ແຜນທີ່ດີຈີຕອນ 4D (Map4D) - ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ

(VOVWORLD) - ບັນດາໂປຣແກຣມກ່ຽວກັບແຜນທີ່ໃນປະຈຸບັນຄື: Google Maps ຫຼື  Apple Maps ແມ່ນບັນດາໂປຣແກຣມ ທີ່ລຶ້ງເຄີຍກັບຜູ້ນຳໃຊ້ smartphone ດ້ວຍຄວາມສາມາດຊີ້ບອກເສັ້ນທາງ, ສະຖານທີ່. ແຕ່ເຖິງຢ່າງໃດກໍ່ຕາມ, ຢູ່ ຫວຽດນາມ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄດ້ເຂົ້າຮ່ວມຂົງເຂດນີ້ດ້ວຍບັນດາມາດຕະການນຳໃຊ້ໂປຣແກຣມ ນີ້ໃນຂອບເຂດ ຫວຽດນາມ ຂຶ້ນເຖິງ 100%.
 
ແຜນທີ່ດີຈີຕອນ 4D (Map4D) -  ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ - ảnh 1Map4D - ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ (ພາບ:VOV)
 

ການໝູນໃຊ້ແຜນທີ່ດີຈີຕອນ 4D ໂດຍບໍລິສັດເຕັກໂນໂລຊີ IOT Link ຜະລິດກໍ່ແມ່ນຕົວຢ່າງໜຶ່ງ. Map4D ດ້ວຍຄຸນສົມບັດໃໝ່ຫຼາຍຢ່າງ, ເໝາະສົມກັບຊາວຫວຽດນາມ, ຊ່ວຍຫລຸດຜ່ອນລາຍຈ່າຍ ກໍ່ຄືຫລຸດຜ່ອນການສູນເສຍຂໍ້ມູນຂອງຜູ້ນຳໃຊ້, ເພີ່ມທະວີຄວາມປອດໄພທາງເຄືອຂ່າຍອິນເຕີເນັດແຫ່ງຊາດ.

Map4D ຂອງ IOTLink ແມ່ນໂປຣແກຣມແຜນທີ່ໜຶ່ງດຽວຂອງຊາວຫວຽດນາມ, ໂດຍບັນດານັກເຕັກນິກ ຫວຽດນາມ ຜະລິດ, ພາຍໃຕ້ການໜູນຊ່ວຍ, ໃຫ້ຄຳປຶກສາຂອງນັກຊ່ຽວຊານແຖວໜ້າຂອງ Microsoft.

Map4D ແມ່ນໂປຣແກຣມສະສົມຂໍ້ມູນຕ່າງໆຄື: ລະບົບຂໍ້ມູນດ້ານພູມສາດ, ລະບົບຂໍ້ມູນດ້ານທີ່ດິນ, ຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂທລະຄົມ, ການກໍ່ສ້າງ… ເຊິ່ງໄດ້ເຊື່ອມຕໍ່, ແບ່ງປັນ, ປະກົດຢູ່ໜ້າຈໍຊັດເຈນທີ່ສຸດ. ນີ້ແມ່ນພື້ນຖານດີຈີຕອນທີ່ຈຳເປັນໃນວິວັດການຫັນເປັນດີຈີຕອນ ແລະ ຜັນຂະຫຍາຍນະຄອນ ອັດສະລິຍະ. ອ້າຍ ຈິ້ງກົງຢຸຍ, ຜູ້ຮ່ວມສ້າງຕັ້ງ IOTLink, ໃຫ້ຮູ້ວ່າ:

ໂປຣແກຣມນີ້ຈະຮັບໃຊ້ຫຼາຍຂົງເຂດທີ່ແຕກຕ່າງກັນ, ພິເສດແມ່ນໃນຂົງເຂດຫັນເປັນດີຈີຕອນ ແລະ ສ້າງເປັນສຳເນົາດີຈີຕອນໃຫ້ເຂດຕົວເມືອງ, ໝູນໃຊ້ໃນຕົວເມືອງ ອັດສະລິຍະ.

ປະຈຸບັນ, ໂປຣແກຣມນີ້ໄດ້ສະໜອງໂດຍບໍ່ເສຍຄ່າໃຫ້ວິສາຫະກິດ ຫວຽດນາມ ຫຼາຍກ່ວາ 100 ແຫ່ງແລ້ວ. Map4D ມີຄວາມສາມາດສະສົມຂໍ້ມູນເປັນດີຈີຕອນ, ຄຸ້ມຄອງຂໍ້ມູນ ແລະ ໝູນໃຊ້ ກໍ່ຄືປະມວນບັນດາມາດຕະການເຕັກໂນໂລຊີທີ່ກ້າວໜ້າໃນພື້ນຖານເວບໄຊ ແລະ ໂປຣແກຣມ. ທ່ານ ເຢືອງແມ້ງຢຸ້ງ, ຫົວໜ້າພະແນກເຕັກໂນໂລຊີ ບໍລິສັດ IOTLink, ຢັ້ງຢືນວ່າ:

 “ລະບົບ 3D ໃຫ້ຜູ້ນຳໃຊ້ອາດສາມາດເຫັນບັນດາຕຶກອາຄານດ້ວຍບັນດາຮູບພາບຕົວຈິງ. ສ່ວນ 4D ໃຫ້ຜູ້ນຳໃຊ້ສາມາດເຫັນຕຶກອາຄານນັ້ນໃນອະດິດຕະການ, ໃນອະນາຄົດເປັນຄືແນວໃດ, ເຫັນໄດ້ການວາງແຜນຜັງມີຄືແນວໃດ, ຊ່ວຍໃຫ້ຜູ້ນຳໃຊ້ອາດສາມາດເຫັນໄດ້ການປ່ຽນແປງຕາມການເວລາຂອງສະຖານທີ່ໃດໜຶ່ງ. ນັ້ນແມ່ນບັນດາຄຸນສົມບັດທີ່ຍັງບໍ່ທັນເຫັນໃນບັນດາໂປຣແກຣມ ອື່ນ”.

ແຜນທີ່ດີຈີຕອນ 4D (Map4D) -  ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ - ảnh 2
ພັນເອກ ຕ່າວດຶກຖັ໋ງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມ ເຕັກໂນໂລຊີ Viettel
(ພາບ:baodautu.vn)

ໂດຍໄດ້ຮັບການເປີດຕົວແຕ່ປິ 2018, ແຕ່ໂປຣແກຣມ Map4D ໄດ້ບັນລຸຜົນງານຢ່າງແທ້ຈິງ ເມື່ອຍາດໄດ້ລາງວັນໃນການແຂ່ງຂັນ Viet Solutions ປີ 2021 (ການແຂ່ງຂັນຊອກຮູ້ການຫັນເປັນດີຈີຕອນແຫ່ງຊາດ), ໂດຍກະຊວງຖະແຫຼງຂ່າວ, ສື່ສານ ຫວຽດນາມ ແລະ ກຸ່ມບໍລິສັດ Viettel ຈັດຂຶ້ນ. ການແຂ່ງຂັນດັ່ງກ່າວໄດ້ຊ່ວຍໃຫ້ຜະລິດຕະພັນ Map4D ໄດ້ເຂົ້າເຖິງຫຼາຍຄູ່ຮ່ວມມືສຳຄັນ ຊ່ວຍໃຫ້ໂປຣແກຣມນີ້ນັບມື້ນັບໄດ້ພັດທະນາ ແລະ ຊອກຫາທີ່ຕັ້ງບົດບາດຢູ່ຕະຫຼາດ ຫວຽດນາມ. ພາຍຫຼັງການແຂ່ງຂັນ, Viettel ແລະ ບໍລິສັດ IOTLink ໄດ້ລົງນາມໃນສັນຍາຮ່ວມມືເພື່ອຜັນຂະຫຍາຍໂປຣແກຣມ Map4D ໃນຫຼາຍໂຄງການອື່ນໆຂອງກຸ່ມບໍລິສັດ Viettel, ໃນນັ້ນ ເປັນໜ້າສົນໃຈທີ່ສຸດແມ່ນໂຄງການສູນບໍລິຫານຕົວເມືອງອັດສະລິຍະ (IOC). ພັນເອກ ຕ່າວດຶກຖັ໋ງ, ຮອບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມ ເຕັກໂນໂລຊີ Viettel, ໄດ້ແບ່ງປັນວ່າ:

ພວກຂ້າພະເຈົ້າປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ, ພວກຂ້າພະເຈົ້າໜູນຊ່ວຍພວກເຂົາເພື່ອພັດທະນາບັນດາແນວຄວາມຄິດກາຍເປັນຜະລິດຕະພັນທີ່ມີຄຸນນະພາບສູງສຸດເພື່ອຮັບໃຊ້ພາລະກິດກໍ່ສ້າງສັງຄົມດີຈີຕອນຢູ່ ຫວຽດນາມ.

ຄຽງຄູ່ກັບການສະໜອງບັນດາໂປຣແກຣມທີ່ຈຳເປັນໃນການດຳລົງຊີວິດ, Map4D ຍັງຊ່ວຍແກ້ໄຂບັນຫາດ້ານຄວາມປອດໄພຂໍ້ມູນຂ່າວສານ, ການປ້ອງກັນຄວາມສະຫງົບແຫ່ງຊາດ, ພິເສດແມ່ນປັດໄຈອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ. ກົມໃຫຍ່ ທະເລ, ໝູ່ເກາະ ຫວຽດນາມ ໄດ້ຢັ້ງຢືນ Map4D ໄດ້ກຳນົດເສັ້ນຂີດຂັ້ນກຳນົດທະເລ, ໝູ່ເກາະຂອງ ຫວຽດນາມ ຢ່າງຖືກຕ້ອງ, ນຳມາເຊິ່ງການຢັ້ງຢືນທີ່ສຳຄັນໃຫ້ແກ່ໂປຣແກຣມນີ້ຕື່ມອີກ. ທ່ານ ຫວູມິນຈີ້, ຮອງປະທານ ບໍລິສັດ IOTLink, ໄດ້ແບ່ງປັນວ່າ:

ແຜນທີ່ ສຳຄັນນີ້ແມ່ນຕ້ອງເຮັດແນວໃດເພື່ອກຳນົດໄດ້ເສັ້ນຂີດຂັ້ນຂອງປະເທດເຮົາກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພິເສດແມ່ນເຂດທະເລ, ໝູ່ເກາະ. ພວກຂ້າພະເຈົ້າພະຍາຍາມສະແດງໃຫ້ເຫັນອະນາເຂດທະເລ, ໝູ່ເກາະຂອງ ຫວຽດນາມ ຢ່າງຈະແຈ້ງ. ເມື່ອພວກເຮົານຳໃຊ້ຜະລິດຕະພັນຂອງ ຫວຽດນາມ, ພື້ນຖານເຕັກໂນໂລຊີຂອງ ຫວຽດນາມ ເຮົາຈະເປັນເຈົ້າການໃນບັນຫານັ້ນ.

ໂຄງການຫັນເປັນດີຈີຕອນແຫ່ງຊາດ ໄດ້ຮັບການກຳນົດແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ. ເປັນເຈົ້າບັນດາໂປຣແກຣມ ດ້ວຍບັນດາຜະລິດຕະພັນ Make in Vietnam ແມ່ນໜຶ່ງໃນ 4 ບັນຫາໄດ້ຮັບບຸລິມະສິດແຖວໜ້າ ເພື່ອແນໃສ່ຮັບປະກັນການເປັນເຈົ້າໂດຍຕົນເອງໃນເຄືອຂ່າຍອິນເຕີເນັດ. ການພັດທະນາໂປຣແກຣມດີຈີຕອນ ແມ່ນມາດຕະການບຸກທະລຸເພື່ອຊຸກຍູ້ລັດຖະບານດີຈີຕອນ, ຫັນເປັນດີຈີຕອນໃຫ້ວ່ອງໄວກ່ວາ, ເປັນການຫລຸດຜ່ອນລາຍຈ່າຍ ແລະ ເພີ່ມປະສິດທິຜົນ. ດ້ວຍຄວາມແຕກຕ່າງ ແລະ ລັກສະນະໝູນໃຊ້ໃນການປ້ອງກັນຄວາມສະຫງົບ, ຄວາມປອດໄພດ້ານຂໍ້ມູນຂ່າວສານ, Map4D ໄດ້ຮັບການຕີລາຄາສູງ. Map4D ໄດ້ ແລະ ພວມມຸ່ງໄປເຖິງຈຸດໝາຍກາຍເປັນໂປຣແກຣມໃຫຍ່ທີ່ສຸດຢູ່ ຫວຽດນາມ ໃນບົດບາດຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ./.

ຕອບກັບ

ຂ່າວ/ບົດ​ອື່ນ