ISຍອມຮັບໄດ້ບຸກໂຈມຕີສຳນັກງານໃຫຍ່ຂອງລັດຖະບານ Yemen

ISຍອມຮັບໄດ້ບຸກໂຈມຕີສຳນັກງານໃຫຍ່ຂອງລັດຖະບານ Yemen - ảnh 1
ISຍອມຮັບ​ໄດ້​ບຸກ​ໂຈມ​ຕີ​ສຳນັກງານ​ໃຫຍ່​ຂອງ​ລັດຖະບານ​ Yemen
(ພາບ: Reuters)


(vovworld) – ວັນ​ທີ 06/10, ກຸ່ມ​ລັດ​ສິດສລາມ IS ​ອ້າ​ງຊື່​ເອງ ​​ຍອມຮັບວ່າ ​ໄດ້​ດຳ​ເນີນ​ບັນດາ​ການບຸກ​ໂຈມ​ຕີ​​ເຮັດ​​ໃຫ້​ຫຼາຍ​ຄົນ​​ເສຍຊີວິດ ​ແລະ ຮັບ​ບາດ​​ເຈັບ​ໃນ​ວັນ​ດຽວ​ກັນ ​ແນ​ໃສ່​ໂຮງ​ແຮມ Al Qasr, ​ເຊິ່ງ​ແມ່ນ​ສະຖານ​ທີ່​ມີ​ວົງ​ການ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ Yemen ນຳ​ໃຊ້​ເປັນ​ຖານ​ທີ່​ໝັ້ນ ຢູ່​ທາງ​ທິດຕາ​ເວັນ​ຕົກ​ຊານ​ນະຄອນ Aden, ​ກໍ​ຄື​ແນ​ໃສ່​ບັນດາ​ຖານ​ທີ່ໝັ້ນຂອງ​ທະຫານ​ປະສົມ​ໂດ​ຍ ຊາ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ. ​ໃນ​ຄຳ​ຖ​ະ​ແຫຼ​ງທີ່​​​ໄດ້ລົງ​ແນ​ະນຳ​ທາງສື່ສັງຄົມ Twitter, IS ​ໄດ້​ເວົ້າ​ວ່າ ​​ໄດ້​ດຳ​ເນີນ​ບັນດາ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີ​ບ ​ແນ​​ໃສ່​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ