Getfly CMR– ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​​ໃນ​ການຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - Customer Relationship Management (CRM) ແມ່ນຍຸດທະສາດບໍລິຫານການພົວພັນກັບລູກຄ້າ, ເຊິ່ງເປັນປັດໄຈທີ່ສຳຄັນໃນຜົນສຳເລັດຂອງວິສາຫະກິດ. ເພື່ອບໍລິຫານການພົວພັນກັບລູກຄ້າຢ່າງມີປະສິດທິຜົນ, CRM ແມ່ນວິທີການແກ້ໄຂທີ່ດີທີ່ບໍ່ສາມາດຂາດໄດ້. ໂດຍຮ່ວມເດີນທາງກັບລັດຖະບານໃນໂຄງການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊຸກຍູ້ການເຕີບໂຕຢ່າງຮອບດ້ານ, ບໍລິສັດເຕັກໂນໂລຢີ Getfly ຫວຽດນາມ ແມ່ນຫົວໜ່ວຍນຳໜ້າ ພ້ອມກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນທ່າຫັນເປັນດີຈີຕອນ, ສະໜອງມາດຕະການ CRM, ຊ່ວຍວິສາຫະກິດປະສົບຜົນສຳເລັດ ແລະ ບັນລຸການເຕີບໂຕແບບຍືນຍົງ.

Getfly CMR– ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​​ໃນ​ການຫັນ​ເປັນ​ດີ​ຈີ​ຕອນ - ảnh 1ພາບປະກອບ:  getfly.vn
 
 

ໂດຍແມ່ນຊອບແວ Make in Vietnam ເຊິ່ງໄດ້ສ້າງຂຶ້ນໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມນິຍົມຂອງຜູ້ບໍລິໂພກ, Getfly CMR ມີໜ້າຈໍທີ່ໄດ້ອອກແບບຢ່າງມີວິທະຍາສາດ, ເບິ່ງງ່າຍ ແລະ ນຳໃຊ້ໄດ້ງ່າຍ, ຊ່ວຍວິສາຫະກິດ ຫວຽດນາມ ຫຼຸດພົ້ນອອກຈາກຮົ້ວກີດຂວາງ ເມື່ອເຂົ້າຊອບແວເຕັກໂນໂລຢີນີ້. ພ້ອມທັງ ດ້ວຍລັກສະນະທີ່ີມີໄຫວພິບ, Getfly CMR ອາດສາມາດຕອບສະໜອງຕາມຄວາມເໝາະສົມກັບທຸກຮູບແບບດຳເນີນທຸລະກິດ ແລະ ຄວາມຕ້ອງການນຳໃຊ້ສະເພາະຂອງວິສາຫະກິດ.

ມີກວ່າ 200 ຂະແໜງອາຊີບ, ກ່ວາ 4.000 ວິສາຫະກິດ ພວມນຳໃຊ້ Getfly CMR ແມ່ນຕົວເລກທີ່ໜ້າປະທັບໃຈໃຫ້ແກ່ທັງໄລຍະທາງແຫ່ງຄວາມມານະພະຍາຍາມຂອງ Getfly ຫວຽດນາມ ໃນໄລຍະຜ່ານມາ. Getfly ຫວຽດນາມ ຍາມໃດກໍ່ມານະພະຍາຍາມນຳມາດຕະການແກ້ໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດໃນວິວັດການບໍລິຫານ, ເຄື່ອນໄຫວດຳເນີນວິສາຫະກິດແບບອັດຕະໂນມັດ. ໂດຍແບ່ງປັນກ່ຽວກັບວິວັດການຫັນເປັນດີຈີຕອນໃຫ້ແກ່ວິສາຫະກິດ SMEs ນັບພັນແຫ່ງ, ທ່ານ ຫງວຽນຮຸຍຮວ່າງ, CEO & Co Founder Getfly CRM ໃຫ້ຮູ້ວ່າ:

ບໍ່ແມ່ນຜູ້ໃດທີ່ມີວິຊາສະເພາະກໍ່ຈະຮູ້ວິທີການບໍລິຫານ, ຮູ້ສ້າງຊ່ອງທາງ KPI. ເຄື່ອງມື, Getfly ອາດຈະຊ່ວຍຄຸ້ມຄອງ ຂໍ້ມູນຂອງລູກຄ້າຢ່າງງ່າຍດາຍ, ສ້າງກຳລັງໜູນໃຫ້ແກ່ພະນັກງານໃນບໍລິສັດ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນຄຸນຄ່າໃຫຍ່ທີ່ສຸດ ເຊິ່ງ Getfly ນຳມາໃຫ້ການຕະຫຼາດ.

ໃນສັງກາດ ດີຈີຕອນຂອງພື້ນຖານເສດຖະກິດ, ຄວາມຕ້ອງການກ່ຽວກັບມາດຕະການເຕັກໂນໂລຢີສົມທົບກັບການເຄື່ອນໄຫວຂອງວິສາຫະກິດໃນພື້ນຖານທີ່ໄດ້ສ້າງກຳລັງໜູນເພື່ອໃຫ້ບັນດາວິສາຫະກິດເລືອກເຟັ້ນ ແລະ ລົງທຶນມາດຕະການ CRM. ການ Startup ປະສົບຜົນສຳເລັດດ້ວຍມາດຕະການ Getfly CRM, Getfly ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງໃນຕະຫຼາດ. ທ່ານ ຫງວຽນຮຸຍຮວ່າງ ໃຫ້ຮູ້ວ່າ:

ໃນຕະຫຼາດ ມີຫຼາຍວິສາຫະກິດເຕັກໂນໂລຢີສະໜອງມາດຕະການ CRM ແຕ່ເຂົາເຈົ້າພຽງແຕ່ສຸມໃສ່ເຂົ້າ 2 ປັດໄຈ: ປັດໄຈຄຸ້ມຄອງຂໍ້ມູນຂ່າວສານ, Marketing, ກໍ່ຄືບາງວິສາຫະກິດສຸມໃສ່ປັດໄຈ KPI. ແຕ່ສຳລັບ Getfly CRM, 3 ປັດໄຈນີ້ ສົມທົບກັນໃນໜຶ່ງຊອບແວທີ່ມີມາດຕະການແກ້ໄຂທີ່ຫາຍາກໃນຕະຫຼາດ, ພິເສດແມ່ນມີລະດັບຄ່າໃຊ້ຈ່າຍທີ່ເໝາະສົມກັບວິສາຫະກິດ ຫວຽດນາມ. ນີ້ແມ່ນສາຍເຫດທີ່ພວກຂ້າພະເຈົ້າໄດ້ຮັບການຍອມຮັບຈາກຕະຫຼາດ.

Getfly CMR– ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​​ໃນ​ການຫັນ​ເປັນ​ດີ​ຈີ​ຕອນ - ảnh 2ທ່ານ ຫງວຽນຮຸຍຮວ່າງ ປະທານ ແລະ ຜູ້ປະດິດສ້າງ Getfly (ພາບ: Getfly CRM)

ບັນດາມາດຕະການປະສົມຂອງ Getfly CRM ໄດ້ຊ່ວຍໃຫ້ບັນດາວິສາຫະກິດມີການເຄື່ອນໄຫວຢ່າງມີປະສິດທິຜົນກວ່າ. Getfly CRM ໜູນຊ່ວຍບັນດາວິວັດການ Marketing, ຂາຍເຄື່ອງແບບອັດຕະໂນມັດຢ່າງເປັນມືອາຊີບ… ບັນດາມາດຕະການນີ້ຊ່ວຍໃຫ້ວິສາຫະກິດ ມີການເຄື່ອນໄຫວຢ່າງສະດວກ, ປະຢັດເວລາປະມານ 2 – 3 ຊົ່ວໂມງ/ວັນ ແຕ່ລາຍຮັບຍັງເພີ່ມຂຶ້ນ. ນາງ ບຸຍທິຮວ່າງລານ, ເຈົ້າຂອງວິສາຫະກິດແຫ່ງໜຶ່ງຢູ່ຮ່າໂນ້ຍ ແບ່ງປັນວ່າ:

ພວກຂ້າພະເຈົ້າຮູ້ສຶກເພິ່ງພໍໃຈກັບການຫັນເປັນດີຈີຕອນຜ່ານມາດຕະການດີຈີຕອນ Getfly CRM. ໃນເມື່ອກ່ອນພວກຂ້າພະເຈົ້າມີການເຄື່ອນໄຫວທີ່ບໍ່ສະດວກປານໃດ, ນັບແຕ່ການເຮັດປ້າຍຊື່, ຄູ່ມື, file excel… ແຕ່ວ່າປັດຈຸບັນ, ທຸກຂໍ້ມູນດັ່ງກ່າວນັ້ນ ໄດ້ຮັກສາໄວ້ໃນລະບົບບໍລິຫານ CRM, ມີຄວາມສະດວກ ແລະ ມີການຄຸ້ມຄອງຢ່າງມີປະສິດທິຜົນທີ່ສຸດ.

ປັດຈຸບັນ, Getfly ພວມຍົກອອກຍຸດທະສາດໃໝ່ແມ່ນ Mobile First. ແທນທີ່ຕິດພັນກັບຄອມພິວເຕີ, ໃນອະນາຄົດບັນດາວິສາຫະກິດຈະຖືຊອບແວບໍລິຫານວິສາຫະກິດ CRM ຄ້າຍຄືກັນກັບແອັບຕ່າງໆ, ມີການນຳໃຊ້ຢ່າງງ່າຍດາຍໃນໂທລະສັບຢູ່ທຸກບ່ອນ, ທຸກເວລາ. ດ້ວຍການລົງທຶນຢ່າງມີແບບມີແຜນໃນຕະຫຼອດໄລຍະຜ່ານມາ, ໂປແກຼມ Getfly CRM ຕາມຮູບແບບ Mobile App ຈະສ້າງທ່າໄດ້ປຽບໃນການແກ້ງແຍ້ງ ແລະ ນຳມູນຄ່າທີ່ໃຫຍ່ຫຼວງມາໃຫ້ວິສາຫະກິດ. ທ່ານ ຫງວຽນຮຸຍຮວ່າງ ປະທານ ແລະ ຜູ້ປະດິດສ້າງ Getfly ກ່າວວ່າ: 

ນັບແຕ່ເວລາສ້າງຕັ້ງ, ຂ້າພະເຈົ້າຍາມໃດກໍ່ໄດ້ມີຄວາມຫວັງຢາກຜະລິດຊອບແວທີ່ສາມາດຂາຍໄດ້ໃນທົ່ວໂລກ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການລົງທຶນດ້ານເຕັກໂນໂລຢີກ່ຽວກັບການກຳນົດທິດຄືແນວນັ້ນ ພວກຂ້າພະເຈົ້າຈະມີທີ່ຕັ້ງທີ່ດີໃນອະນາຄົດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜະລິດຕະພັນຂອງ Getfly ຈະມີໜ້າໃນທຸກຕະຫຼາດໃນໂລກ, ຢັ້ງຢືນໄດ້ມູນຄ່າຂອງຜະລິດຕະພັນເຕັກໂນໂລຢີຂອງ ຫວຽດນາມ.

ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນ, ແມ່ນໂອກາດບຸກທະລຸໃຫ້ແກ່ຫວຽດນາມ ເວົ້າລວມ ແລະ ວິສາຫະກິດເວົ້າສະເພາະ ໃນການປະຕິວັດອຸດສາຫະກຳຄັ້ງທີ 4, ຫຼີກລ້ຽງຄວາມສ່ຽງຫຼ້າຫຼັງ. ດ້ວຍການປະກອບສວ່ນຂອງຕົນໃນພາລະກິດແຫ່ງການຮ່ວມເດີນທາງພ້ອມກັບວິສາຫະກິດ ຫວຽດນາມ ໃນການຫັນເປັນດີຈີຕອນ, Getfly ຫວຽດນາມ ໄດ້ຢັ້ງຢືນ ແລະ ຍາດໄດ້ຫຼາຍລາງວັນທາງດ້ານເຕັກໂນໂລຢີດີຈີຕອນ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ