ຂີດ​ໝາຍ​ດ້ານ​ກະ​ຈາຍ​ສຽງ​ໃນ​​ຈິດໃຈ​ຜູ້​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ

(VOVWORLD) - ເປັນຄັ້ງທຳອິດທີ່ວິທະຍຸກະຈາຍສຽງຫວຽດນາມ(VOV)ຈັດການເສັງຂຽນດ້ວຍຫົວຂໍ້ “ວິທະຍຸກະຈາຍສຽງໜຶ່ງສະຕະວັດຮັບໃຊ້ວຽກງານຖະແຫຼງຂ່າວການບັນເທິງແລະການສຶກສາ” ໃຫ້ສຳລັບຜູ້ຟັງໃນທົ່ວປະເທດຜ່ານບົດເຂົ້າຮ່ວມການເສັງນັບຮ້ອຍບົດບັນດາຜູ້ຟັງໄດ້ສະແດງຄວາມຮັກແພງຄວາມເຄົາລົບນັບຖືຕໍ່ຂະແໜງກະຈາຍສຽງພ້ອມດຽວກັນນັ້ນກໍຊ່ວຍຢັ້ງຢືນທີ່ຕັ້ງບົດບາດສຳຄັນຂອງວິທະຍຸກະຈາຍສຽງໃນຈິດໃຈຂອງຜູ້ຟັງແຕ່ລະຄົນ.

ບັນດາບົດທີ່ສົ່ງເຂົ້າຮ່ວມການເສັງຕ່າງກໍສະແດງຄວາມຮັກແພງຂອງຜູ້ຟັງທີ່ມີຕໍ່ວິທະຍຸກະຈາຍສຽງ, ເຊື່ອໝັ້ນຕໍ່ຂ່າວຂອງວິທະຍຸກະຈາຍສຽງ. ໃນບົດເສັງຂອງເພື່ອນເລື່ອງງອກແອັງຢູ່ນະຄອນໂຮ່ຈີມິນ, ເພື່ອນຖືວ່າວິທະຍຸກະຈາຍສຽງຄືດັ່ງສິດອຳນາດພິເສດ, ນັ້ນແມ່ນພະລັງສິດອຳນາດຂອງສຽງເວົ້າ. ສຳລັບເພື່ອນເລື່ອງງອກແອັງ, ຜ່ານບັນດາລາຍການ, ຜູ້ຟັງສາມາດຮູ້ສຶກໄດ້ວ່າຜູ້ເຮັດລາຍການກະຈາຍສຽງຍາມໃດກໍສຸດຈິດສຸດໃຈ, ລະມັດລະວັງແຕ່ມີການປ່ຽນໃໝ່ແລະພິຊິດຜູ້ຟັງມາຕະຫຼອດ.

 “ເມື່ອໄປຊ້ອມຮົບ, ເຄື່ອນທັບເຂົ້າໄປເລິກໃນປ່າໃນແຕ່ລະເທື່ອ, ພວກຂ້າພະເຈົ້າໄດ້ຟັງວິທະຍຸ, ໄດ້ຟັງສຽງຂອງໂຄສົກວິທະຍຸກະຈາຍສຽງຫວຽດນາມ. ສຳລັບຂ້າພະເຈົ້າແລ້ວ, ນັ້ນແມ່ນກຳລັງໜູນແລະຄວາມເຊື່ອໝັ້ນຊ່ວຍໃຫ້ຂ້າພະເຈົ້າສາມາດສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີທີ່ສຸດ. ປັດຈຸບັນ, ຢູ່ກົມກອງຂອງຂ້າພະເຈົ້າຍັງຄົງປະຕິບັດການຮັບຟັງລາຍການກະຈາຍສຽງຢ່າງເຂັ້ມງວດ, ຕອນເຊົ້າແຕ່ 5 ໂມງ 30 ຫາ 6 ໂມງ 30, ຕອນຄ່ຳແຕ່ 21 ໂມງ - 21 ໂມງ 30. ດັ່ງນັ້ນ, ວິທະຍຸແລະສຽງຂອງບັນດາໂຄສົກ VOV ໄດ້ຝັງເລິກຢູ່ໃນຈິດໃຈ ແລະນຳມາເຊິ່ງຄວາມຮູ້ຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າໃນແຕ່ລະມື້”.

ຂີດ​ໝາຍ​ດ້ານ​ກະ​ຈາຍ​ສຽງ​ໃນ​​ຈິດໃຈ​ຜູ້​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ - ảnh 1ຄະນະຈັດຕັ້ງການເສັງມອບລາງວັນທີ 3 ໃຫ້ແກ່ເພື່ອນ ດິງທູຮັ່ງ

ສ່ວນສຳລັບເພື່ອນດິງທູຮັ່ງຜູ້ຍາດໄດ້ລາງວັນທີ 3 ໃນການເສັງດັ່ງກ່າວ, ໃນບົດຂຽນຂອງຕົນ, ເພື່ອໄດ້ມີການຕີລາຄາກ່ຽວກັບບົດບາດ, ໜ້າທີ່ຂອງວິທະຍຸກະຈາຍສຽງໃນການຖະແຫຼງຂ່າວ, ການບັນເທິງ ແລະການສຶກສາຈາກມູມມອງຂອງຜູ້ຄົ້ນຄວ້າລົງເລິກແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທະຍຸກະຈາຍສຽງ; ພ້ອມທັງ, ເຊີດຊູບັນດາຄຸນຄ່າທາງດ້ານຈິດໃຈທີ່ມີຕໍ່ຊີວິດເຊິ່ງວິທະຍຸກະຈາຍສຽງໄດ້ນຳມາໃຫ້.

ຂ້າພະເຈົ້າເລືອກຮູບພາບການໄຫຼຂອງຄື້ນສຽງ ຂອງລາຍການກະຈາຍສຽງເໝືອນດັ່ງແມ່ນ້ຳທີ່ໄດ້ຫົດນ້ຳໃຫ້ທົ່ງນາ, ຕົ້ນໄມ້ໃບຫຍ້າແລະຊີວິດຂອງມະນຸດໃຫ້ອຸດົມສົມບູນຂຶ້ນຕື່ມ. ບັນດາລາຍການກະຈາຍສຽງນັ້ນໄດ້ເສີມສ້າງໃຫ້ແກ່ຊີວິດທາງດ້ານຈິດໃຈຂອງພວກເຮົາ. ສຳລັບຂ້າພະເຈົ້າ, ວິທະຍຸກະຈາຍສຽງຫວຽດນາມຍາມໃດກໍແມ່ນສະຖານທີ່ທີ່ຂ້າພະເຈົ້າຝາກຝັງຄວາມເຊື່ອໝັ້ນແລະຍາມໃດກໍຄອງຄອຍບັນດາບາດກ້າວພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມໃນໄລຍະທີ່ຈະເຖິງ”.

ຂີດ​ໝາຍ​ດ້ານ​ກະ​ຈາຍ​ສຽງ​ໃນ​​ຈິດໃຈ​ຜູ້​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ - ảnh 2ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ມອບລາງວັນພິເສດ

ຕາມການແບ່ງປັນນຂອຜູ້ຟັງຫຼາຍທ່ານທີ່ໄດ້ເຂົ້ຮ່ວມການເສັງແລ້ວ, ວິທະຍຸກະຈາຍສຽງ ເວົ້າລວມແລະວິທະຍຸກະຈາຍສຽງຫວຽດນາມເວົ້າສະເພາະ ຍາມໃດກໍເປັນເພື່ອນທີ່ສະໜິດສະໜົມໃນຊີວິດ. ໃນຕະຫຼອດໄລຍະ 50 ກວ່າປີຜ່ານມາ, ທ່ານນາງ ດັ້ງຢ້ຽວຮ່າ (ນາມປາກກາຮວ່າຍເຮືອງ, ຢູ່ນະຄອນໂຮ່ຈີມິນ) ໄດ້ຮັບຟັງລາຍການກະຈາຍສຽງຂອງVOVເປັນປະຈຳ, ໄດ້ເຫັນປະຈັກຕາການປ່ຽນແປງ ແລະພັດທະນາຂອງVOV ຜ່ານຫຼາຍໄລຍະ, ສະນັ້ນອາລົມຈິດຄວາມຮັກແພງ ໄດ້ສ່ອງແສງໃນບົດເສັງຂອງທ່ານນາງທີ່ມີຫົວຂໍ້VOV - ເພື່ອນທີ່ສະໜິດສະໜົມຂອງຂ້ອຍ”. ບົດເສັງຍາດໄດ້ລາງວັນພິເສດດ້ວຍລາງວັນແມ່ນການໄປທ່ອງທ່ຽວຢ້ຽມຢາມອິນໂດເນເຊຍໂດຍສະຖານທູດອິນໂດເນເຊຍປະຈຳຫວຽດນາມອຸປະຖຳ. ທ່ານນາງດັ້ງຢ້ຽວຮ່າແບ່ງປັນວ່າ:

ຂ້າພະເຈົ້າໄດ້ຟັງວິທະຍຸ VOV ມາໄດ້ຫຼາຍກວ່າເຄິ່ງສະຕະວັດແລ້ວ. VOVໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຮັກມັກກັບສິລະປະວັນນະຄະດີ, ຂ້າພະເຈົ້າແອບຮ້ອງເພງຜ່ານບັນດາລາຍການສອນຮ້ອງເພງຂອງVOV. ຂ້າພະເຈົ້າໄດ້ກຳເນີດໃນປາງສົງຄາມ, ກ່ອນປີ 1975. ໃນຄາວນັ້ນ, ລາຍການກ່ຽວກັບວິທະຍາສາດທົ່ວໄປຂອງວິທະຍຸໄດ້ບອກສອນທັກສະຕ່າງໆໃຫ້ແກ່ລຸ້ນໜຸ່ມພວກຂ້າພະເຈົ້ານັບແຕ່ວິທີປະຖົມພະຍາບານເບື້ອງຕົ້ນ, ການປິ່ນປົວສຸກເສີນເມື່ອຖືກບາດເຈັບ, ຈົມນ້ຳ... ນັ້ນແມ່ນຄວາມຮູ້, ແມ່ນເນື້ອໃນທີ່ປະທັບໃຈສຳລັບຂ້າພະເຈົ້າຈົນຮອດປັດຈຸບັນ”.

ໂດຍເປັນຄັ້ງທຳອິດທີ່ VOV ຈັດການເສັງສຳລັບຜູ້ຟັງ, ເລື່ອງມີຜູ້ຟັງຫຼາຍຄົນເຂົ້າຮ່ວມການເສັງນັ້ນໄດ້ຊີ້ໃຫ້ເຫັນວ່າວິທະຍຸກະຈາຍສຽງຍາມໃດກໍມີທີ່ຕັ້ງພິເສດໃນໃຈຂອງຜູ້ຟັງ. ທ່ານນາງຫວູທິຕວຽດມາຍ, ຫົວໜ້າພະແນກວັດທະນະທຳສັງຄົມ (VOV2), ວິທະຍຸກະຈາຍສຽງຫວຽດນາມ, ສະມາຊິກໃນຄະນະກຳມະການການເສັງດັ່ງກ່າວໃຫ້ຮູ້ວ່າ:

ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອເຫັນວ່າ ໃນບັນດາບົດເຂົ້າຮ່ວມການເສັງ, ຜູ້ຂຽນໄດ້ເວົ້າເຖິງແຕ່ລະຄໍລຳ, ແຕ່ລະຄະນະບັນນາທິການທີ່ໄດ້ຕິດພັນກັບເຂົ້າເຈົ້າມາຫຼາຍປີ, ຊ້ຳບໍ່ໜຳ, ໃນແຕ່ລະໄລຍະຂອງຊີວິດທີ່ຫຍຸ້ງຍາກຂອງເຂົາເຈົ້າຫຼືໃນໄລຍະເຂົາຮ່ຳຮຽນນັ້ນ ກໍ່ສາມາດຮັບເອົາຄວາມຮູ້ຈາກບັນດາລາຍການລະອຽດຂອງ VOV”.

ຜ່ານການເສັງຄັ້ງນີ້, VOV ຍິ່ງມີຄວາມເອກອ້າງທະນົງໃຈຍ້ອນນ້ຳໃຈຄວາມຮັກແພງເຊິ່ງຜູ້ຟັງໄດ້ສະຫງວນໃຫ້ແກ່ວິທະຍຸກະຈາຍສຽງແລະຜູ້ຜະລິດລາຍການກະຈາຍສຽງ. ບັນດາບົດທີ່ສົ່ງເຂົ້າຮ່ວມການເສັງໄດ້ຊີ້ໃຫ້ເຫັນວ່າ, ຂະແໜງວິທະຍຸກະຈາຍສຽງໄດ້ນຳມາເຊິ່ງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຟັງ. ຈາກນັ້ນ, ບັນນາທິການ, ໂຄສົກ, ນັກຂ່າວຂອງ VOV ກໍ່ຈະຍິ່ງມີຄວາມມານະພະຍາຍາມ, ມີແນວຄວາມຄິດຫົວຄິດປະດິດສ້າງເພື່ອຜະລິບັນດາລາຍການທີ່ມີຄຸນນະພາບ, ຈັບໃຈ, ກາເປັນເພື່ອນຮ່ວມເດີນທາງທີ່ສະໜິດສະໜົມຂອງຜູ້ຟັງໃນທົ່ວປະເທດແລະສາກົນໃນຊຸມປີທີ່ຈະເຖິງ./.

ເສັງ, ຜູ້ຂຽນໄດ້ເວົ້າເຖິງແຕ່ລະຄໍລຳ, ແຕ່ລະຄະນະບັນນາທິການທີ່ໄດ້ຕິດພັນກັບເຂົ້າເຈົ້າມາຫຼາຍປີ, ຊ້ຳບໍ່ໜຳ, ໃນແຕ່ລະໄລຍະຂອງຊີວິດທີ່ຫຍຸ້ງຍາກຂອງເຂົາເຈົ້າຫຼືໃນໄລຍະເຂົາຮ່ຳຮຽນນັ້ນ ກໍ່ສາມາດຮັບເອົາຄວາມຮູ້ຈາກບັນດາລາຍການລະອຽດຂອງ VOV”.

ຕອບກັບ

ຂ່າວ/ບົດ​ອື່ນ