ຫັນສຳເນົາເອກະສານເປັນດີຈີຕອນ, ແກ້ໄຂລະບຽບການບໍລິຫານໂດຍບໍ່ອີງໃສ່ເຂດປົກຄອງບໍລິຫານ

(VOVWORLD) - ການຫັນສຳເນົາເອກະສານເປັນດີຈີຕອນ, ແກ້ໄຂລະບຽບການບໍລິຫານໂດຍບໍ່ອີງໃສ່ເຂດປົກຄອງບໍລິຫານ, ຫຼຸດເວລາປະຕິບັດບັນດາລະບຽບການບໍລິຫານສັ້ນລົງ, ຄ່ອຍໆສ້າງພົນລະເມືອງດີຈີຕອນໃຫ້ສົມບູນແບບ… ນັ້ນແມ່ນໝາກຜົນແທຈິງຈາກການປະຕິບັດຮູບແບບປະຕູດຽວເຊື່ອມຕໍ່, ປະຕູດຽວເອເລັກໂຕນິກ ໃນການແກ້ໄຂບັນດາລະບຽບການບໍລິຫານ.
ຫັນສຳເນົາເອກະສານເປັນດີຈີຕອນ, ແກ້ໄຂລະບຽບການບໍລິຫານໂດຍບໍ່ອີງໃສ່ເຂດປົກຄອງບໍລິຫານ - ảnh 1ປະຊາຊົນມາເຮັດວຽກກັບຫ້ອງການບໍລິຫານລັດແຂວງ ອານຢາງ
(ພາບ:moc.gov.vn)
  ປະຈຸບັນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ສ້າງລະບົບປະຕູດຽວ, ປະຕູເຊື່ອມຕໍ່ໃຫ້ສົມບູນແບບ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຮັບ, ແກ້ໄຂລະບຽບການບໍລິຫານ; ອັດຕາສ່ວນການແກ້ໄຂກ່ອນ ແລະ ຖືກຕາມກຳນົດເວລາ ໄດ້ແຕ່ 95% ຂຶ້ນໄປ.

ແຜນຮ່າງປ່ຽນໃໝ່ວຽກງານການປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ໃນ ການ ແກ້ໄຂລະບຽບການບໍລິຫານ, ໂດຍລັດຖະບານໄດ້ໃຫ້ສັດຕະຍາບັນໃນເດືອນ ມີນາ 2021. ການປ່ຽນໃໝ່ການແກ້ໄຂລະບຽບການບໍລິຫານຕາມທິດບໍ່ອີງໃສ່ ຂອບເຂດການຄຸ້ມຄອງບໍລິຫານ, ຕິດພັນກັບການນຳໃຊ້ໝາກຜົນການຫັນສຳເນົາ ເອກະສານເປັນດີຈີຕອນ, ຄາດວ່າ, ຈະປະຢັດໄດ້ຈຳນວນເງິນກ່ວາ 10.600 ຕື້ດົ່ງ/ປີ (ປະມານ 410 ລ້ານໂດລາສະຫະລັດ).

ກ່ອນນີ້ໜຶ່ງເດືອນ, ປ້າ ຟ້າມທິເລ້, ຢູ່ຕາແສງ ເລືອງຟີ, ເມືອງຈີໂຕນ, ແຂວງ ອານຢາງ, ໄດ້ໄປຫ້ອງການຮັບເອກະສານ ແລະ ສົ່ງຜົນການແກ້ໄຂລະບຽບການ ບໍລິຫານຂັ້ນເມືອງ ເພື່ອເຮັດໃບຕາດິນ. ຕາມຂໍ້ກຳນົດແລ້ວ, ພາຍຫຼັງເຮັດເປັນ ເວລາໜຶ່ງເດືອນ ໃບຕາດິນຈຶ່ງອອກ. ແຕ່ປະຈຸບັນ, ເສຍເວລາພຽງແຕ່ 20 ວັນເທົ່ານັ້ນ, ປ້າກໍ່ໄດ້ຮັບຂໍ້ຄວາມສົ່ງມາວ່າ ໃບຕາດິນໄດ້ອອກແລ້ວ. ປ້າ ຟ້າມທິເລ້, ໃຫ້ຮູ້ວ່າ:

 “ເຂົາເຈົ້າໄດ້ມາແທກທີ່ດິນ ແລ້ວເອົາໃບນັດໃຫ້. ຫຼັງຈາກນັ້ນ ເຮົາກໍ່ປະກອບເອກະສານຍື່ນຢູ່ຫ້ອງເລກທີ 2, ແລ້ວໄປເລກທີ່ 5, ແລ້ວເຂົາເຈົ້າກໍ່ເອົາ ເອກະສານຄືນໃຫ້ເຮົາເລີຍ. ບັນດາພະນັກງານເຮັດວຽກ, ແນະນຳໃຫ້ເຮົາລະອຽດ ຫຼາຍ, ດັ່ງນັ້ນ ກໍ່ບໍ່ເສຍເວລາຫຼາຍ”.   

ປະຊາຊົນມາເຮັດລະບຽບການບໍລິຫານຢູ່ພາກສ່ວນປະຕູດຽວ ເມືອງ ຈີໂຕນ, ແຂວງ ອານຢາງ, ພຽງແຕ່ເອົາເລກບັດຄິວ ຕາມຂົງເຂດທີ່ໄດ້ຈັດແບ່ງ, ຫຼັງຈາກນັ້ນກໍ່ຍື່ນເອກະສານຢູ່ປະຕູດຽວເຊື່ອມຕໍ່, ຮັບເອົາໃບນັດ ແລະ ມາຕາມເວລານັດ, ລະບົບຈະສົ່ງຂໍ້ຄວາມແບບອັດຕະໂນມັດໃຫ້ປະຊາຊົນເພື່ອມາເອົາຜົນຂອງ ເອກະສານ. ນະທີ່ນີ້, ຍັງມີລະບົບຕີລາຄາ, ໃຫ້ຄະແນນພະນັກງານເຮັດວຽກເພື່ອໃຫ້ປະຊາຊົນ ສາມາດຕີລາຄາການປະພຶດຂອງພະນັກງານ, ລັດຖະກອນ. ຫຼື ປະຊາຊົນກໍ່ສາມາດຍື່ນເອກະສານເອເລັກໂຕນິກໄດ້ອີກດ້ວຍ. ທ່ານ ໂດ໊ມິງຈີ໋, ຮອງປະທານຄະນະກຳມະການປະຊາຊົນເມືອງ ຈີໂຕນ, ແຂວງ ອານຢາງ, ໃຫ້ຮູ້ວ່າ:

 “ພະນັກງານເຮັດວຽກຢູ່ພາກສ່ວນປະຕູດຽວມີສະຕິຄວາມຮັບຜິດຊອບສູງຕໍ່ປະຊາຊົນ. ບົນພື້ນຖານຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ຈາກສິ່ງນັ້ນ, ໜ້າທີ່ປະຕິບັດປະຕູດຽວເຊື່ອມຕໍ່ຢູ່ຕາແສງ, ເມືອງ ກໍ່ບໍ່ມີຄວາມຫຍຸງຍາກຫຍັງ. ປະຈຸບັນ, ເມືອງ, ຕາແສງ ໄດ້ແກ້ໄຂ 5 ປະການຢູ່ກັບທີ່, ກະຈ່າງແຈ້ງ, ໂປ່ງໃສ, ເປີດເຜີຍບັນດາເນື້ອໃນທີ່ປະຊາຊົນມາເຮັດລະບຽບການບໍລິຫານ. ຖ້າຫາກປະຊາຊົນສ່ອງແສງວ່າ ພະນັກງານໃດທີ່ສ້າງຄວາມຫຍຸ້ງຍາກ ແມ່ນກົດປຸ່ມຕຳໜິຢູ່ກັບທີ່ເລີຍ ແລະ ພວກເຮົາຈະປັບປຸງຢ່າງທັນການ”.

                   ສ່ວນຢູ່ສູນຮັບໃຊ້ການບໍລິຫານລັດ ແຂວງ ດັກລັກ, ພາກສ່ວນຮັບເອກະສານ, ແກ້ໄຂ ແລະ ສົ່ງຜົນການແກ້ໄຂລະບຽບການບໍລິຫານຂອງ 20 ພະແນກ, ຂະແໜງການ, ໃນນັ້ນມີ 2 ອົງການຂອງສູນກາງ ນັ້ນແມ່ນ ຕຳຫຼວດແຂວງ ແລະ ປະກັນສັງຄົມແຂວງ, ສຳເນົາເອກະສານທັງໝົດໄດ້ຮັບ ແລະ ສົ່ງຜົນຂອງເອກະສານຢູ່ສູນ ລ້ວນແຕ່ໄດ້ປະຕິບັດຜ່ານລະບົບປະຕູດຽວເອເລັກໂຕນິກຂອງແຂວງ ແລະ ຊອບແວສະເພາະຂະແໜງ. ອ້າຍ ເລືອງຈູງແທັ່ງ, ປະຊາຊົນເມືອງ Ea Hleo, ໃຫ້ຮູ້ວ່າ:

 “ກ່ອນນີ້, ເມື່ອໄປເຮັດລະບຽບການບໍລິຫານຕ້ອງຜ່ານຫຼາຍຂັ້ນຕອນ, ແຕ່ປະຈຸບັນ, ເສຍເວລາໜ້ອຍໜຶ່ງກໍ່ແລ້ວ. ເຫັນວ່າມີຄວາມວ່ອງໄວ, ສະດວກໃຫ້ແກ່ການໄປ - ມາຂອງປະຊາຊົນ”.

ຫັນສຳເນົາເອກະສານເປັນດີຈີຕອນ, ແກ້ໄຂລະບຽບການບໍລິຫານໂດຍບໍ່ອີງໃສ່ເຂດປົກຄອງບໍລິຫານ - ảnh 2ປະຊາຊົນຢູ່ຂາເຂົ້າ - ຂາອອກ
(ພາບ: VOV)

ເມື່ອຕີລາຄາປະສິດທິຜົນຮູບແບບປະຕູດຽວເຊື່ອມຕໍ່, ປະຕູດຽວເອເລັກໂຕນິກ ໃນການແກ້ໄຂລະບຽບການບໍລິຫານ, ທ່ານຮອງສາດສະດາຈານ, ປອ ໂງແທັ່ງການ, ອະດີດຫົວໜ້າພະແນກຈັດຕັ້ງບໍລິຫານ, ສະຖາບັນການປົກຄອງແຫ່ງຊາດ, ໃຫ້ຮູ້ວ່າ: ເລື່ອງຜັນຂະຫຍາຍ, ປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ ໄດ້ຊ່ວຍໃຫ້ກົງຈັກການສະໜອງການບໍລິການດ້ານບໍລິຫານຂອງລັດ ມີຄວາມກະທັດລັດກ່ວາ:

 “ການປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ໃນການແກ້ໄຂລະບຽບການບໍລິຫານ ເຮັດໃຫ້ເວລາເຮັດລະບຽບການບໍລິຫານສັ້ນລົງ. ນອກຈາກເວລາສັ້ນລົງ ແມ່ນຈຳນວນພະນັກງານເຮັດລະບຽບການກໍ່ໄດ້ຫລຸດລົງ, ພາໄປເຖິງການຫລຸດຜ່ອນດ້ານລາຍຈ່າຍ, ປະຢັດອຸປະກອນເຮັດລະບຽບການ, ຫລຸດເວລາລໍຖ້າ ແລະ ປະຢັດລາຍຈ່າຍອື່ນໆອີກ. ສິ່ງສຳຄັນທີ່ສຸດແມ່ນນຳມາເຊິ່ງຄວາມເພິ່ງພໍໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ”.

ປະຈຸບັນ, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ປະກາດໃຊ້ແຜນການຜັນຂະຫຍາຍແຜນຮ່າງ “ປ່ຽນໃໝ່ການປະຕິບັດກົນໄກ “ປະຕູດຽວ”, “ປະຕູດຽວເຊື່ອມຕໍ່” ໃນການແກ້ໄຂລະບຽບການບໍລິຫານ”, ດ້ວຍຈຸດໝາຍຮອດປີ 2025, ຫັນສຳເນົາເອກະສານ, ເອກະສານ, ໝາກຜົນການແກ້ໄຂລະບຽບການບໍລິຫານຢູ່ພາກສ່ວນ “ປະຕູດຽວ” ຂອງພະແນກ, ຄະນະ, ຂະແໜງການ ແລະ ບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຕາແສງເປັນດີຈີຕອນ. ເລື່ອງປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ໃນການແກ້ໄຂລະບຽບການບໍລິຫານຕິດພັນກັບການຫັນເປັນດີຈີຕອນ ແລະ ນຳໃຊ້ໝາກຜົນຂອງການຫັນສຳເນົາເອກະສານເປັນດີຈີຕອນນັ້ນ ໄດ້ປະກອບສ່ວນສ້າງພົນລະເມືອງດີຈີຕອນ,ວິສາຫະກິດດີຈີຕອນ ໃນການສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນຢູ່ ຫວຽດນາມໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ