານ ອາຣັບບິ ຊາອຸດິ Mohammed Bin Salman ແລະ ປະທານາທິບໍດີ ສະຫະລັດ ອາຣັບ ເອມິເລດ (UAE) Sheikh Mohamed bin Zayed Al Nahyan ເພື່ອປຶກສາຫາລືກ່ຽວກັບວິທີການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ກາຢາ. ເອຢິບ, ອາຣັບບິ ຊາອຸດິ ແລະ UAE ແມ່ນບັນດາປະເທດທີ່ມີບົດບາດສຳຄັນໃນໂລກ ອາຣັບ ແລະ ກໍ່ພວມມີບັນດາຊ່ອງ ເຈລະຈາ ຢ່າງແທ້ຈິງ ກັບອຳນາດການປົກຄອງອິດສະລາແອັນ. ອີຣານ ແມ່ນປະເທດ ມະຫາອຳນາດໃນພາກພື້ນ ໄດ້ຮຽກຮ້ອງໃຫ້ອົງການຮ່ວມມື ອິດສະລາມ (OIC) ຕ້ອງ ຈັດຕັ້ງກອງປະຊຸມໂດຍດ່ວນເພື່ອປຶກສາຫາລືກ່ຽວກັບສະພາບການ.

ການນຳບາງປະເທດຄື: ຈີນ, ເວເນຊູເອລາ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງຢຸດຍິງ. ທ່ານປະທານາທິບໍດີ ຕວັກກີ, Recep Tayip Erdogan ໃຫ້ຮູ້ວ່າ ຕວັກກີ ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍທຸກຝ່າຍ, ອາດຈະເລີ່ມຕົ້ນດ້ວຍການແລກປ່ຽນຊະເລີຍເສິກ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ບັນດາຝ່າຍຕ້ອງຫຼີກລ້ຽງບັນດາການກະທຳ ອາດຈະເຮັດໃຫ້ສະພາບການຢູ່ ເຂດຕາເວັນອອກກາງຕົກເຂົ້າສູ່ສະພາບການບໍ່ສາມາດຟື້ນຟູໄດ້:

ນັບທັງໃນໄລຍະທີ່ຮ້າຍແຮງທີ່ສຸດ, ສິ່ງທີ່ຈຳເປັນແມ່ນຕ້ອງມີວິໄສທັດທີ່ຍາວໄກ, ຫຼີກລ້ຽງບັນດາການກະທຳບໍ່ອາດຕ່າວປິນໄດ້ ອາດຈະເຮັດໃຫ້ເປົ້າໝາຍຫົວຮຸນແຮງມີການກະທຳທີ່ຮ້າຍແຮງກ່ວາອີກ ແລະ ທຳລາຍທຸກແງ່ຫວັງໃດກ່ຽວກັບພື້ນຖານສັນຕິພາບໃນໄລຍະຍາວ.

ໃນຂະນະນັ້ນ, ບັນດາຄວາມວິຕົກກັງວົນກ່ຽວກັບວິກິດການດ້ານມະນຸດສະທຳຢູ່ເຂດ ກາຢາ ພວມຄ່ອຍໆໃຫຍ່ຂຶ້ນ. ຕາມຂໍ້ມູນຂອງອງົການປະຕິບັດງານ ແລະ ໜູນຊ່ວຍຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັດສະຕິນຢູ່ ເຂດຕາເວັນອອກ(UNRWA), ໄລ່ຮອດໝົດວັນທີ 10 ຕຸລາມີຊາວປະແລັດສະຕິນກ່ວາ 187.000 ຄົນ ຢູ່ເຂດກາຢາ ຕ້ອງປະລະເຮືອນຊານ ຊອກຫາບ່ອນພັກອາໄສທີ່ປອດໄພ ຍ້ອນການປະທະກັນເກີດຂຶ້ນໃນວົງກວ້າງ. ສະພາບການໃນປັດຈຸບັນກໍ່ເຮັດໃຫ້ບາງປະເທດຄື: ເມັກຊີໂກ, ຈີເລ, ອິນໂດເນເຊຍ ຕ້ອງຂຶ້ນແຜນການຍົກຍ້າຍປະຊາຊົນອອກຈາກເຂດກາຢາ ແລະ ບາງທ້ອງຖິ່ນຂອງ ອິດສະລາແອັນ.

ວົງການນັກສັງເກດການກໍ່ໃຫ້ຂໍ້ສັງເກດວ່າ ຖ້າມີການເຈລະຈາດ່ວນລະຫວ່າງບັນດາຝ່າຍ, ສະພາບການມະນຸດສະທຳຢູ່ເຂດ ກາຢາ ຈະສືບຕໍ່ຊົ່ວຮ້າຍລົງໃນຊຸມວັນຈະມາເຖິງ ເມື່ອການປະທະກັນປິນຂັ້ນໄດ ພ້ອມທັງເຂດກາຢາຈະສືບຕໍ່ຖືກປິດລ້ອມຢ່າງຮອບດ້ານ, ມີຄວາມສ່ຽງຖືກຕັດນ້ຳປະປາ, ຕັດໄຟຟ້າ ແລະ ແຫຼ່ງສະໜອງສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ