EU ຈັດຕັ້ງການຝຶກຊ້ອມກ່ຽວກັບການປ້ອງກັນຄວາມປອດໄພເຄືອຂ່າຍອິນເຕີເນັດໃນວົງກ້ວາງ

   EU ຈັດຕັ້ງການຝຶກຊ້ອມກ່ຽວກັບການປ້ອງກັນຄວາມປອດໄພເຄືອຂ່າຍອິນເຕີເນັດໃນວົງກ້ວາງ - ảnh 1
(ພາບ​ປະ​ກອບ) 

(vovworld)- ວັນ​ທີ 30/10, ກວ່າ 200 ອົງ​ການ ແລະ ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ 400 ຄົນ​ທີ່​ມາ​ຈາກ 29 ປະ​ເທດ​ເອີ​ລົບ ໄດ້​ເຂົ້າ​ຮ່ວມການ​ຝຶກ​ຊ້ອມ​ກ່ຽວ​ກັບ​ສະ​ພາ​ວະ​ສຸກ​ເສີນ ທີ່​ມີ​ຊື່​ວ່າ Cyber Europe de 2014, ໂດຍ​ອົງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ຂໍ້​ມູນ​ຂ່າວ​ສານ​ເອີ​ລົບ (ENISA) ເປັນ​ຜູ້​ຈັດ​ຕັ້ງ. ມີ​ເກືອບ 200 ກໍ​ລະ​ນີ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ຕີ​ລາ​ຄາ​ຄວາມ​ສາ​ມາດ​ແກ້​ໄຂ​ສະ​ພາບ​ຕິດ​ຂັດ, ການ​ໂຕ້​ຕອບ​ຂອງ​ບັນ​ດາ​ອົງ​ການປ້ອງ​ກັນ​ຄວາມ​ປອດ​ໄພເຄືອ​ຂ່າຍ​ອິນ​ເຕີ​ເນັດ. ການ​ຝຶກ​ຊ້ອມ​ຖືກ​ແກ່​ຍາວ​ເປັນ​ເວ​ລາ 1 ວັນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ, ອົງ​ການ​ເອ​ກະ​ຊົນ, ບັນ​ດາ​ບໍ​ລິ​ສັດ​ສື່​ສານ, ພະ​ລັງ​ງານ, ການ​ເງິນ ແລະ ບັນ​ດາ​ນັກ​ສະ​ໜອງ​ການ​ບໍ​ລິ​ການເຄືອ​ຂ່າຍ​ອິນ​ເຕີ​ເນັດຢູ່​ເອີ​ລົບ. 

ຂ່າວ/ບົດ​ອື່ນ