ຮ່າໂນ້ຍຈະສ້າງແຜນບູລະນະສ້ອມແປງຖະໜົນຍ່າງໂຮ່ເກືອມ

ຮ່າໂນ້ຍຈະສ້າງແຜນບູລະນະສ້ອມແປງຖະໜົນຍ່າງໂຮ່ເກືອມ - ảnh 1
ຖະໜົນຍ່າງໂຮ່ເກືອມ

(vovworld) – ​​ວັນ​ທີ 18/2, ທ່ານ ຫງວຽນ​ດຶກ​ຈູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ ຮ່າ​ໂນ້ຍ ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ສີ​ລະ​ປິນ​ໃນ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສີ​ລ​ະ​ປະ ຮ່າ​ໂນ້ຍ. ທ່ານ​ປະ​ທານ ຫງວຽນ​ດຶກ​ຈູງ, ໃຫ້​ຮູ້​ວ່າ: ເພື່ອ​​ເສີມຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຢູ່​ອ້ອມ​ແອ້ມ​ໜອງ ຮ່​ວານ​ກຽມ, ຮ່າ​ໂນ້ຍ ຈະ​ມີ​ແຜນ​ການ​ປະ​ດັບ​ປະ​ດາ​ລະ​ບົບ​​ໄຟ​ຟ້າ​ເຍືອງ​ທາງ, ຂຸດ​​ໜອງ ຮ່ວານ​ກຽມ, ບຳ​ບັດ​ນ້ຳ​ໃນ​ໜອງ, ​ບູ​ລະ​ນະ​ສ້ອມ​ແປງ​ຂ້າງ​ຖະ​ໜົນ ແລະ ທາງ​ໜ້າ​ເຮືອນ​ຂອງ​ປະ​ຊາ​ຊົນ, ສຳ​ນັກ​ງານ​ຕ່າງໆ​ຢູ່​ອ້ອມ​ໜອງ. ນອກ​ຈາກນັ້ນ, ໃນ​ແຕ່​ລະ​ເດືອນ, ຮ່າ​ໂນ້ຍ ຈະ​ເຊື້ອ​ເຊີນ 2 ແຂວງ​​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ແລະ ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ມາສະ​ແດງ​ຢູ່​ຖະ​ໜົນ​​ຍ່າງ, ແຕ່​ລະ​ປີ​ຈະ​ແນະ​ນະ​ວັດ​ທະ​ນະ​ທຳ​ຂ​ອງ​ບັນ​ດາ​ປະ​ເທດ ອາຊຽນ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ຢູ່​ຖະ​ໜົນ​ຍ່າງ. ສຳ​ລັບໜອງ ​ໂຮ່ໄຕ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນະ​ຄອນ​ຈະ​ສ​້າງ​ໂຄງ​ການ​​ຈັດ​ຕັ້ງ​ໜອງ ໂຮ່ໄຕ ​ຄືນ​ໃໝ່ພ້ອມ​​ທັງ​ບູ​ລະ​ນະ​ລະ​ບົບ​ຕົ້ນ​ໄມ້ ແລະ ປະ​ດັບ​ປະ​ດາ​​ໄຟ​ຟ້າ​ເຍືອງ​ທາງ​ຢູ່​ອ້ອມ​ໜອງ.


ຂ່າວ/ບົດ​ອື່ນ