ບັນດາຕົວເລກໜ້າປະທັບໃຈກ່ຽວກັບຜູ້ຟັງທີ່ຕິດພັນກັບ VOV ເປັນເວລາກວ່າເຄິ່ງສະຕະວັດ

(VOVWORLD) -ທ່ານ ຫງວຽນວັນເບິມ, ຢູ່ຕາແສງ ກິມຢາງ, ເມືອງ ແທັງຊວນ, ນະຄອນຮ່າໂນ້ຍ, ໄດ້ຮູ້ຈັກເຖິງ VOV ນັບແຕ່ຄາວອາຍຸຫາກໍ່ໄດ້ 11 – 12 ປີ. ທ່ານໃຫ້ຮູ້ວ່າ, ມື້ໃດທ່ານກໍ່ໄດ້ຮັບຟັງວິທະຍຸ...

ດ້ວຍອາຍຸ 75 ປີ ແລະ ກວ່າ 60 ປີເປັນທ່ານຜູ້ຟັງຂອງວິທະຍຸກະຈາຍສຽງຫວຽດນາມ (VOV), ມີກະແຊັດ (cassete) ນັບຮ້ອຍອັນທີ່ບັນທຶກບົດເພງກວ່າ 4.000 ບົດທີ່ຕົນນິຍົມເຊິ່ງໄດ້ອອກອາກາດທາງວິທະຍຸ … ນັ້ນແມ່ນບັນດາຕົວເລກທີ່ເປັນໜ້າປະທັບໃຈຢ່າງແທດຈິງກ່ຽວກັບທ່ານ ຫງວຽນວັນເບິມ, ເຊິ່ງແມ່ນໜຶ່ງໃນບັນດາທ່ານຜູ້ຟັງທີ່ສະຫງວນຄວາມຮັກພິເສດຕໍ່ VOV.

ບັນດາຕົວເລກໜ້າປະທັບໃຈກ່ຽວກັບຜູ້ຟັງທີ່ຕິດພັນກັບ VOV ເປັນເວລາກວ່າເຄິ່ງສະຕະວັດ - ảnh 1(ທ່ານ ເບິມຈົດໃສ່ປື້ມໜານັບຮ້ອຍໜ້າຢ່າງລະອຽດທີ່ສຸດກ່ຽວກັບບັນດຊື່ລາຍການ, ບົດເພງ, ຕຳລາຢາ ທີ່ໄດ້ຮັບຟັງຜ່ານທາງວິທະຍຸ)

ໂດຍໄດ້ຮັບການກຳເນີດພຽງແຕ່ 10 ວັນພາຍຫຼັງເມື່ອ VOV ອອກອາກາດເປັນຄັ້ງທຳອິດ ໃນວັນທີ 07 ກັນຍາ 1945, ທ່ານ ຫງວຽນວັນເບິມ, ຢູ່ຕາແສງ ກິມຢາງ, ເມືອງ ແທັງຊວນ, ນະຄອນຮ່າໂນ້ຍ, ໄດ້ຮູ້ຈັກເຖິງ VOV ນັບແຕ່ຄາວອາຍຸຫາກໍ່ໄດ້ 11 – 12 ປີ. ທ່ານໃຫ້ຮູ້ວ່າ, ມື້ໃດທ່ານກໍ່ໄດ້ຮັບຟັງວິທະຍຸ, ໂດຍສະເພາະແມ່ນລາຍການຂ່າວ. ທ່ານຟັງຫຼາຍຈົນຈື່ເວລາອອກອາກາດຂອງແຕ່ລະລາຍການ.

        “ລາຍການອອກອາກາດທຳອິດໃນຕອນເຊົ້າແມ່ນເວລາ 5 ໂມງຟັງຈົນຈົບແມ່ນເວລາ 6 ໂມງ 30 ນາທີ, ແລ້ວກໍ່ຮອດ 9 ໂມງ. ຂ້າພະເຈົ້າຈື່ໄດ້ໝົດ. ສຸດທ້າຍແມ່ນລາຍການຂ່າວອອກອາກາດໃນເວລາ 23 ໂມງ ແລະ ຮັບຟັງການພາກຫົວຂໍ້ຂ່າວວ່າ ມື້ອື່ນຈະມີຂ່າວຫຍັງແດ່. ຖ້າຫາກ VOV ເກັບບໍລິການ, ຄິດວ່າຂ້າພະເຈົ້າຕ້ອງໄດ້ຈ່າຍເງິນຫຼາຍເຕີບ”.

        ຊຸມປີ 70 ຂອງສະຕະວັດກ່ອນ, ກໍ່ຄ້າຍຄືກັນກັບບັນດາໄວໜຸ່ມຜູ້ທີ່ມີຄວາມຮັກຕໍ່ມປະເທດຊາດ, ອ້າຍບ່າວ ຫງວຽນວັນເບິມ, ບ້ານເກີດຢູ່ເມືອງ ເອິນທີ, ແຂວງ ຮືງອຽນ, ໄດ້ເຂົ້າເປັນທະຫານອອກສະໜາມຮົບ, ຮັບໃຊ້ການຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ ເຂົ້າມາຮຸກຮານ ຂອງປະເທດຊາດ. ໃນຕະຫຼອດໄລຍະ 8 ປີເປັນຜູ້ຂັບລົດຢູ່ເສັ້ນທາງ ເຈື່ອງເຊີນ, ມື້ໃດທ່ານກໍປາດຖະໜາ ແລະ ຊອກຫາວິທີເພື່ອໃຫ້ໄດ້ຟັງ VOV, ດ້ວຍຄວາມເມົາມົວຫຼົງໄຫຼເປັນພິເສດ.

        “ໃນໄລຍະຢູ່ ເຈື່ອງເຊີນ, ແຕ່ລະເທື່ອທີ່ໄດ້ນັ່ງພ້ອມກັບຫົວໜ້າເພື່ອຮັບຟັງວິທະຍຸແມ່ນສະນຸກສະໜາມສຳລານໃຈທີ່ສຸດ. ຂ້າພະເຈົ້າມັກຟັງວິທະຍຸຫຼາຍ, ສະນັ້ນ ເມື່ອມີເວລາວ່າງແມ່ນຟັງວິທະຍຸໃນທັນທີ. ໂດຍແມ່ນທະຫານຂັບລົດ, ສະນັ້ນໃນຕອນກາງຄືນມີຫົວໜ້າໄປນຳ ແລະ ໄດ້ຮັບຟັງວິທະຍຸ ຕອນນັ້ນຂັບລົດແມ່ນບໍ່ຮູ້ອິດຮູ້ເມື່ອຍເລີຍ…”

        ເມື່ອຮັບຟັງວິທະຍຸ, ທ່ານ ເບິມ ບໍ່ພຽງແຕ່ຮັບຟັງລາຍການຂ່າວກ່ຽວກັບທຸກດ້ານຂອງການດຳລົງຊີວິດຢູ່ພາຍໃນປະເທດ ແລະ ຕ່າງປະເທດເທົ່ານັ້ນ , ຫາກຍັງໄດ້ຮ່ຳຮຽນເອົາບັນດາບົດຮຽນທີ່ລ້ຳຄ່າອີກດ້ວຍ. ຊັບສົມບັດຂອງທ່ານແມ່ນເຄື່ອງວິທະຍຸນ້ອຍໃຫຍ່ນັບສິບເຄື່ອງ, ພ້ອມກັບ cassete ບັນທຶກບົດເພງກວ່າ 4.000 ບົດທີ່ຕົນນິຍົມເຊິ່ງໄດ້ອອກອາກາດທາງວິທະຍຸໃນຕະຫຼອດເວລາເຄິ່ງສະຕະວັດຜ່ານມາ. ບໍ່ພຽງແຕ່ບັນທຶກບັນດາລາຍການທີ່ຕົນນິຍົມເທົ່ານັ້ນ, ທ່ານ ເບິມ ຍັງຈົດໃສ່ປື້ມໜານັບຮ້ອຍໜ້າຢ່າງລະອຽດທີ່ສຸດກ່ຽວກັບບັນດຊື່ລາຍການ, ບົດເພງ, ຕຳລາຢາ ທີ່ໄດ້ຮັບຟັງຜ່ານທາງວິທະຍຸ. ເຮັດຄືແນວນັ້ນແມ່ນເພື່ອສ້າງຄວາມສະດວກໃນການຊອກຫາ, ບັນທຶກຄືນ ແລະ ສົ່ງໃຫ້ບັນດາເພື່ອນຜູ້ທີ່ໄດ້ຮູ້ຈັກຜ່ານຄື້ນຂອງ VOV ນຳອີກ.ແລະຍ້ອນວຽກງານນັ້ນ, ທ່ານໄດ້ຮັບການຕິດຕໍ່ກັບຜູ້ຟັງຫຼາຍຄົນຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ. ນັກຮົບເກົ່າ ດັ້ງວັນຖາວ, ອາຍຸ 85 ປີຢູ່ບ້ານ ວິຊວຽນ, ນະຄອນ ນາມດິ້ງ, ແຂວງ ນາມດິ້ງ, ເຊິ່ງແມ່ນຜູ້ຟັງທີ່ໃກ້ຊິດສະໜິດສະໜົມກັບ VOV ເປັນເວລາຫຼາຍປີ ແລະ ປະຈຸບັນກໍ່ເປັນສ່ຽວກັບທ່ານ ຫງວຽນວັນເບິມ, ທ່ານໄດ້ແບ່ງປັນວ່າ.

        “ຂ້າພະເຈົ້າແມ່ນຜູ້ຟັງທີ່ໃກ້ຊິດສະໜິດສະໜົມຂອງວິທະຍຸ ພາຍຫຼັງປະເທດຊາດມີສັນຕິພາບເມື່ອປີ 1954. ຮັບຟັງວິທະຍຸເພື່ອໄດ້ຮູ້ສະພາບການ, ເຜີຍແຜ່ໃຫ້ລູກໃຫ້ຫຼານ ແລະ ແລກປ່ຽນກັບເພື່ອນມິດ. ຄືຂ້າພະເຈົ້າ ແລະ ທ່ານ ເບິມ ຢູ່ຮ່າໂນ້ຍ, ພຽງແຕ່ຮູ້ຈັກກັນຜ່ານຄື້ນວິທະຍຸເທົ່ານັ້ນ, ແຕ່ຍັງພົບປະກັນໄດ້. ສິ່ງທີ່ໜ້າຈັບໃຈທີ່ສຸດແມ່ນທ່ານ ເບິມ ໄດ້ຊອກຫາວິທີເພື່ອຕິດຕໍ່ທາງໂທລະສັບກັບຂ້າພະເຈົ້າ, ມາຢ້ຽມຢາມຂ້າພະເຈົ້າ.”

        ສຳລັບບັນດາຜູ້ທີ່ເຮັດວຽກງານກະຈາຍສຽງ, ມີຜູ້ຟັງທີ່ສະໜິດສະໜົມຈົງຮັກພັກດີ, ຍາມໃດກໍ່ມັກຮັກ, ຮ່ວມເດີນທາງພ້ອມກັບ VOV ຄືທ່ານ ເບິມ, ທ່ານ ຖາວ ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ແລະ ປະເສີດເລີດລ້ຳ. ນັກຂ່າວ ດິ່ງຂາຍ, ອະດີດຮອງຫົວໜ້າພະແນກຂ່າວສະຖານະການການເມືອງ - VOV, ຖືວ່າ.

        “VOV ຄວນຮັກສາການຕິດຕໍ່, ພົວພັນກັບທ່ານ ເບິມ ກໍ່ຄືບັນດາທ່ານຜູ້ຟັງສະໜິດສະໜົມຄົນອື່ນໆໄວ້ ເພື່ອຊ່ວຍໃຫ້ພວກເຮົາເຮັດວຽກເປັນຢ່າງດີກວ່າ, ມີປັນທັດຖານກວ່າ. ພວກເຮົາຈະມີຄວາມເຂົ້າໃຈຕື່ມອີກກ່ຽວກັບເລື່ອງທ່ານຜູ້ຟັງຕ້ອງການໃຫ້ເຮົາເວົ້າຫຍັງ, ຈາກນັ້ນເພີ່ມທະວີຄຸນນະພາບຂອງການກະຈາຍສຽງໃຫ້ນັບມື້ນັບໃກ້ຊິດສະໜິດສະໜົມກັບທ່ານຜູ້ຟັງກວ່າ”.

        ໃນໄລຍະທີ່ຈະມາເຖິງ, VOV ຍາມໃດກໍ່ເຄົາລົບ ແລະ ປາດຖະໜາຢາກມີ ຜູ້ຟັງທີ່ມີຄວາມສະໜິດສະໜົມ, ຜູກພັນ ແລະ ຮ່ວມເດີນທາງພ້ອມກັບ VOV ໃຫ້ຫຼາຍກວ່າ, ຄືດັ່ງທ່ານຜູ້ຟັງພິເສດ ຫງວຽນວັນເບິມ.

ຕອບກັບ

ຂ່າວ/ບົດ​ອື່ນ