ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ພາ​ສາ​​ຕ່າ​ງ​ປະ​ເທດ - ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຜູ້​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງພາກ​ພາ​ສາ​ຕ່າງ​ປະ​ເທດ

(VOVWORLD) - ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ແມ່ນ 1 ໃນ 3 ພະແນກໄດ້ສ້າງຕັ້ງຂຶ້ນພ້ອມກັບ ວິທະຍຸກະຈາຍສຽງ ຫວຽດນາມ ເມື່ອວັນທີ 7 ກັນຍາ 1945. ໃນຕະຫຼອດ 78 ປີຜ່ານມາ, ມີນັກຂ່າວ, ບັນນາທິການ, ນັກຊ່ຽວຊານຫຼາຍລຸ້ນຄົນ ໄດ້ຜູກພັນກັບການຜະລິດລາຍການກະຈາຍສຽງພາກພາສາຕ່າງປະເທດ, ປະກອບສ່ວນສ້າງຂົວຕໍ່ແຫ່ງໄມຕີຈິດມິດຕະພາບ ເຊື່ອມຕໍ່ ຫວຽດນາມ ກັບຜູ້ຟັງໃນທົ່ວໂລກ ຜ່ານຄື້ນກະຈາຍສຽງ. ສຳລັບເຂົາເຈົ້າແລ້ວ, ພະແນກກະຈາຍສຽງບັນດາພາສາຕ່າງປະເທດ ເໝືອນດັ່ງຊາຍຄາລວມ ເຊິ່ງໃນແຕ່ລະຄັ້ງທີ່ກ່າວເຖິງ ໃນໃຈເຂົາເຈົ້າກໍມີຄວາມຮູ້ສຶກຕື້ນຕັນໃຈ, ຄວາມຮັກແພງ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ.   

ໂດຍປົກກະຕິໄປແລ້ວ, ໃນຫຼາຍປີມານີ້, ເມື່ອລະດູໃບໄມ້ຫຼົ່ນວຽນມາ, ການນຳພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ກໍໄດ້ຈັດງານພົບປະພະນັກງານລຸ້ນຕ່າງໆທີ່ເຄີຍເຮັດວຽກ ແລະ ພວມເຮັດວຽກຢູ່ VOV5  ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພະແນກ ແລະ ສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (ວັນທີ 7 ກັນຍາ 1945). ໃນໂອກາດນີ້, ສໍານັກງານຂອງພະແນກ VOV5 ຕັ້ງຢູ່ເຮືອນເລກທີ 45, ຖະໜົນບ່າຈ້ຽວ, ຮວ່ານກຽມ, ຮ່າໂນ້ຍ ກໍເຕັມໄປດ້ວຍສຽງເວົ້າສຽງຫົວ ແລະ ບັນຍາກາດເບີກບານມ່ວນຊື່ນຕ້ອນຮັບບັນດາອະດີດພະນັກງານ, ນັກຂ່າວ, ບັນນາທິການ, ຜູ້ທີ່ເຄີຍເຮັດວຽກຢູ່ VOV ໃນຫຼາຍປີຜ່ານມາ.

ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ພາ​ສາ​​ຕ່າ​ງ​ປະ​ເທດ - ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຜູ້​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 1ບັນຍາກາດຂອງງານພົບປະ (ພາບ: VOV)

ເມື່ອໄດ້ພົບປະກັບຄູ່ຮ່ວມງານເກົ່າ ທີ່ບໍ່ໄດ້ພົບກັນມາດົນ, ໃຜໆກໍໜ້າຊື່ນຕາບານ. ບັນດາອະນຸສອນຈາກຫຼາຍປີກ່ອນໄດ້ຫວນຄືນມາ, ຫຼືວ່າ ບັນດາເລື່ອງລາວທີ່ດີໆໃນຊີວິດ ກໍໄດ້ເອົາມາແບ່ງປັນສູ່ກັນຟັງ. ໃນຈຳນວນອດີດພະນັກງານເຫຼົ່ານັ້ນ, ທ່ານ ຫງວຽນຕຽນລອງ, ອະດີດຫົວໜ້າພະແນກ VOV5 ຫາກໍພັກຈາກການປະຕິບັດໜ້າທີ່ຢູ່ທີ່ນີ້ ແຕ່ເດືອນ ສິງຫາ ທີ່ຜ່ານມາ. ພາຍຫຼັງທີ່ຕິດພັນກັບ VOV ເວົ້າລວມ ແລVOV5 ເວົ້າສະເພາະມາເປັນເວລາຫຼາຍປີ, ເມື່ອກັບມາຢາມສຳນັກງານ ແລະ ເຂົ້າຮ່ວມງານພົບປະສັງສັນດັ່ງກ່າວ ທ່ານໄດ້ແບ່ງປັນວ່າ:

“ບໍ່ວ່າຜູ້ໃດ ເມື່ອມາຢາມສຳນັກງານ VOV5, ເຖິງວ່າເປັນຜູ້ທີ່ເຄີຍເຮັດວຽກ ຫຼື ກຳລັງເຮັດວຽກຢູ່ທີ່ນີ້, ກໍລ້ວນແຕ່ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງຕໍ່ກັບມູນເຊື້ອປະຫວັດສາດຂອງ VOV5 ທີ່ຕິດພັນກັບ VOV. ພວກເຮົາສະເຫຼີມສະຫຼອງວັນສ້າງຕັ້ງ VOV5 ກໍເປັນການສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 78 ປີ. ແຕ່ລະປີ, ເມື່ອຮອດງານພົບປະສັງສັນແບບນີ້, ຂ້າພະເຈົ້າກໍຮູ້ສຶກປະທັບໃຈຫຼາຍ. ນັ້ນແມ່ນບັນດາພະນັກງານ ເຖິງວ່າມີອາຍຸສູງແລ້ວກໍຕາມ, ແຕ່ສ່ວນຫຼາຍແມ່ນຍັງມີສຸຂະພາບແຂງແຮງ ແລະ ໄດ້ພົບປະໂອ້ລົມກັບນັກຂ່າວ, ບັນນາທິການໜຸ່ມ ຢ່າງມ່ວນຊື່ນ, ສະໜິດສະໜົມ. ນັ້ນແມ່ນພາບບັນຍາກາດທີ່ຕື້ນຕັນໃຈຫຼາຍ, ເຊິ່ງເປັນການສຶກສາກ່ຽວກັບມູນເຊື້ອອັນດີງາມ ແລະ ເປັນຄວາມເອກອ້າງທະນົງໃຈທີ່ບໍ່ອາດປະຕິເສດໄດ້”.

ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ພາ​ສາ​​ຕ່າ​ງ​ປະ​ເທດ - ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຜູ້​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງພາກ​ພາ​ສາ​ຕ່າງ​ປະ​ເທດ - ảnh 2ທ່ານ ຫງວຽນຕຽນລອງ, ອະດີດຫົວໜ້າພະແນກ VOV5 ແບ່ງປັນຄວາມຮູ້ສຶກໃນງານພົບປະ (ພາບ: VOV)

78 ປີຜ່ານມາ, ໃນແຕ່ລະບາດກ້າວພັດທະນາຂອງ VOV5 ລ້ວນແຕ່ມີການປະກອບສ່ວນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງພະນັກງານ, ນັກຂ່າວ, ບັນນາທິການຫຼາຍລຸ້ນຄົນ. ໃນສົງຄາມ 2 ຄັ້ງຂອງຊາດ ຫວຽດນາມ, ເຂົາເຈົ້າບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ສ່ຽງເປັນສ່ຽງຕາຍຜ່ານຜ່າກັບຫ່າລູກລະເບີດ, ພາຍຸລູກປືນໃຫຍ່ ເພື່ອຮັບປະກັນໃຫ້ບັນດາລາຍການກະຈາຍສຽງໄດ້ນຳທັດສະນະທີ່ເປັນທຳຂອງ ຫວຽດນາມ ອອກສູ່ໂລກ ຢ່າງເປັນປົກກະຕິ.  ເມື່ອປະເທດຍາດໄດ້ເອກະລາດ, ມີສັນຕິພາບ, ບຸກຄົນເຫຼົ່ານັ້ນ ຍັງສືບຕໍ່ພະຍາຍຍາມເຮັດວຽກງານແນະນຳພາບພົດຂອງ ຫວຽດນາມ ແຫ່ງສັນຕິພາບ, ມີຄວາມສວຍງາມ, ປະຊາຊົນ ຫວຽດນາມ ດຸໝັ່ນຂະຫຍັນພຽນ, ສະໜິດສະໜົມ, ຮັກແພງແຂກຄົນສູ່ເພື່ອມິດສາກົນ. ແລະໃນວັນນີ້, ບັນດານັກຂ່າວ, ບັນນາທິການຂອງ VOV5 ກໍຍັງສືບຕໍ່ພາລະກິດແນະນຳກ່ຽວກັບ ປະເທດ ຫວຽດນາມ ທີ່ພັດທະນາ, ປະຊາຊົນ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເຖິງຜູ້ຟັງຂອງ 5 ທະວີບໃນໂລກ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ແລະ ຮັກປະເທດ, ປະຊາຊົນ ຫວຽດນາມ ຫຼາຍກວ່າອີກ.

ບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ເໝືອນດັ່ງຂົວເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດສາກົນ, ແລະນັກຂ່າວ, ບັນນາທິການແຕ່ລະຄົນຂອງ VOV5 ກໍເປັນຜູ້ກໍ່ສ້າງຂົວດັ່ງກ່າວ. ຍ້ອນເຫດນັ້ນ, ສຳລັບນັກຂ່າວ, ບັນນາທິການຫຼາຍຄົນແລ້ວ, ໄລຍະເວລາທີ່ເຮັດວຽກຢູ່ VOV5 ແມ່ນສິ່ງທີ່ໜ້າເຄົາລົບຮັບຖືທີ່ສຸດ, ເຮັດໃຫ້ເຂົາເຈົ້າມີຄວາມຜູກພັນກັບ VOV5 ເປັນເວລາດົນນານ. ປ້າ ຕ້າທູຮັ່ງ, ບັນນາທິການລາຍການພາສາ ລັດເຊຍ ແຕ່ປີ 1985 – 2014, ເວົ້າຄວາມໃນໃຈສູ່ຟັງວ່າ:

“ສຳລັບຂ້າພະເຈົ້າແລ້ວ, ການທີ່ໄດ້ເຮັດວຽກຢູ່ VOV5 ກໍເປັນບຸນວາດສະໜາ ແລະ ຂ້າພະເຈົ້າກໍຮັກມັກວຽກງານນີ້ທີ່ສຸດ. ຂ້າພະເຈົ້າມັກພາສາ ລັດເຊຍ, ສະນັ້ນ ວຽກງານຢູ່ທີ່ນີ້ກໍເໝາະສົມກັບຂ້າພະເຈົ້າຫຼາຍ. ແຕ່ລະມື້, ຂ້າພະເຈົ້າທັງໄດ້ອ່ານຂ່າວໃນຄື້ນກະຈາຍສຽງ, ທັງໄດ້ຮຽນຮູ້ນຳລຸ້ນອ້າຍລຸ້ນເອື້ອຍ. ຂ້າພະເຈົ້າຮູ້ສຶກມີຄວາມສຸກຫຼາຍ. ມາຮອດປັດຈຸບັນ, ຂ້າພະເຈົ້າ ພັກບຳນານໄດ້ 8 ກວ່າປີແລ້ວ, ແຕ່ບັນດາຮູບພາບກ່ຽວກັບ VOV5 ຍັງຢູ່ໃນຫ້ວງແນວຄິດຂອງຂ້າພະເຈົ້າສະເໝີ. ບາງເທື່ອຂ້າພະເຈົ້າຍັງຝັນວ່າ ເຊົ້າມື້ຕໍ່ມາ ເຮົາຍັງຈະໄປເຮັດວຽກປົກກະຕິ. ປີໃດກໍເຊັ່ນດຽວກັນ, ເມື່ອກັບມາຢ້ຽມຢາມ VOV5, ຄວາມຮູ້ສຶກເຫຼົ່ານັ້ນກໍຫວນຄືນຂຶ້ນມາ, ແມ່ນຄວາມຮູ້ສຶກຮັກແພງສຳລັບສະຖານທີ່ແຫ່ງນີ້”.

ໂດຍສືບຕໍ່ລຸ້ນພໍ່ລຸ້ນອ້າຍ, ບັນດານັກຂ່າວ, ບັນນາທິການໜຸ່ມຂອງ VOV5 ຂອງວັນນີ້ ບໍ່ພຽງແຕ່ມີຄວາມເມົາມົວກັບອາຊີບນັກຂ່າວເທົ່ານັ້ນ, ຫາກຍັງມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບກັບທຸກໜ້າທີ່ການງານທີ່ໄດ້ຮັບການມອບໝາຍ. ນາງ ຫງວຽນຖຸ່ຍລິງ, ເລຂາຄະນະຊາວໜຸ່ມຮາກຖານ VOV5, ບັນນາທິການລາຍການກະຈາຍສຽງພາກພາສາ ຝລັ່ງ ແບ່ງປັນວ່າ:

“ເມື່ອໄດ້ພົບປະ, ໂອ້ລົມກັບພະນັກງານລຸ້ນພໍ່ລຸ້ນອ້າຍ, ຊາວໜຸ່ມພວກຂ້າພະເຈົ້າ ກໍຮັບຟັງເອົາບົດຮຽນ, ປະສົບການບໍ່ພຽງແຕ່ທາງດ້ານວິຊາສະເພາະເທົ່ານັ້ນ ຫາກນັບທັງບົດຮຽນໃນຊີວິດປະຈຳວັນ, ການປະພຶດກັບເພື່ອນຮ່ວມງານຢູ່ບ່ອນເຮັດວຽກນຳອີກ...ສິ່ງເຫຼົ່ານັ້ນເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກວ່າ ມີຄວາມຜູກພັນກັບຫ້ອງການຫຼາຍກວ່າ, ຮູ້ສຶກວ່າ ຫ້ອງການຄືດັ່ງເຮືອນຫຼັງໜຶ່ງ ແລະ ພະນັກງານທຸກຄົນທີ່ເຮັດວຽກໃນເຮືອນຫຼັງນັ້ນ ໃຜໆກໍສະໜິດຕິດພັນ, ຮັກແພງກັນ. ໂດຍເປັນຄົນລຸ້ນໜຸ່ມທີ່ເຮັດວຽກຢູ່ທີ່ນີ້, ພວກຂ້າພະເຈົ້າຍິ່ງມີຄວາມເອກອ້າງທະນົງໃຈ ແລະ ຮັກມັກວຽກງານທີ່ຕົນກຳລັງເຮັດຫຼາຍກວ່າອີກ". 

ສຳລັບພະນັກງານ, ນັກຂ່າວ, ບັນນາທິການລຸ້ນຕ່າງໆຂອງ VOV5, ຄຳວ່າ VOV5 ແມ່ນຄວາມຮັກ, ແມ່ນຄວາມເອກອ້າງທະນົງໃຈ, ແມ່ນກຳລັງໜູນຕະຫຼອດໄປ ເພື່ອໃຫ້ທຸກຄົນພະຍາຍາມນຳຄື້ນກະຈາຍສຽງໃຫ້ນັບມື້ນັບອອກໄປກວ້າງໄກກວ່າ, ນຳ ຫວຽດນາມ ຫຍັບມໍ່ເຂົ້າກັບທ່ານຜູ້ຟັງໃນໂລກຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ