Nigeriaຊຸກຍູ້ການ ພົວພັນກັບອາຊຽນຢ່າງແໜ້ນແຟ້ນກ່ວາອີກ

Nigeriaຊຸກຍູ້ການ ພົວພັນກັບອາຊຽນຢ່າງແໜ້ນແຟ້ນກ່ວາອີກ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 9/5, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົ​ນ​ໃໝ່​ຂອງ Nigeria ປະ​ຈຳ ອາ​ຊຽນ Mahammad Lawal Sulaiman ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາຊຽນ ເລ​ເລືອງ​ມິງ. ທີ່​ການ​ຕ້ອນ​ຮັບ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Sulaiman ຢັ້ງ​ຢືນ​ວ່າ: Nigeria ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ແລະ ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ ອາ​ຊຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ປະ​ຊາ​ຄົມ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ (ECOWAS) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິ​ດລະ​ຫວ່າງ​ບັນ​ດາ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ໃຫ້​ຮູ້​ວ່າ: ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງວິ​ໄສ​ທັດຫຼັງ​ປີ 2015, ໃນ​ນັ້ນ​ມີ​ປັດ​ໄຈ​ສຳ​ຄັນ​ແມ່ນ​ການ​ເປີດ​ກ້​ວາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ອາ​ຊຽນ ເພື່ອ​ແນ​ໃສ່​ສ​ຳ​ພັດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃໝ່ ແລະ ບັນ​ດາ​ປະ​ເທດ​ຫາກໍ່​ພົ້​ນ​ເດັ່ນ​ຂຶ້ນ​ໃນ​ນັ້ນ​ລວມ​ມີ​ບັນ​ດາ​ປະ​ເທດຢູ່ ອາບ​ຟ​ຣີ​ກາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເຊື່ອ​ໝັ້ນ​ວ່າ: ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Sulaiman ຈະ​ມີ​ບັນ​ດາ​ຜົນ​ງານ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ Nigeria ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​​ຕ່າງ​ມີ​ຄວາມ​ສົນ​ໃຈ ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຊັບ​ພະ​ຍາ​ກອນ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ, ກໍ່​ຄື​ບັນ​ດາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ