“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” - ຄວາມຄາດຫວັງສ້າງປະເທດໃຫ້ຮັ່ງມີຈາກທະເລ

(VOVWORLD) - ລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໄດ້ສົ່ງສານກ່ຽວກັບຄວາມເອກອ້າງທະນົງໃຈ, ເຊີດຊູຊາດຫວຽດນາມ, ເຈດຈຳນົງຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ
“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” - ຄວາມຄາດຫວັງສ້າງປະເທດໃຫ້ຮັ່ງມີຈາກທະເລ - ảnh 1ລາຍການນີ້ໄດ້ເນັ້ນໜັກເຖິງ “ຈິດສຳນຶກທະເລ” ຂອງຊາວ ຫວຽດນາມ ແຕ່ລະຄົນເຮົາ
(ພາບປະກອບ)

ລາຍການພົບປະແລກປ່ຽນສະແດງສິລະປະສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ສິງຫາ, ຢູ່ນະຄອນທະເລ ຍາຈາງ, ແຂວງແຄງວ່າ. ລາຍການນີ້ແມ່ນສະຖານທີ່ພົບປະແລກປ່ຽນຂອງບັນດາຜູ້ເປັນລູກທີ່ມີຄວາມຮັກຕໍ່ທະເລ, ພ້ອມກັບຄວາມຄາດຫວັງອອກໄປສູ່ທະເລ, ຕິດພັນກັບທະເລແລະປະກອບສ່ວນສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຈາກທະເລ.

ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໂດຍຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ - ກະຊວງປ້ອງກັນປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະຄະນະກຳມະການປະຊາຊົນແຂວງແຄງຮ່ວາໄດ້ສົມທົບກັນຈັດຂຶ້ນ. ລາຍການມີການເຂົ້າຮ່ວມຂອງຜູ້ແທນປະມານ 1.500 ຄົນທີ່ມາຈາກບັນດາກຳລັງກອງທັບເຮືອ, ທະຫານປ້ອງກັນຊາຍແດນ, ຕຳຫຼວດທະເລ, ຊາວປະມົງ, ຊາວໜຸ່ມ, ນັກສຶກສາໃນບໍລິເວນແຂວງແຄງຮວ່າ.

ລາຍການນີ້ຖືກຈັດຂຶ້ນເພື່ອແນໃສ່ປະກອບສ່ວນປະຕິບັດມະຕິເລກທີ 36 ກອງປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045”, ດ້ວຍບັນດາເປົ້າໝາຍລະອຽດແມ່ນສູ້ຊົນຮອດປີ 2030 ບັນດາຂະແໜງເສດຖະກິດທະເລຈະປະກອບສ່ວນປະມານ10% GDP ຂອງທົ່ວປະເທດ; ເສດຖະກິດຂອງ 28 ແຂວງ, ນະຄອນເຂດແຄມທະເລຄາດວ່າບັນລຸແຕ່ 65-70% GDP ຂອງທົ່ວປະເທດ. ທ່ານຫງວຽນຫວູຢຸຍ, ຫົວໜ້າພະແນກຂ່າວ (VOV1) ຂອງວິທະຍຸກະຈາຍສຽງຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”, ໃຫ້ຮູ້ວ່າ:

ລາຍການນີ້ໄດ້ເນັ້ນໜັກເຖິງຈິດສຳນຶກທະເລຂອງຊາວຫວຽດນາມແຕ່ລະຄົນເຮົ, ແຜ່ກະຈາຍຈິດສຳນຶກນັ້ນ. ນີ້ແມ່ນຄຸນຄ່າເຊິ່ງໄດ້ຮັບການເພີ່ມູນຄູນສ້າງຜ່ານຫຼາຍລຸ້ນຄົນ, ຜ່ານບັນດາເລື່ອງລາວໃນປະຫວັສາດແລະຜ່ານບັນດາບາດກ້າວພັດທະນາຂອງຂະແໜງເສດຖະກິດທະເລ, ສ້າງສາປະເທດຫວຽດນາມໃຫ້ກາຍເປັນປະເທດແຫ່ງທະເລ. ພວກຂ້າພະເຈົ້າຄິດວ່ານີ້ແມ່ນລາຍການທີ່ມີຄວາມໝາຍທີ່ສຸດແລະສອດຄ່ອງເພື່ອໂຄສະນາກ່ຽວກັບວຽກງານທະເລ, ໝູ່ເກາະ”.

ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ລວມມີ 3 ພາກຕົ້ນຕໍ, ດ້ວຍຫົວຂໍ້ທີ່ວ່າ: “ຈິດສຳນຶກທະເລ”, “ຫວຽດນາມມຸ່ງໄປເຖິງການສ້າງຄວາມຮັ່ງມີຈາກທະເລ” ແລະ “ຫວຽດນາມມຸ່ງໄປເຖິງການສ້າງທະເລໃຫ້ເຂັ້ມແຂງ” ເຊິ່ງໄດ້ສະແດງອອກຜ່ານຮູບການພົບປະແລກປ່ຽນສະແດງສິລະປະ, ສົມທົບກັບການພົບປະແລກປ່ຽນລະຫວ່າງແຂກຖືກເຊີນກັບບັນດາພາກສາລະຄະດີທີ່ມີຊີວິດຊີວາ.

ໃນນັ້ນ, ພາກ “ຈິດສຳນຶກທະເລ” ສະແດງໃຫ້ເຫັນແຈ້ງນ້ຳໃຈຄວາມຮັກແພງຂອງປະຊາຊົນຫວຽດນາມຕໍ່ທະເລຜ່ານບັນດາເລື່ອງລາວ, ລາຍການສະແດງສິລະປະ, ພາບຖ່າຍ, ສາລະຄະດີຕົວຈິງ; ບັນດາເລື່ອງລາວກ່ຽວກັບທະຫານປ້ອງກັນຊາຍແດນແລະບັນດາກຳລັງທາງທະເລພ້ອມກັບຊາວປະມົງທີ່ອົງອາດກ້າແກ່ນຕິດພັນກັບທະເລແລະພາລະກິດປົກປັກຮັກສາປະເທດຊາດທີ່ສັກກະລະບູຊາ…

ພາກ “ຫວຽດນາມມຸ່ງໄປເຖິງການສ້າງຄວາມຮັ່ງມີຈາກທະເລ” ໄດ້ລວບລວມຮູບພາບກ່ຽວກັບເສດຖະກິດທະເລຫວຽດນາມຜ່ານບັນດາເລື່ອງລາວກ່ຽວກັບການພັດທະນາເສດຖະກິດທະເລສີຂຽວແບບຍືນຍົງ; ກ່ຽວກັບການຫັນປ່ຽນພະລັງງານສີຂຽວ… ທີ່ບັນລຸຜົນສຳເລັດຫຼາຍຢ່າງ. ຮອດພາກ “ຫວຽດນາມມຸ່ງໄປເຖິງການສ້າງທະເລໃຫ້ເຂັ້ມແຂງ”, ຜູ້ຊົມໄດ້ຮັບຊົມບັນດາສາລະຄະດີ, ລາຍການສະແດງສິລະປະແລະການພົບປະໂອ້ລົມກັບນັກຊ່ຽວຊານ ເພື່ອເຮັດແຈ້ງເລື່ອງລາວກ່ຽວກັບການສ້າງກຳລັງກອງທັບເຮືອປະຊາຊົນຫວຽດນາມແລະຮູບພາບຊາວປະມົງຕິດພັນກັບທະເລກາຍເປັນແນວໜ້າເພື່ອປົກປັກຮັກສາອະທິປະໄຕປະເທດຊາດ.

ໃນພາກສຸດທ້າຍຂອງລາຍການ “ຫວຽດນາມມຸ່ງໄປເຖິງການສ້າງທະເລໃຫ້ເຂັ້ມແຂງ”. ໃນນັ້ນ, ມີສາລະຄະດີ “ບັນດາລຸ້ນຄົນພິຊິດທະເລ” ແລະການພົບປະຂອງບັນດານັກຮົບລຸ້ນກ່ອນໆແລະນັກຮົບໜຸ່ມໃນປະຈຸບັນ. ອ້າຍຫງວຽນມິນກຸຍ, ນັກເສບເຄື່ອງດົນຕີ Trompette ແບ່ງປັນວ່າ:

ສຳລັບຂ້າພະເຈົ້າ, ບັນດາລາຍການທີ່ໄດ້ເຂົ້າຮ່ວມສະແດງ, ພິເສດແມ່ນກ່ຽວຂ້ອງເຖິງເຂດທະເລ, ໝູ່ເກາະແຫ່ງບ້ານເກີເມືອງນອນຫຼືເຂດຊາຍແດນ, ຍາມໃດຂ້າພະເຈົ້າກໍ່ຮູ້ສຶກເປັນກຽດແລະມີຄວາມເອກອ້າງທະນົໃຈທີ່ສຸດ. ໂດຍແມ່ນນັກສິລະປິນທີ່ເຂົ້າຮ່ວມ, ສິ່ງທຳອິດແມ່ນຂ້າພະເຈົ້າໄດ້ອຸທິດສ່ວນຈົນສຸດຄວາສາມາດຂອງຕົນໃຫ້ແກ່ສິລະປະ”.

“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” - ຄວາມຄາດຫວັງສ້າງປະເທດໃຫ້ຮັ່ງມີຈາກທະເລ - ảnh 2(ທ່ານຫງວຽນຫາຍນິງ, ກຳມະການສູນກາງພັກ, ເລຂາພັກແຂວງໆແຄງຮວ່າ)
ລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ເພື່ອເຮັດແຈ້ງຄວາມສຳຄັນຂອງເສດຖະກິດທະເລ, ໝູ່ເກາະ. ປະຈຸບັນ, ເສດຖະກິດທະເລພວມປະກອບສ່ວນ 50% GPD ຂອງທົ່ວປະເທດ, ໃນນັ້ນການປະກອບສ່ວນຕົ້ນຕໍແມ່ນມາຈາກການຂຸດຄົ້ນນ້ຳມັນອາຍແກັດ, ສິນໃນນ້ຳ, ການເດີນທະເລ. ທ່ານຫງວຽນຫາຍນິງ, ກຳມະການສູນກາງພັກ, ເລຂາພັກແຂວງໆແຄງຮວ່າ, ໃຫ້ຮູ້ວ່າ:

ເພື່ອເຮັດໃຫ້ຄວາມສາມາດບົ່ມຊ້ອນ, ທ່າແຮງກາຍເປັນູນຄ່າຕົວຈິງ, ທາງແຂວງໄດ້ຊີ້ນຳທຸກຂົງເຂດຢ່າງຮອບດ້ານ, ຈາກວຽກງານດຶງດູການລົງທຶນບັນດາເຂດຕົວເມືອງແຄມທະເລ, ສ້າງແຜນຜັງ, ສຸມໃສ່ຮຽກຮ້ອງການລົງທຶນບັນດາທ່າກຳປັ່ນນຳເລິກຕິດພັນກັບ logistics ເຊື່ອມຕໍ່ກັບບັນດາທ້ອງຖິ່ນເຂດ ໄຕງວຽນ, ບັນດາແຂວງໃນທົ່ວປະເທດ.

ລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໄດ້ສົ່ງສານກ່ຽວກັບຄວາມເອກອ້າງທະນົງໃຈ, ເຊີດຊູຊາດຫວຽດນາມ, ເຈດຈຳນົງຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ; ຢືນຢັນວ່າຫວຽດນາມແມ່ນປະເທດແຫ່ງທະເລດ້ວຍຄວາມຄາດຫວັງພິຊິດທະເລ, ສ້າງຄວາມວັດທະນາຖາວອນຈາກທະເລແລະປົກຮັກສາສາສັນຕິພາບຢູ່ທະເລ./.

ຕອບກັບ

ຂ່າວ/ບົດ​ອື່ນ