ທຸ​ງ​ພັກ ​ຢູ່​ຕີນ​ພູ ກາ​ໄດ

(VOVWORLD) - ຊຸມປີ 1960 ຫາປີ 1969, ຊາວເຜົ່າຈຶດ 18 ຄົນຈາກແຂວງກ໋ວາງບິ່ງໄດ້ຜ່ານປ່າລຸຍນ້ຳໄປສ້າງຖິ່ນຖານຄົງທີ່ຢູ່ເຂດພູຜາປ່າໄມ້ເມືອງເຮືອງເຄແຂວງຮ່າຕິງໃນການລາດຕະເວນຢູ່ເຂດຊາຍແດນທະຫານປ້ອງກັນຊາຍແດນແຂວງຮ່າຕິງໄດ້ພົບເຫັນແລະຂົນຂວາຍເຂົາເຈົ້າກັບເມືອດຳລົງຊີວິດຢູ່ບ້ານຢ່າງ (ຕາແສງເຮືອງເລິມ). ປີ 1991, ແຂວງຮ່າຕິງໄດ້ສ້າງບ້ານຢູຕີນພູກາໄດ (ຕາແສງເຮືອງລຽນເມືອງເຮືອງເຄເພື່ອໃຫ້ພໍ່ແມ່ປະຊາຊົນຊາວເຜົ່າຈຶດ ສ້າງການດຳລົງຊີວິດທີ່ເປັນປົກກະຕິນັບແຕ່ນັ້ນມາຮອດປັດຈຸບັນຊາວເຜົ່າຈຶດໄດ້ເລີ່ມກ້າວເດີນບົນເສັ້ນທາງໃໝ່ໂດຍທະຫານສອນໃຫ້ເວົ້າຂຽອ່ານຕົວໜັງສືສອນວິທີການປູກເຂົ້າມັນດ້າງ…. ແລະຢູຕີນພູກາໄດຊາວເຜົ່າຈຶດທີ່ດຳລົງຊີວິດຢູ່ຖ້ຳຫີນ
ທຸ​ງ​ພັກ ​ຢູ່​ຕີນ​ພູ ກາ​ໄດ - ảnh 1ທຸງພັກ ຢູ່ຕີນພູ ກາໄດ (ພາບ: ຟ້າມຕຽນ)

ພາຍຫຼັງ 30 ປີທີ່ພົ້ນຈາກການດຳລົງຊີວິດແບບເລື່ອນລອຍ ປັດຈຸບັນ, ວົງຄະນະຍາດຊາວເຜົ່າຈຶດ ມີການດຳລົງຊີວິດແບບຄົງທີ່ຢູ່ບ້ານ ຣ່າວແຈ, ຮ່ຳຮຽນວິທີການເຮັດໄຮ່, ເຮັດນາ, ປູກຝັງ, ລ້ຽງສັດ. ບາດລ້ຽວໃຫຍ່ທີ່ສຸດສຳລັບວົງຄະນະຍາດຊາວເຜົ່າຈຶດ ນັ້ນແມ່ນ ໃນປີ 2017, ຜູ້ທີ່ດີເດັ່ນຂອງຊາວເຜົ່າຈຶດ ຢູຕີນພູ ກາໄດ ໄດ້ຂຽນໃບຂໍເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ແລະ ສ້າງຕັ້ງໜ່ວຍພັກ ບ້ານຣ່າວແຈ (ຕາແສງ ເຮືອງລຽນ, ເມືອງ ເຮືອງເຄ, ແຂວງຮ່າຕິງ). ທ່ານນາງ ໂຮ່ນາມ (ເກີດປີ 1965), ຊາວເຜົ່າຈຶດ, ແມ່ນສະມາຊິກພັກຄົນທຳອິດຢູ່ ຣ່າວແຈ ແບ່ງປັນວ່າ:

ທະຫານປ້ອງກັນຊາຍແດນໄດ້ນຳພວກຂ້າພະເຈົ້າອອກຈາກເຂດປ່າທີ່ຮົກເຮື້ອນັ້ນ. ເມື່ອໄປສູ່ສັງຄົມທີ່ສີວິໄລ, ພວກຂ້າພະເຈົ້າມີການດຳລົງຊີວິດທີ່ເປັນປົກກະຕິ, ມີດິນປູກເຂົ້າ, ທຸກໆວັນລ້ວນແຕ່ອີ່ມໜຳສຳລານ, ລູກຫຼານໄດ້ຮຽນໜັງສື, ໄດ້ຮັບການເບິ່ງແຍງສຸຂະພາບ, ໄດ້ຮັບຄວາມກ້າວໜ້າຫຼາຍຢ່າງ. ຊາວເຜົ່າຈຶດ ໄດ້ຮັບບຸລິມະສິດເບິ່ງແຍງດູແລຈາກພັກ, ລັດ. ເມື່ອໄດ້ຮັບສິ່ງນັ້ນ, ຂ້າພະເຈົ້າກໍ່ເຂົ້າໃຈໂດຍໄວວ່າ, ຕົນເອງຕ້ອງເປັນແບບຢ່າງທີ່ດີ, ນຳໜ້າ ເພື່ອຮ່ວມເດີນທາງກັບອຳນາດການປົກຄອງທຸກຂັ້ນ ແລະ ທະຫານປ້ອງກັນຊາຍແດນ, ນຳປະຊາຊົນໃນບ້ານກ້າວໜ້າໂດຍໄວ.

ໂດຍພັກ, ລັດ ໃຫ້ບຸລິມະສິດເບິ່ງແຍງດູແລໃນທຸກດ້ານຂອງຊີວິດ, ສະມາຊິກພັກລຸ້ນຕ່າງໆຂອງບ້ານຣ່າວແຈ ໄດ້ຮັບຮູ້ວ່າຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດ ເພື່ອໃຫ້ປະຊາຊົນກ້າວໜ້າກ່ວາເກົ່າ. ທ່ານນາງ ໂຮ່ທິກຽນ ນາຍບ້ານ ຣ່າວແຈ ແບ່ງປັນວ່າ:

ໃນເມືອກ່ອນ, ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ສະມາຊິກພັກບໍ່ມີຫຼາຍ ຈັ່ງຊັ້ນຈິ່ງບໍ່ສາມາດສ້າງຕັ້ງໜ່ວຍພັກຂອງພໍ່ແມ່ປະຊາຊົນໄດ້. ຫຼັງຈາກນັ້ນ, ໄດ້ຂົນຂວາຍພວກນ້ອງໆໄປຮຽນສະໜັບສະໜູນ ເພື່ອຂະຫຍາຍສະມາຊິກພັກ ແລະ ເຂົ້າເປັນສະມາຊິກພັກສົມບູນ ເພື່ອສ້າງຕັ້ງໜ່ວຍພັກຊົນເຜົ່າຈຶດ ບ້ານ ຣ່າວແຈ, ເພື່ອການຮ່ວມຊີວິດພັກ ມີຄວາມສະດວກກ່ວາ. ເຮົາເປັນສະມາຊິກພັກແລ້ວ ເຮົາຕ້ອງເປັນແບບຢ່າງທີ່ດີກ່ວາ ເມື່ອທຽບໃສ່ກັບພໍ່ແມ່ປະຊາຊົນຢູ່ທີ່ນີ້.

ທຸ​ງ​ພັກ ​ຢູ່​ຕີນ​ພູ ກາ​ໄດ - ảnh 2ທະຫານ ແລະ ປະຊາຊົນຢູ່ບ້ານ ຣ່າວແຈ (ພາບ: qdnd.vn)

ສະມາຊິກພັກຊາວເຜົ່າຈຶດ ບໍ່ພຽງແຕ່ຮັບຮູ້ໄດ້ອຸດົມການຂອງພັກເທົ່ານັ້ນ ຫາກຍັງແມ່ນຜູ້ນຳໜ້າ, ຊອກຫາວິທີການຫາເງິນລ້ຽງຊີບປ່ຽນແປງໃໝ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າຕົນ. ໃນການຮ່ວມຊີວິດໜ່ວຍພັກປະຈຳໄລຍະ ຢູ່ຫໍວັດທະນະທຳຂອງບ້ານ, ສະມາຊິກພັກດີເດັ່ນ ຊົນເຜົ່າຈຶດ 11 ຄົນ ສືບຕໍ່ປຶກສາຫາລືວິທີການຍາດແຍ່ງທ່າດີຈາກປ່າໄມ້, ທົ່ງຫຍ້າທີ່ກ້ວາງໃຫຍ່ ເພື່ອລ້ຽງງົວຄວາຍ; ສະກັດກັ້ນຮີດຄອງປະເພນີທີ່ຫຼ້າຫຼັງ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ຊອກຫາທິດກ້າວເດີນໃໝ່ໃຫ້ແກ່ໄວໜຸ່ມ.

“ຕາມຂ້າພະເຈົ້າ ພວກເຮົາມີງົວແລ້ວ, ພວກເຮົາຕ້ອງເບິ່ງແຍງດູແລ, ທຸກໆມື້ຕ້ອງຕັດຫຍ້າໃຫ້ຕື່ມ, ພາໄປກິນຕື່ມ. ສ່ວນບ່ອນຫວ່າງ ພວກເຮົາຄວນປູກຫຍ້າ ຫຼື ສາລີ ເພື່ອເກັບສຳຮອງໃຫ້ແກ່ລະດູໜາວ.

ຂ້າພະເຈົ້າສະເໜີໃຫ້ໜ່ວຍພັກ, ໝູ່ຄະນະ, ສະມາຊິກພັກ ເຂົ້າຮ່ວມການປູກຝັງ, ລ້ຽງສັດ, ລ້ຽງໝູ… ສະເໜີໃຫ້ສະມາຄົມຊາວກະສິກອນ ເປີດກວ້າງການໜູນຊ່ວຍ ໝູພັນ, ງົວພັນ ໃຫ້ແກ່ບັນດາຄອບຄົວເພື່ອລ້ຽງ ຍ້ອນວ່າມີຫຼາຍຄອບຄົວບໍ່ທັນມີໝູພັນ, ງົວພັນ.

ສະເໜີໃຫ້ໜ່ວຍພັກ ເຊື່ອມຕໍ່ກັບບັນດາຊົນເຜົ່າຢູ່ ກ໋ວາງບິ່ງ ເພື່ອມີການພົວພັນທີ່ໃກ້ຊິດກ່ວາ ແລະ ສາມາດແລກປ່ຽນຮ່ຳຮຽນເອົາເຊິ່ງກັນ ແລະ ກັນ.

ປັດຈຸບັນ, ບ້ານ ຣ່ າວແຈ ມີ 40 ຄອບຄົວຊົນເຜົ່າຈຶດ ດຳລົງຊີວິດຮ່ວມກັນ. ຢູ່ຕີນພູ ກາໄດ ທີ່ໃຫຍ່ໂຕມະໂຫຖານ, ທຸກໆມື້ ພໍ່ແມ່ປະຊາຊົນຍັງອອກແຮງງານຢ່າງດຸໝັ່ນຂະຫຍັນພຽງ ຍ້ອນວ່າເຂົາເຈົ້າເຂົ້າໃຈວ່າ: ພັກໄດ້ຊ່ວຍເຂົາເຈົ້າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກອຶດຫິວ, ປັດຈຸບັນ ເຂົາເຈົ້າຈະສືບຕໍ່ບືນຕົວຂຶ້ນສ້າງຄວາມຮັ່ງມີເພື່ອໃຫ້ບ້ານເກີດເມືອງນອນນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ