ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
ການ​ເ​ສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ”

      ເພື່ອນ​ພິດ​ສະ​​ໝີ ເອ​ກະ​ລາດ, ຢູ່​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ຢາກ​ຮູ້​ກ່ຽວ​ກັບ​ຜົນ​ຂອງ​ການ​ເ​ສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ” ໃນ​ໄລ​ຍະ​ຜ່ານ​ມາ.

     ເພື່ອນ​ພິດ​ສະ​​ໝີ ເອ​ກະ​ລາດ ທີ່​ຮັກ​ແ​ພງ, ໃນ​ໄລ​ຍະ​ຜ່ານ​ມາ, VOV ໄດ້​ຈັດ​ການ​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ” ທີ່ສະຫງວນ​ໃຫ້ຜູ້​ຟັງ​ VOV ທຸກ​ທ່ານ, ​ເຊິ່ງ​​ແມ່ນ​ຊາວ​ຕ່າງປະ​ເທດ​ຢູ່​ທຸກ​ທະວີບ ​ແລະ ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ກຳ​ນົດ​​ເວ​ລາ​ຮັບ​ບົດ​ເສັງ​ສຸ​ດທ້າຍແມ່ນ​ໃນ​ວັນ​ທີ 30/06/2015 ຕາມ​ກາ​ໄປສະນີ​ບ່ອນ​ຝາກ. ໃນ​ໄລ​ຍະ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບົດ​ເສັງ​ຫຼາຍ​ບົດ​​ຈາກ​ຜູ້​ຟັງ​ຢູ່​ປະ​ເທດຕ່າງໆ. ​ປະ​ຈຸ​ບັນ, ຄະນະ​ຈັດ​ຕັ້ງ​ພວມ​ກວດ​ໃຫ້​ຄະ​ແນນ, ຜົນ​ຂອງ​ການ​ເສັງ​ຈະ​ໄດ້​ຮັບ​ການ​ປະ​ກາດ​ໃນ​ໄວ​ໆ​ນ​ີ້. ເວ​ລາ​ໃດ​ມີ​ຜົນ​ການ​ເສັງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ອີ​ແມວ​ເຖິງ​ເພື່ອນ. ຂໍ້​ຂອບ​ໃຈ​ເພື່ອນ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ເສັງ ແລະ ຫວັງ​ວ່າ ເພື່ອນ​ຈະ​ສືບ​ຕໍ່​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ, ເພື່ອ​ປະ​ກອບ​ຄຳ​ເຫັນ​ເຮັດ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີ​ຂຶ້ນ.


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
ງານ​ພົບ​ປະ​ແລກ​ປ່ຽນມິດຕະພາບທີ່​​​ເປັນ​ມູນ​ເຊື້ອ
ລະຫວ່າງລາວ - ຫວຽດນາມ
(ພາບ: Vietnam+)


      ເພື່ອນ​ດາ​ລາ​ວັນ, ແຂວງ​ຄຳ​ມ່ວນ ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ, ​ໂດຍ​ໃຫ້​ຮ​ູ້​ວ່າ: ໄລ​ຍະ​ຜ່ານ​ມາ, ຢູ່​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນມິດຕະພາບທີ່​​​ເປັນ​ມູນ​ເຊື້ອດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ” ລະ​ຫວ່າງ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຄະນະພົວພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ. ຂ້າ​ພະ​ເຂົ້າ​ຢາກ​ຮູ້​ຕື່ມ​ກ່ຽວ​ກັບ​ງານ​ພົບ​ປະ​ນີ້.

     ເພື່ອນ​ດາ​ລາ​ວັນ ທີ່​ຮັກ​ແພງ, ວັນ​ທີ 27/07 ຜ່ານ​ມາ, ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຮ່​ວມ​ມື​ລະ​ຫວ່າງ 2 ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ​ຫວຽດ​ນາມ - ລາວ, ຄຳ​ນັບ​ຊົມ​ເຊີຍ 70 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ສະ​ຖາ​ປະ​ນາ​ຫວຽດ​ນາມ, 40 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ​ລາວ ແລະ ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ແຕ່​ລະ​ພັກ. ໃນ​ລະ​ຫວ່າງວັນ​ທີ 25 – 29/07, ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຄະນະພົວພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ໄດ້​ສົມ​ທົບ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​​ແຂວງ ຄຳ​ມ່ວນ ​ແລະ ​ແຂວງ ​ເງະອານ ຈັດ​ຕັ້ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຄັ້ງ​ທີ 8 ດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ”. ງານ​ພົບ​ປະ​ແລກ​ປ່ຽນ​ຖືກ​ດຳ​ເນີນ​ໄປ​ດ້ວຍ​ຫຼາຍ​ຮູບ​ແບບ ແລະ ເນື້ອ​ໃນ​ທີ່​​ອຸ​ດົມ​ສົມ​ບູນ, ແທດ​ຈິງ, ມີ​ຊີ​ວິດ​ສີ​ວາ. ຜ່ານ​ບັນ​ດາ​ການ​ເຄື່ອ​​ນ​ໄຫວ​ແລກ​ປ່ຽນ​ຂໍ້​ມູນ, ແບ່ງ​ປັນ​ບົດ​ຮຽນ, ແຂ່ງ​ຂັນ​ກິ​ລາ, ສິ​ລ​ະ​ປະ, ຊອກ​ຮູ້​ສະ​ພາບ​ຕົວ​ຈິງ​ຂັ້ນ​ຮາກ​ຖານ… ໄດ້​ຊ່ວຍ​ໃຫ້​ພະ​ນັກ​ງານ​ຂອງ 2 ຄະນະ​ພົວພັນ​ຕ່າງປະ​ເທດ, ກໍ​ຄື​ພະ​ນັກ​ງານ​ຂອງ 2 ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຂອງ 2 ແຂວງ ຄຳ​ມ່ວນ ແລະ ເງ​ະອານ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ, ມີ​ປະສິດ​ທິຜົນ​ໃນ​​ການ​ເຄື່ອນ​ໄຫວຕ່າງໆ. ຕີ​ລາ​ຄາ​ກ່ຽວ​ກັບ​ງານ​ພົບ​ປະ​ມິດ​ຕະ​ພາບ​ຄັ້ງ​ນີ, ທ່ານ​ນາງ​ສູນ​ທອນ​ ໄຊ​ຍະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພົນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ແບ່ງ​ປັນ​ວ່າ. 


(ທ່ານ​ນາງ​ສູນ​ທອນ​ ໄຊ​ຍະ​ຈັກ)

    ກໍ​ທີ່​ງານ​ພົບ​ປະ, ທ່ານ ຮ່​ວາງ​ບິ່ງກວນ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

      “ນີ້ແມ່ນ​ໂອ​ກາດ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນຢ່າງ​ເລິກ​ເຊິ່ງກວ່າ, ຮ່ຳ​ຮຽນ​ເຊິ່ງ​ກັນ ແລະ ກັນ​ທາງ​ດ້ານ​ພຶດ​ຕິ​ກຳ​​ຕົວ​ຈິງ​ຂອງວຽກ​ງານ ແລະ ​ບົນ​ພື້ນ​ຖານນັ້ນ ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ດ້ານ​ການ​ຄຸ້ມ​ຄອງ ກໍ​ຄື​ຄວາມ​ສາ​ມາດ​​ເປັນ​ເສນາ​ທິການ​ຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ 2 ພັກ. ຄວາມ​ໝາຍ ແລະ ຜົນ​ປະ​ໂຫຍດ​ຂອງ​ງານ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ງານ​ພົບ​ປະ​ຄັ້ງ​ນີ້​ ພິ​ເສດກວ່າ​ຄັ້ງ​ກ່ອນໆ​ນີ້, ຍ້ອນ​ຖືກ​ດຳ​ເນີນ​ໄປ​ຢູ່​ທັງ 2 ທ້ອງ​ຖິ່ນ​ແມ່ນ​ເງະ​ອານ ແລະ ຄຳ​ມ່ວນ, ນີ້​ລ້ວນ​ແຕ່​ແມ່ນ​ເຂດ​ດິນ​ທີ່​ມີ​​ປູ​ສະ​ນີ້​ຍະ​ສະ​ຖານ​ປະ​ຫວັດ​ສາດ​ປະ​ຕິ​ວັດ​ຫຼາຍ​ແຫ່ງ”.

    ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ