ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໝັ້ນ​ໃຈ ​ແກ້ໂຈດ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ທ່າ​ກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ

(VOVWORLD) - Logistic ແມ່ນຂະແໜງການບໍລິການທີ່ເປັນປາຍແຫຼມ, ສວມບົດບາດສຳຄັນແກ່ການພັດທະນາລວມຂອງພື້ນຖານເສດຖະກິດຂອງປະເທດຊາດ. ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດການເດີນເຮືອໃນພາກພື້ນ ກໍຄືໃນໂລກ, ຫວຽດນາມ ໄດ້ ແລະ ກຳລັງລົງທຶນທາງດ້ານເຕັກໂນໂລຢີເຂົ້າໃນຂະແໜງການບໍລິການນີ້ຢ່າງບໍ່ຢຸດຢັ້ງ. ບັນດາວິສາຫະກິດເຕັກໂນໂລຢີ ຫວຽດນາມ ໄດ້ ແລະ ກຳລັງນຳໜ້າໃນຂົງເຂດຫັນເປັນດີຈີຕອນໃນການບໍລິການ logistic, ໃນນັ້ນ ສະໜອງບັນດາມາດຕະການຫັນເປັນທ່າກ່ຳປັນດີຈີຕອນ (Vietnam Smarthub Logistics  VSL).
 
ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໝັ້ນ​ໃຈ ​ແກ້ໂຈດ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ທ່າ​ກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ - ảnh 1ການຂົນຖ່າຍຕູ້ຄອນແທນເນີ ຢູ່ທ່າກ່ຳປັ່ນ ກາຍແມັບ - ທິຫວາຍ (ພາບ: tuoitre.vn)

  ປັດຈຸບັນ, ຫວຽດນາມ ພວມມີທ່າກ່ຳປັ່ນ ຄອນເທັນເນີ 145 ແຫ່ງ ເຄື່ອນໄຫວຢູ່ 25 ທ້ອງຖິ່ນ. ການຮ່ວມສຳພັນທາງດ້ານປະລິມານສິນຄ້າເຂົ້າ - ອອກທ່າກ່ຳປັ່ນໃຫຍ່ ແລະ ການເຄື່ອນໄຫວບັນຊາກໍມີຂອບຂະໜາດໃຫຍ່, ແຕ່ຍ້ອນທຸກການເຄື່ອນໄຫວລ້ວນແຕ່ໄດ້ປະຕິບັດແບບປະຖົມປະຖານ, ສະນັ້ນ ໄດ້ກໍ່ຄວາມຫຍຸ້ງຍາກຈຳນວນໜຶ່ງໃນການຈັດຕັ້ງຄຸ້ມຄອງ ແລະ ພັດທະນາລະບົບທ່າກ່ຳປັ່ນທະເລ.

ໄລຍະກ່ອນນີ້, ເມື່ອ ຫວຽດນາມ ຍັງບໍ່ທັນມີມາດຕະການເຕັກໂນໂລຢີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຄື່ອນໄຫວນັ້ນ, ບັນດາທ່າກ່ຳປັ່ນ ຕ້ອງນຳໃຊ້ມາດຕະການແກ້ໄຂຂອງຕ່າງປະເທດ ດ້ວຍຄ່າໃຊ້ຈ່າຍ 2 – 3 ຮ້ອຍຕື້ດົ່ງຕໍ່ປີ, ໂດຍບໍ່ຄິດໄລ່ຄ່າບຳລຸງຮັກສາ, ຊັບພະຍາກອນມະນຸດ ຫຼື ການຍົກລະດັບປະຈຳປີ. ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ ນັບທັງດ້ານຊັບພະຍາກອນມະນຸດ ແລະ ການເງິນ. ໃນສະພາບການນັ້ນ, ຫຼາຍວິສາຫະກິດເຕັກໂນໂລຢີ ຫວຽດນາມ ກໍພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກດັ່ງກ່າວ. 

ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໝັ້ນ​ໃຈ ​ແກ້ໂຈດ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ທ່າ​ກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ - ảnh 2ມາດຕະການ VSL ໄດ້ຊ່ວຍໃຫ້ຂັ້ນຕອນຕ່າງໆຢູ່ທ່າກ່ຳປັ່ນ ໄດ້ປະຕິບັດຢ່າງວ່ອງໄວ, ສະດວກ, ໂດຍບໍ່ຕ້ອງຢືນລໍຖ້າເຮັດລະບຽບການຄືເມື່ອກ່ອນ (ພາບ: dientuungdung.vn)

ມາດຕະການ VSL ທີ່ເຂົ້າໃຈວ່າ ແມ່ນຂັ້ນຕອນຕ່າງໆຢູ່ທ່າກ່ຳປັ່ນທະເລທີ່ໄດ້ຫັນເປັນດີຈີຕອນ ແລະ ຈັດຕັ້ງປະຕິບັດທາງອອນໄລຜ່ານ platform. ລະບົບດັ່ງກ່າວ ຊ່ວຍປົວແປງການກະທົບຕອບ ແລະ ຄົ້ນຫາຂໍ້ມູນລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງນຳກັນ. ແທນທີ່ຈະນຳໃຊ້ຫຼາຍໂປແກຼມຊອບແວທີ່ແຕກຕ່າງກັນ, ມາດຕະການ VSL ໄດ້ສະໜອງ Platform ທີ່ມີຄົບທຸກຂັ້ນຕອນຂອງທ່າກ່ຳປັ່ນ. ບໍ່ພຽງແຕ່ເທົ່ານັ້ນ, ລະບົບດັ່ງກ່າວຍັງສະສົມທັງເຕັກໂນໂລຢີປັນຍາປະດິດ (AI) ຊ່ວຍໃຫ້ຂັ້ນຕອນຕ່າງໆໄດ້ຮັບການແກ້ໄຂ, ປະຕິບັດຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ. ທ່ານ ເຈິນກຽນ, ຮອງຜູ້ອຳນວຍການໃຫຍ່ອົງການ Advantech Global  ຫວຽດນາມ, ເຊິ່ງເປັນວິສາຫະກິດທີ່ສ້າງມາດຕະການດີຈີຕອນໃຫ້ແກ່ທ່າກ່ຳປັ່ນທະເລ ຫວຽດນາມ, ໃຫ້ຮູ້ວ່າ:

“Advantech ໄດ້ອອກແບບມາດຕະການຕ່າງໆໃຫ້ແກ່ຮູບແບບທ່າກ່ຳປັ່ນອັດສະລິຍະ, ລວມມີ modul ຕ່າງໆຄື: ການຄຸ້ມຄອງກ່ຳປັ່ນເຂົ້າ - ອອກ, ຊັບສ້ອນຕູ້ຄອນເທນເນີ, ເຄື່ອນໄຫວບັນຊາລະບົບຂົນຖ່າຍ, ຄຸ້ມຄອງສາງ ແລະ ສາງແຊເຢັນ, ການເຊື່ອມຕໍ່ອິນເຕີເນັດໃນລະບົບທ່າກ່ຳປັ່ນອັດສະລິຍະ. ປັດຈຸບັນ, ບັນດາທ່າກ່ຳປັ່ນ ລ້ວນແຕ່ນຳໃຊ້ຊອບແວຕ່າງຫາກ, ສວມບົດບາດເປັນລະບົບຊ່ວຍຂຸດຄົ້ນ, ຄວບຄຸມສິນຄ້າຢ່າງສະດວກກວ່າເກົ່າ ແລະ ຊ່ວຍຜູ້ບັນຊາກໍມີການບັນຊາທີ່ຊັດເຈນກວ່າ”.

ລະບົບທ່າກ່ຳປັ່ນທະເລ ແລະ ບັນດາການບໍລິການ logistics ຕິດພັນກັບການຂຸດຄົ້ນທ່າກ່ຳປັ່ນທະເລ ຍາມໃດກໍສວມບົດບາດສຳຄັນເປັນພິເສດໃນການພັດທະນາເສດຖະກິດຂອງ ຫວຽດນາມ. ກຳລັງຄວາມສາມາດດ້ານພື້ນຖານໂຄງລ່າງທ່າກ່ຳປັ່ນທະເລ ທີ່ໄດ້ຮັບການລົງທຶນໃນໄລຍະຜ່ານມາ, ໃນນັ້ນ ມີການໝູນໃຊ້ເຕັກໂນໂລຢີ, ຫັນເປັນດີຈີຕອນຢ່າງແຮງ ໄດ້ປະກອບສ່ວນສ້າງທ່ວງທ່າເປັນເຈົ້າການໃຫ້ແກ່ ຫວຽດນາມ ຮັບມືກັບບັນດາບັນຫາເສດຖະກິດທົ່ວໂລກ, ດຶງດູດກະແສເງິນລົງທຶນຕ່າງປະເທດເຂົ້າໃນຂົງເຂດ logistic ທ່າກ່ຳປັ່ນທະເລ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ. ທ່ານ Marcello Piazza, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຂົນສົ່ງສິນຄ້າ JAS Worlwide ໃຫ້ຂໍ້ສັງເກດວ່າ:

ຂົງເຂດ logistic ຂອງ ຫວຽດນາມ ພັດທະນາດີຕາມທ່າເຕີບໂຕຂອງພື້ນຖານເສດຖະກິດ. ດັ່ງນັ້ນ, ຕະຫຼາດ logistic ຂອງ ຫວຽດນາມ ກໍມີຄວາມດູດດື່ມທີ່ສຸດ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດ, ລວມທັງບໍລິສັດພວກຂ້າພະເຈົ້າ ແລະ ຫຼາຍບໍລິສັດນານາຊາດອື່ນໃນຂົງເຂດນີ້ ໄດ້ຖອກເງິນກ້ອນໃຫຍ່ເຂົ້າມາລົງທຶນ. ຄວາມສາມາດແກ້ງແຍ້ງຂອງ ຫວຽດນາມ ແມ່ນຢູ່ໃນຄວາມຂະຫຍັນຂັເຄື່ອນຂອງຫຼາຍວິສາຫະກິດໜຸ່ມ ດ້ວຍຫຼາຍແນວຄວາມຄິດທີ່ໃໝ່ອ່ຽມ ລົງທຶນເຂົ້າຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ຜັນຂະຫຍາຍບັນດາພື້ນຖານໂຄງລ່າງບັນດາປັດໄຈດັ່ງກ່າວ ເຮັດໃຫ້ນັກລົງທຶນຕ່າງປະເທດ ມີຄວາມໝັ້ນໃຈເມື່ອມາລົງທຶນຢູ່ ຫວຽດນາມ.”

ພັດທະນາພື້ນຖານໂຄງລ່າງທ່າກ່ຳປັ່ນທະເລທີ່ມີຄຸນນະພາບສູງ, ການຂຸດຄົ້ນລະບົບທ່າກ່ຳປັ່ນທະເລຢ່າງມີປະສິດທິຜົນ ໄດ້ຮັບຖືວ່າ ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອສ້າງຍຸດທະສາດພັດທະນາເສດຖະກິດປະສົບຜົນສຳເລັດ, ພິເສດແມ່ນສຳລັບບັນດາປະເທດທີ່ມີທ່າແຮງໃນການສົ່ງອອກ. ຢູ່ຫວຽດນາມ, ການຫັນເປັນທ່າກ່ຳປັ່ນທະເລດີຈີຕອນ ແມ່ນຄວາມຕ້ອງການທີ່ຈຳເປັນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ເລື່ອງຫຼາຍວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຢູ່ພາຍໃນປະເທດ ໝັ້ນໃຈສະໜອງບັນດາມາດຕະການດີຈີຕອນກ່ຽວກັບການຄຸ້ມຄອງ ແລະ ບໍລິຫານ, ຊຳລະອອນໄລ, ສ້າງບັນດາລະບົບນິເວດ logistic ທ່າກ່ຳປັ່ນທະເລ ຕາມເນື້ອໃນຈິດໃຈຂອງຍຸດທະສາດ Make in Vietnam  ຈະຊ່ວຍໃຫ້ຂະແໜງເສດຖະກິດທ່າກ່ຳປັ່ນທະເລ ຢູ່ ຫວຽດນາມ ພັດທະນາ ແລະ ເຊື່ອມໂຍງສາກົນແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ