IPU132 ຍູ້ແຮງການ ປະຕິບັດຄຳໝັ້ນສັນຍາເພື່ອແນໃສ່ບັນລຸໄດ້ MDGs ໃນຂົງເຂດສົ່ງເສີມສຸຂະພາບແມ່ຍິງ, ເດັກ

IPU132 ຍູ້ແຮງການ ປະຕິບັດຄຳໝັ້ນສັນຍາເພື່ອແນໃສ່ບັນລຸໄດ້ MDGs ໃນຂົງເຂດສົ່ງເສີມສຸຂະພາບແມ່ຍິງ, ເດັກ - ảnh 1
(IPU132ຍູ້​ແຮງ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​​ເພື່ອ​ແນ​ໃສ່​ບັນລຸ​ໄດ້
MDGs ​ໃນ​ຂົງ​ເຂດສົ່ງ​ເສີມ​ສຸຂະພາບ​ແມ່​ຍິງ, ​ເດັກ)


(vovworld) – “ສິດ​​ພື້ນຖານ​ກ່ຽວ​ກັບ​ການ​ສຳ​ພັດ​ກັບ​ການ​ບໍລິການ​ສາທາລະນະ​ສຸກ: ບົດບາ​ດຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍທີ່​ສຳຄັນ ​ເພື່ອ​ຮັບປະກັນສຸຂະພາບ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ”. ນັ້ນ​ແມ່ນ​ຫົວ​ຂໍ້​​ໄດ້ນຳ​ມາ​ປຶກ​ສາ​ຫາລື​ທີ່​ກອງ​ປະຊຸມ​ຂອງ​ຄະນະ​ປະຈຳກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ, ຖືກດຳ​ເນີນ​ໄປ​ໃນ​ວັນ​ທີ 31/03, ຢູ່​​ຮ່າ​ໂນ້ຍ, ​ໂດຍ​ນອນ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU 132). ນີ້​ກໍ່​ແມ່ນ​ເນື້​ອ​ໃນ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ມະຕິ​ 126 ຂອງ​ IPU ​ເມື່​ອປີ 2012. ​ວາລະ​ປຶກສາ​ຫາລື​ໄດ້​ສຸມ​ໃສ່ເຮັດ​ແຈ້ງ​ບົດບາດ​ຂອງລັດຖະສະພາ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​​ໂດຍພື້ນຖານ ​​ແນ​ໃສ່​ຮັບປະກັນການສົ່ງ​ເສີມ​ສຸຂະພາບ​​ໃຫ້ແມ່​ຍິງ ​ແລະ ​ເດັກນ້ອຍ. ບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍູ້​ແຮງ​ດ້ານ​​ໂຄສະນາ​ສື່ສານ, ລະດົ​ມ​ແຫຼ່ງການ​ເງິນ ​ແລະ ​ເລື່ອງ​ຍົກ​ອອກ​ບັນດາ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ການສົ່ງ​ເສີມ​ສຸຂະພາບ​​ໃຫ້ແມ່​ຍິງ ​ແລະ ​ເດັກນ້ອຍ. ທ່ານ​ນາງ Libby Davies, ສະມາ​ຊິກ​ສະພາ​ແຫ່ງ​ຊາດ ກາ​ນາ​ດາ, ​ເນັ້ນ​ໜັກ​ວ່າ.

     “ດ້ວຍ​ບົດບາດ​ເປັນ​ສະມາຊິກ​ລັດຖະສະພາ​, ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ໄດ້​ຄວາມ​ສຳຄັນ​ຂອງ​ການສົ່ງ​ເສີມ​ສຸຂະພາບ​​ໃຫ້ແມ່​ຍິງ ​ແລະ ​ເດັກນ້ອຍ, ຈາກ​ນັ້ນ ຍົກ​ອອກ​ຄຳ​ສະ​ເໜີ ​ແລະ ຫັນ​ເປັນ​ກົດໝາຍ​​. ຂ້າພະ​ເຈົ້າ​ຫວັງ​ວ່າ, ບັນ​ດາ​ສະມາຊິກ​ລັດຖະສະພາ​ IPU ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ ​ເພື່ອ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ກຸຸ່​ມ​ຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພິ່ນ ​ໄດ້​ຮັບ​ການ​ສົ່ງ​ເສີມ​ສຸຂະພາບ​ເປັນ​ຢ່າງ​ດີ​ທີ່​ສຸດ”.

     ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ມະຕິ 126 ຂອງ IPU, ທີ່​ວາລະ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ ສະ​ເໜີ​ໃຫ້​ລັດຖະສະພາ​ບັນດາ​ປະ​ເທດ ​ເອົາ​ໃຈ​ໃສ່​ເຖິງ​ການ​ປະກາດ​ໄຊ້, ປັບປຸງ, ​ເພີ​່ມ​ເຕີມ​ເອກະສານ​ກ່ຽວ​ຂ້ອງ​ເຖິງ​ວຽກ​ງານ​ສົ່ງ​ເສີມ​ສຸຂະພາບ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ສົ່ງ​ເສີມ​ສຸຂະພາບ​​ໃຫ້​ຜູ້​ເປັນແມ່ ​ແລະ ​ເດັກນ້ອຍ, ພ້ອມ​ທັງ​ຍູ້​ແຮງການ​ຕິດຕາມ​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ເອກະສານ​ກົດ​ໝາຍ ​ແລະ ປະກາດ​ມາດ​ຕະການ​ແກ້​ໄຂ​ນະ​ໂຍບາຍ​ສັງ​ລວມ ​ເພື່ອ​ຊຸກຍູ້​ການ​ສົ່ງ​ເສີມ​ສຸຂະພາບ​ຮອບດ້ານສຳລັບ​ຜູ້​ເປັນ​ແມ່ ​ແລະ ​ເດັກນ້ອຍ​.

         ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຈຳການ​ກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ສາກົນ, ຄະນະ​ປະຈຳ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ການ​​ເງິນ ​ແລະ ການ​ຄ້າ, ຄາດ​ວ່າ​ຈະ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ສົງຄາມ​ອີນ​ເຕີ​ແນັດ ​ແລະ ການຄຸ້ມ​ຄອງ​ແຫຼ່ງ​ນ້ຳ ກ່​ອນທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ IPU.

ຂ່າວ/ບົດ​ອື່ນ