15 ປະ​ເທດ​ສະ​ມາ​ຊິກ EU ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ

(VOVWORLD) - ໃນສະພາບການສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເລີ່ມມີຜົນສັກສິດ ໃນຕົ້ນປີນີ້, ລັດຖະມົນຕີ 15 ປະເທດດັ່ງກ່າວ ຖືວ່າ ສັນຍາສະບັບນີ້ແມ່ນຄຳຮຽກຮ້ອງ “ປຸກລຸກ” ເອີລົບ ໃນການລົງນາມສັນຍາ FTA ສະບັບຕ່າງໆ.
15 ປະ​ເທດ​ສະ​ມາ​ຊິກ EU ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ - ảnh 1ພາບ: Reuters

ວັນທີ 20 ມິຖຸນາ, 15 ປະເທດສະມາຊິກ ສະຫະພາບເອີລົບ (EU) ໄດ້ຮຽກຮ້ອງໃຫ້ ກຸ່ມນີ້ຈົ່ງເພີ່ມທະວີການລົງນາມບັນດາສັນຍາການຄ້າເສລີ (FTA) ເພື່ອຮັບປະກັນການເຕີບໂຕຂອງເສດຖະກິດໄລຍະຍາວ ແລະ ທີ່ຕັ້ງພູມີສາດການເມືອງ ຂອງກຸ່ມນີ້ໃນໂລກ. ໃນຈົດໝາຍສົ່ງໄປຍັງທ່ານ Valdis Dombrovskis ກຳມະການການຄ້າ EU , ບັນດາລັດຖະມົນຕີເສດຖະກິດ, ການຄ້າ ແລະ ການຕ່າງປະເທດ 15 ປະເທດສະມາຊິກ EU ໃຫ້ຮູ້ວ່າ ການປະທະກັນຢູ່ ຢູແກຼນ ແລະ ພະຍາດໂຄວິດ - 19 ສະແດງໃຫ້ເຫັນຄວາມຈຳເປັນຕ້ອງສ້າງລະບົບສະໜອງແບບຍືນຍົງ, ມີຄວາມສາມາດຮັບມືສູງ, ມີການພົວພັນຄູ່ຮ່ວມມືຍຸດທະສາ ແລະ ການຄ້າເປີດກວ້າງ. ດັ່ງນັ້ນ, ບັນດາລັດຖະມົນຕີຖືວ່າ EU ຕ້ອງການ ໄມ້ງັດ ການຄ້າ ຍ້ອນວ່າ ໃນ 7 ວຽກເຮັດງານທຳໃນກຸ່ມ ຈະມີວຽກງານໜຶ່ງອີງໃສ່ການຄ້າ.

ໃນສະພາບການສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເລີ່ມມີຜົນສັກສິດ ໃນຕົ້ນປີນີ້, ລັດຖະມົນຕີ 15 ປະເທດດັ່ງກ່າວ ຖືວ່າ ສັນຍາສະບັບນີ້ແມ່ນຄຳຮຽກຮ້ອງ “ປຸກລຸກ” ເອີລົບ ໃນການລົງນາມສັນຍາ FTA ສະບັບຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ