NATOເຫັນດີເປັນເອກະສັນດຳເນີນບັ້ນຮົບກອງທັບເຮືອຕ້ານການຄ້າມະນຸດ

NATOເຫັນດີເປັນເອກະສັນດຳເນີນບັ້ນຮົບກອງທັບເຮືອຕ້ານການຄ້າມະນຸດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg
(ພາບອິນເຕີແນັດ)

(vovworld) – ​ ໜຶ່ງ​ໃນ​ບັນດາ​ການ​ກະທຳ​ທີ່​ຂີດ​ໝາຍ​ການ​ແຊກ​ແຊງ​ເປັນ​ຄັ້ງ​ທຳ​ອິດ​ເຂົ້າວິ​ກິດ​ການ​ຊາວ​ອົບ​ພະຍົບນັ້ນ, ວັນ​ທີ 11/02, NATO ​ໄດ້​ຕົກລົງ​ຜັນ​ຂະຫຍາຍ​ບັນດາກ່ຳ​ປັ່ນ​ທະຫານ​ໄປ​ຍັງ​ທະ​ເລ Aegean ​ເພື່ອ​ຊ່ວຍ ຕວກກີ ​ແລະ ອີ​ຢິບ ຊອກ​ຈັບ​ບັນດາ​ເຄືອ​ຂ່າຍ​ອາດ​ສະ​ຍາ​ກຳ​ການຄ້າ​ມະນຸດ​ຊາວ​ລີ້​ໄພ ​ແລະ ຊາວ​ອົບ​ພະຍົບ​ເຂົ້າ ​ເອີ​ລົບ. ການ​ກະທຳ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ ​ໃນ​ການ​ປະຊຸມ​ຂັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ NATO ຢູ່ Brussels (​ແບນ​ຊິກ) ພາຍຫລັງ​ບັນດາ​ປະ​ເທດສະມາຊິກ NATO ​ແມ່ນ ​ເຢຍລະ​ມັນ, ອີ​ຢິບ ​ແລະ ຕວກກີ ສະ​ເໜີ​​ໃຫ້​ມີ​ການ​ໜູນ​ຊ່ວຍ ​ເພື່ອຮັບ​ມື​ກັບວິ​ກິດ​ການ​ຊາວ​ອົບ​ພະຍົບ​ໃຫຍ່​ທີ່​ສຸດ​ຂອງ ​ເອີ​ລົບ ນັບ​ແຕ່​ສົງຄາມ​​ໂລກ​ຄັ້ງ​ທີ 2. ຕາມ​ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg ​ແລ້ວ, ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ໄດ້​ເຮັດ​ໃຫ້​ເກີດ​ໄພ​ນາບ​ຂູ່​​ເຖິງ​ຄວາມ​ສະຫງົບ​ປອດ​ໄພສຳລັບ 28 ປະ​ເທດ​ສະມາຊິກ NATO.

        ​ແລະ​ໃນ​ວັນ​ດຽວ​ກັນ, ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ NATO ກໍ່​ເຫັນ​ດີ​ເປັນ​ເອກ​ະພາບ​ຜັນ​ຂະຫຍາຍ​ບັນດາ​ເຮືອບິນ​ສອດ​ແນມ ​ແລະ ​ກ່າວ​ເຕືອນ​ທາງ​ອາກາດ​ໂດຍ​ໄວ (AWACS) ​ໃຫ້​ແກ່ການ​ສູ້​ຮົບ​ຕ້ານ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ຊີຣີ ​ແລະ ອີຣັກ ຕາມ​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ