ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ພັນລະຍາ ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ (ໃນລະຫວ່າງວັນທີ 22 24 ມິຖຸນາ), ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ນີ້ແມ່ນການຢ້ຽມາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Yoon Suk Yeol  ໃນຖານະຕຳແໜ່ງເປັນປະທານາທິບໍດີ.
ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ - ảnh 1ທ່ານປະທານາທິບໍດີ Yoon Suk Yeol ແລະ ພັນລະຍາ
(ພາບ:An Đăng/TTXVN)

ຫວຽດນາມ ກໍ່ແມ່ນປະເທດທຳອິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ປະທານາທິບໍດີ ສ ເກົາຫຼີ ຄົນປະຈຸບັນ ມາຢ້ຽມຢາມ ນັບແຕ່ເວລາຮັບດຳລົງຕຳແໜ່ງ (ໃນວັນທີ 10 ພຶດສະພາ ປີ 2022).

    ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການທີ່ການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ ພັດທະນາຢ່າງດີງາມພິເສດໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການທູດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ແຮງງານ, ພົວພັນແລກປ່ຽນປະຊາຊົນ...

ລັກສະນະພິເສດຂອງການພົວພັນສອງຝ່າຍ

        ນ້ຳໃຈມິດຕະພາບ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໄດ້ເລີ່ມມີມາແຕ່ຫຼາຍທົດສະວັດກ່ອນ. ຜ່ານໄລຍະຂຶ້ນລົງຂອງປະຫວັດສາດ, ວັນທີ 22 ທັນວາ 1992, ຫວຽດນາມ ແລະ ສ ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປະຈຸບັນ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມຄ້າຍຄືກັນດ້ານວັດທະນະທຳ, ຄວາມສະໜິດຕິດພັນດ້ານພູມສາດ, ການໜູນຊ່ວຍເຊິ່ງກັນ ແລະ ກັນກ່ຽວກັບດ້ານເສດຖະກິດ, ພ້ອມກັນແບ່ງປັນບັນດາຜົນປະໂຫຍດຍຸດທະສາດລວມນັ້ັນ, ການພົວພັນ ຫວຽດນາມ - ສ ເກົາຫຼີ ໄດ້ພັດທະນາຢ່າງແຮງທີ່ສຸດ, ແທດຈິງ ແລະ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ.

        ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ. ໃນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທັງເປັນເສົາຄ້ຳ, ທັງເປັນກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ. ປະຈຸບັນ, ສ ເກົາຫຼີ ແມ່ນປະເທດຢືນອັນດັບທີໜຶ່ງກ່ຽວກັບການລົງທຶນໂດຍກົງເຂົ້າ ຫວຽດນາມ; ຢືນອັນດັບທີສອງກ່ຽວກັບການຮ່ວມມືພັດທະນາ (ODA), ແຮງງານ ແລະ ການທ່ອງທ່ຽວ; ຢືນອັນດັບທີສາມກ່ຽວກັບການຮ່ວມມືດ້ານການຄ້າ. ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ສຸດຂອງ ສ ເກົາຫຼີ ໃນ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເມື່ອ ສ ເກົາຫຼີ ລົງທຶນເຂົ້າ ຫວຽດນາມ, ກວມເອົາ 30% ການລົງທຶນຂອງ ສ ເກົາຫຼີ ເຂົ້າ ອາຊຽນ. ນອກຈາກນັ້ນ, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ກໍ່ກວມເອົາປະມານ 50% ຍອດວົງເງິນການຄ້າລະຫວ່າງ ສ ເກົາຫຼີ ແລະ ອາຊຽນ. ບັນດາໝາກຜົນນີ້ໄດ້ສະແດງໃຫ້ເຫັນວ່າການພົວພັນ ຫວຽດນາມ - ສ ເກົາຫຼີ ໄດ້ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ບໍ່ພຽງແຕ່ເທົ່ານັ້ນ, ຕາມທ່ານ ຫງວຽນຫວູຕູ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລ້ວ, ເລື່ອງທ່ານປະທານາທິບໍດີ Yoon Suk Yeol ເລືອກ ຫວຽດນາມ ເປັນປະເທດທຳອິດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອມາຢາມ ແລະ ເຫດການນີ້ດຳເນີນໄປພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພຽງແຕ່ 06 ເດືອນ ໄດ້ສະແດງໃຫ້ເຫັນລັກສະນະພິເສດຂອງການພົວພັນສອງຝ່າຍ. ການຢ້ຽມຢາມ ກໍ່ແມ່ນການພິສູດທີ່ມີຊີວິດຊີວາໃຫ້ເຫັນວ່າ ລັດຖະບານ ສ ເກົາຫຼີ ແລະ ທ່ານປະທານາທິບໍດີ Yoon Suk Yeol ເອງ ໄດ້ຖືການພົວພັນສອງຝ່າຍກັບ ຫວຽດນາມ ເປັນສຳຄັນ, ການພົວພັນໄດ້ຮັບການສ້າງຂຶ້ນໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ ແລະ ຜົນປະໂຫຍດປະສານກັນ.

        ສ່ວນທ່ານນາງ Oh Young Ju, ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ຫວຽດນາມ, ຖືວ່າ:

        “ຫວນຄືນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ ໄດ້ພັດທະນາຢ່າງແຮງໃນຫຼາຍຂົງເຂດ. ອາດເວົ້າໄດ້ວ່າ ສອງປະເທດໄດ້ສ້າງຕັ້ງການພົບປະແລກປ່ຽນປະຊາຊົນທີ່ສະໜິດແໜ້ນ. ພວກຂ້າພະເຈົ້າປາດຖະໜາວ່າ ໄລຍະຈະມາເຖິງ, ສ ເກົາຫຼີ ຈະພ້ອມກັບ ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານໃນທຸກດ້ານ. ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ ເກົາຫຼີ ຄັ້ງນີ້ ກໍ່ເພື່ອແນໃສ່ຝາກສານສຳຄັນ. ນັ້ນແມ່ນ, ຫວຽດນາມ ແລະ ສ ເກົາຫຼີ ຈະຕັດສິນໃຈນຳຜົນປະໂຫຍດມາໃຫ້ປະຊາຊົນ, ໃນນັ້ນ, ເອົາໃຈໃສ່ພິເສດເຖິງການພົວພັນລະຫວ່າງລຸ້ນໜຸ່ມສອງປະເທດ, ຊຸກຍູ້ການພົວພັນມຸ່ງໄປເຖິງອະນາຄົດ”.

ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ - ảnh 2ທ່ານນາງເອກອັກຄະລັດຖະທູດ Oh Young Ju
(ພາບ:baoquocte.vn)

ກຳນົດທິດການຮ່ວມມືໃນອະນາຄົດ

        ການຄ້າ ແລະ ການລົງທຶນ ແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນໃນການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານາທິບໍດີ ສ ເກົາຫຼີ. ໄປພ້ອມກັບທ່ານ ແມ່ນຄະນະນັກທຸລະກິດ ສ ເກົາຫຼີ 205 ຄົນ, ໃນນັ້ນ ມີການນຳບັນດາກຸ່ມບໍລິສັດແຖວໜ້າຄື: Samsung, SK, Hyundai, Daewoo. ຕາມທ່ານນາງເອກອັກຄະລັດຖະທູດ Oh Young Ju ແລ້ວ, ນີ້ແມ່ນຈຳນວນຕົວເລກນັກທຸລະກິດຫຼາຍທີ່ສຸດທີ່ໄປໃນການຢ້ຽມຢາມຕ່າງປະເທດຂອງທ່ານປະທານາທິບໍດີ Yoon Suk Yeol ໃນໄລຍະມໍ່ໆມານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າຂອງສອງປະເທດໄດ້ ແລະ ພວມພັດທະນາຢ່າງວ່ອງໄວ, ເປັນໜ້າປະທັບໃຈ. ທ່ານ ຫງວຽນມິນຫວູ້, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ຖືວ່າ:

        “ໃນສະພາບການເຕີບໂຕຫລຸດລົງ ແລະ ການຊຸໂຊມດ້ານເສດຖະກິດໃນປະຈຸບັນ, ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ບໍ່ສາມາດຫຼີກລ້ຽງບັນດາຜົນກະທົບຫຍໍ້ທໍ້ໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍນີ້, ປະຊາຄົມວິສາຫະກິດສອງປະເທດ ພວມຕັ້ງໜ້າຊອກຫາບັນດາກາລະໂອກາດໃໝ່ ແລະ ເງື່ອນໄຂຮ່ວມມືໃໝ່ດ້ວຍຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງການພັດທະນາຫຼາຍຢ່າງ ”.

        ກໍ່ໃນການຢ້ຽມຢາມ, ການນຳສອງປະເທດ ໄດ້ພ້ອມກັນສ້າງ ແລະ ຍົກອອກໂຄງການກະທຳເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນເອກະສານທັງມີລັກສະນະກຳນົດທິດ, ທັງແມ່ນການຫັນບັນດາເນື້ອແທ້ໃນການພົວພັນຕາມທິດເປີດກ້ວາງ ແລະ ເຮັດໃຫ້ການພົວພັນສອງຝ່າຍ ເປັນອັນລະອຽດ. ພິເສດ, ບັນດາຂໍ້ຕົກລົງທີ່ລົງນາມໃນໂອກາດນີ້ ຍັງໄດ້ນຳມາເຊິ່ງການຮ່ວມມືລະອຽດດ້ານແຮງງານ, ການລົງທຶນຂອບຂະໜາດໃຫຍ່ໃນບັນດາໂຄງການກ່ຽວກັບດ້ານພື້ນຖານໂຄງລ່າງ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການຖ່າຍທອດເຕັກໂນໂລຊີ, ພິເສດແມ່ນການຮ່ວມມືໃນຂົງເຂດກໍ່ສ້າງ ແລະ ຮັກສາບັນດາລະບົບການສະຫຼອງວັດຖຸດິບ, ແຮ່ທາດຍຸດທະສາດ.

        ອາດເວົ້າໄດ້ວ່າ ຜົນສຳເລັດຂອງການພົວພັນລະຫວ່າງ ຫວຽດນາມ - ສ ເກົາຫຼີ ໄດ້ອີງໃສ່ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຄວາມຂະຫຍັນຂັນເຄື່ອນ, ມີໄຫວພິບ, ຄວາມໝັ້ນຄົງໃນການພົວພັນດ້ານເສດຖະກິດ; ແລະ ຄວາມສະໜິດຕິດພັນຂອງການພົວພັນແລກປ່ຽນປະຊາຊົນ. ແລະ ການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງ ທ່ານປະທານາທິບໍດີ Yoon Suk Yeol ຄັ້ງນີ້ ຈະສືບຕໍ່ສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ