FPT Telecom ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ທີ່​ໜ້າປະ​ທັບ​ໃຈ

(VOVWORLD) - FPT Telecom ແມ່ນໜຶ່ງ ໃນຈຳນວນວິສາຫະກິດເຕັກໂນໂລຢີດີຈີຕອນດີເດັ່ນ 10 ແຫ່ງຂອງ ຫວຽດນາມ. ເດືອນ ເມສາ ຜ່ານມາ, ໃນຂອບເຂດງານແຂ່ງຂັນຊີງລາງວັນ ຊາວເຄວ ປີ 2023, 5 ຜະລິດຕະພັນເຕັກໂນໂລຢີຂອງ FPT Telecom ໄດ້ຮັບການຄັດເລືອກວ່າເປັນ “ມາດຕະການດີເດັ່ນຂອງຂະແໜງຊອັບແວ, ເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ”, ໃນນັ້ນ ມີ: ຊຸດແກ້ລະຫັດ FPT Play 2022, ເຮືອນຢູ່ອັດສະລິຍະ FPT Smart Home, FPT Camera Play. ບັນດາຜະລິດຕະພັນດັ່ງກ່າວ ບໍ່ພຽງແຕ່ນຳມາເຊິ່ງຄວາມສະດວກ ແລະ ເປັນປະໂຫຍດສຳລັບຜູ້ນຳໃຊ້ເທົ່ານັ້ນ, ຫາກຍັງຢັ້ງຢືນກຳລັງປະດິດຄິດສ້າງຂອງຖັນແຖວນັກວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ອີກດ້ວຍ.
 
FPT Telecom ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ທີ່​ໜ້າປະ​ທັບ​ໃຈ - ảnh 1ສຳນັກງານຂອງ FPT (ພາບ: FPT)
 

ໂດຍໄດ້ເປີດຕົວແຕ່ເດືອນກັນຍາປີ 2022 , ຊຸດແກ້ລະຫັດ FPT Play 2022 ຂອງ FPT Telecom ໄດ້ກາຍເປັນຜະລິດຕະພັນເຕັກໂນໂລຢີທີ່ໄດ້ຮັບຄວາມນິຍົມຢູ່ ຫວຽດນາມເທື່ອລະກ້າວ. ນີ້ແມ່ນອຸປະກອນນຳໜ້າຢູ່ຕະຫຼາດ ຫວຽດນາມ ທີ່ສະສົມທັງສອງ platform ເຕັກໂນໂລຢີ ໂທລະພາບ IPTV ແລະ OTT. ດ້ວຍຜະລິດຕະພັນນີ້, ຜູ້ນຳໃຊ້ຈະໄດ້ສຳຜັດຢ່າງຄົບຊຸດ, ຕໍ່ເນື່ອງ ແລະ ບໍ່ຂາດວັກຂາດຕອນການບໍລິການ FPT Play ກັບບັນດາບໍລິສັດສະໜອງການບໍລິການອິນເຕີເນັດອື່ນ. ດ້ວຍບັນດາບາດກ້າວບຸກທະລຸນັ້ນ, ຊຸດແກ້ລະຫັດ FPT Play 2022 ຈຶ່ງຄ້ວາໄດ້ລາງວັນ ຊາວເຄວ ປີ 2023 ໃນຂົງເຂດ “ ລາຍການດີຈີຕອນແລະ ການບັນເທິງເອເລັກໂຕນິກ”, ປະກອບສ່ວນຢັ້ງຢືນຈຸດຢືນນຳໜ້າກ່ຽວກັບເຕັກໂນໂລຢີໂທລະພາບ, ຂົງເຂດສະໜອງເນື້ອໃນລິຂະສິດຂອງ FPT Play. ທ່ານ ຮວ່າງຫວຽດແອັງ, ປະທານ FPT Telecom ໃຫ້ຮູ້ວ່າ:

“ເປັນຄັ້ງທຳອິດທີ່ພວກຂ້າພະເຈົ້າໄດ້ສະສົມທັງ 2 ເຄື່ອງບັນທຶກເຂົ້າອຸປະກອນໜຶ່ງດຽວ.  ແລະ ເຄື່ອງນີ້ ຊ່ວຍໃຫ້ລູກຄ້າມີການຊົມໃຊ້ການບໍລິການແບບລຸລ່ວງ. ເປັນປົກກະຕິ,  ແລະ ເປັນເຈົ້າການໃນການເລືອກເອົາບໍ່ວ່າຮູບການໃດທີ່ເຂົາເຈົ້າຕ້ອງການ”.

FPT Telecom ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ທີ່​ໜ້າປະ​ທັບ​ໃຈ - ảnh 2ທ່ານ ຮວ່າງຫວຽດແອັງ, ຜູ້ອຳນວຍການໃຫຍ່ FPT Telecom (ພາບ: FPT)

ໂດຍກໍໄດ້ຮັບລາງວັນ ຊາວເຄວ 2023, ມາດຕະການເຮືອນຢູ່ອັດສະລິຍະ FPT Smart Homeກໍ່ໄດ້ຮັບການເຊີດຊູວ່າ ເປັນມາດຕະການດີເດັ່ນຂອງຂະແໜງຊອບແວ, ເຕັກໂນໂລຢີດີຈີຕອນ ຫວຽດນາມ. ປັດຈຸບັນ,  ມາດຕະການນີ້ ໄດ້ຮັບຄວາມສົນໃຈຢ່າງຕັ້ງໜ້າຈາກຜູ້ນຳໃຊ້, ຍ້ອນໄດ້ນຳມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງຄື: ຫຼຸດຜ່ອນຂັ້ນຕອນເປີດເຄື່ອງລົງ, ມຸ່ງໄປເຖິງການເຊື່ອມຕໍ່ແບບບໍ່ມີສາຍ, ບັນຊາດ້ວຍສຽງເວົ້າ ແລະ ຫັນການຊົມໃຊ້ເປັນອັດຕະໂນມັດທີ່ດີທີ່ສຸດ ດ້ວຍເຕັກໂນໂລຢີປັນຍາປະດິດ (AI).

ໃນຈຳນວນບັນດາຜະລິດຕະພັນທີ່ສ້າງຜົນສຳເລັດໃຫ້ FPT Telecom ນັ້ນ, FPT Camera Play ກໍແມ່ນຜະລິດຕະພັນດີເດັ່ນຂອງຂະແໜງຊອັບແວ, ເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ. FPT Camera Play ແມ່ນກ້ອງວົງຈອນປິດລຸ້ນໃໝ່, ທັງຊ່ວຍຕິດຕາມແບບອັດສະລິຍະ ທັງເປັນເຄື່ອງເຕັກໂນໂລຢີປະດັບປະດາໄດ້. ໄປຄຽງຄູ່ກັນນັ້ນ, FPT Camera Play ສາມາດຕິດຕັ້ງໄດ້ຢ່າງງ່າຍດາຍ, ເໝາະສົມກັບການຕິດຕັ້ງຢູ່ຫຼາຍບ່ອນທີ່ແຕກຕ່າງກັນ, ກໍ່ສາມາດເຄື່ອນຍ້າຍໄດ້ຢ່າງງ່າຍດາຍ. ພິເສດ, ດ້ວຍຄຸນສົມບັດ AI ຫຼ້າສຸດ ແມ່ນການຢັ້ງຢືນໃບໜ້າຂອງຜູ້ແປກໜ້າກັບຄົນຄຸ້ນເຄີຍ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ຜູ້ນຳໃຊ້ ຍ້ອນມີຄວາມຊັດເຈນສູງ. ທ່ານ ຮວ່າງຫວຽດແອັງ, ປະທານ FPT Telecom ແບ່ງປັນວ່າ:

“ການຫັນເປັນດີຈີຕອນພວມດຳເນີນຢ່າງແຮງ. ພວກຂ້າພະເຈົ້າມີທ່າໄດ້ປຽບ ນັ້ນແມ່ນ ມີລູກຄ້ານັບລ້ານຄົນກຳລັງນຳໃຊ້ການບໍລິການຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າເຂົ້າໃຈຕໍ່ຄວາມຕ້ອງການຂອງລູກຄ້າແມ່ນຫຍັງ. ຜ່ານນັ້ນ, ພວກຂ້າພະເຈົ້າກໍ່ໝູນໃຊ້ເຕັກໂນໂລຢີດີຈີຕອນທີ່ທັນສະໄໝທີ່ສຸດ, ເຊິ່ງສາມາດຊ່ວຍພວກຂ້າພະເຈົ້າເພີ່ມທະວີການເຊື່ອມຕໍ່ກັບລູກຄ້າໄດ້”

ຊຸດແກ້ລະຫັດ FPT Play 2022, ມາດຕະການເຮືອນອັດສະລິຍະ FPT Smart Home, FPT Camera Play ພຽງແຕ່ແມ່ນ 3 ໃນຈຳນວນຜະລິດຕະພັນຊອັບແວຫຼາຍຢ່າງຂອງ FPT Telecom ເທົ່ານັ້ນ. ຈາກບັນດາຜົນສຳເລັດນີ້, ໃນໄລຍະຕໍ່ໄປ,  FPT Telecom ຈະຍູ້ແຮງການລົງທຶນເຂົ້າໃນບັນດາໂຄງການຄົ້ນຄວ້າພັດທະນາເພື່ອເພີ່ມທະວີ ການໝູນໃຊ້ບັນດາຜະລິດຕະພັນການບໍລິການດີຈີຕອນ, ຍົກສູງຄຸນນະພາບການຮັບໃຊ້ຜູ້ຊົມໃຊ້ຢູ່ພາຍໃນປະເທດ ແລະ ມຸ່ງໄປສູ່ຕະຫຼາດຕ່າງປະເທດ. ທ່ານ ຮວ່າງນາມຕ້ຽນ, ອະດີດປະທານ FPT Telecom ໃຫ້ຮູ້ວ່າ:

“ພວກເຮົາ ບໍ່ພຽງແຕ່ຈະສົ່ງອອກບັນດາຜະລິດຕະພັນ ເຊິ່ງ ຫວຽດນາມ ພວມກຳລັງຜະລິດ, ບໍ່ພຽງແຕ່ສົ່ງອອກເຂົ້າສານ, ກຸ້ງ, ຜັກພືດເທົ່ານັ້ນ, ພວກເຮົາຍັງຈະເຮັດໄດ້ດີກວ່ານີ້, ຫຼາຍກວ່ານີ້ອີກ. ຂ້າພະເຈົ້າຢາກເວົ້າເຖິງພູມປັນຍາຂອງຊາວ ຫວຽດນາມ. ປັດຈຸບັນ, ພວກເຮົາບໍ່ພຽງແຕ່ເວົ້າເຖິງການສົ່ງອອກເທົ່ານັ້ນ, ຫາກຍັງຕ້ອງເວົ້າເຖິງການ “ພິຊິດ” ອີກດ້ວຍ. ພວກຂ້າພະເຈົ້າມີຖັນແຖວພະນັກງານນຳໜ້າ, ມີຜູ້ສ້າງໂປແກຼມນັບພັນຄົນ. ພວກຂ້າພະເຈົ້າຈະພິຊິດບັນດາເປົ້າໝາຍໄກກວ່າ”.

ບັນດາຜະລິດຕະພັນຊອັບແວຂອງຖັນແຖວນັກວິສະວະກອນ FPT Telecom ພວມປະກອບສ່ວນເຂົ້າໃນຄວາມມານະພະຍາຍາມເຫຼົ່ານັ້ນ, ພ້ອມດຽວກັນນັ້ນ ກໍຄ່ອຍໆຢັ້ງຢືນທີ່ຕັ້ງຂອງບັນດາຜະລິດຕະພັນ MAKE IN VIET NAM ໃນເວທີພູມປັນຍາທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ