VOVສະເໜີຕົວຊ່ອງວິທະຍຸກ່ຽວກັບສຸຂະພາບແລະສຸຂະອະນາໄມດ້ານສະບຽງອາຫານ

VOVສະເໜີຕົວຊ່ອງວິທະຍຸກ່ຽວກັບສຸຂະພາບແລະສຸຂະອະນາໄມດ້ານສະບຽງອາຫານ - ảnh 1
ພິ​ທີສະເໜີຕົວຊ່ອງວິທະຍຸກ່ຽວກັບສຸຂະພາບແລະສຸຂະອະນາໄມດ້ານສະບຽງອາຫານ

(vovworld) – ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ສຸ​ຂະ​ພາບ​ຂອງ​ຊາວ ຫວຽດ. ນັ້ນ​ແມ່ນ​ທິດ​ນຳ​ໃນ​ການ​ເຄ​ື່ອນ​ໄຫວ​ຂອງ​ຊ່ອງວິ​ທະ​ຍຸ​ກະ​ຈາຍສຽງ​ສະ​ເພາະ​ກ່ຽວ​ກັບ​ສຸ​ຂະ​ພາບ ແລະ ​ສຸ​ຂະອະ​ນາ​ໄມ​ດ້ານ​ສະ​ບຽງ​ອາ​ຫານ, ຈະ​ອອກ​ອາ​ກາດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 27/2 ຈະ​ມາ​ເຖິງ. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໂດຍ​ທ່ານ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ກາດ​ໃນ​ການ​ປະ​ຊຸມ​ຂ່າວ​​ທີ່​ດຳ​ເນີນໃນ​ຕອນ​ບ່າຍ​ວັນ​ທີ 21/2, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ຫວູ​ຫາຍ​ ໄດ້​ຢັ້ງ​ຢືນ​ວ່າ: ​ສຸ​ຂະອະ​ນາ​ໄມ​ດ້ານ​ສະ​ບຽ​ງ​ອາ​ຫານ​ນັບ​ມື້​ນັບ​ໄດ້​ກາຍ​ເປັນ​ບັນ​ຫາ​ສຳ​ຄັນ ແລະ ຈ​ຳ​ເປັນ​ໃນ​ຊີ​ວິດ​ການ​ເປັນ​ຢູ່ ​ຮຽກ​ຮ້ອງ​ໃຫ້​​ທຸກໆ​ຄົນເອົາ​ໃຈ​ໃສ່. ທ່ານ​ນາງ ເຈີ່ນ​ທິ​ຈີ, ຜູ້​ອຳ​ນວຍ​ການ​ລະ​ບົບ​ວັດ​ທະ​ນະ​ທຳ - ຊີ​ວິ​ດ​ການ​ເປັນ​ຢູ່ - ວິ​ທະ​ຍາ​ສາດ​ສຶກ​ສາ VOV2, VOV ເຊິ່ງ​ແມ່ນ​ຫົວ​ໜ່ວຍ​ປະ​ຕິ​ບັດ​ເນື້ອ​ໃນ​ຂອງ​ຊ່ອງວິ​ທະ​ຍ​ຸ​ໃໝ່​ນີ້, ໃຫ້​ຮູ້​ວ່າ:

        “ການ​ກຳ​ເນີດ​ຂອງ​ຊ່ອງວິ​ທະ​ຍຸ​ດັ່ງ​ກ່າວ ຈະ​ປະ​ກອບ​ສຽ​ງ​ເວົ້າ​ສຳ​ຄັນ, ແມ່ນເຄື່ອງ​ມືຂອງ​ລັດ​ຖະ​ບານ, ກໍ່​ຄື​​ຂອງບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ເພື່ອ​ຕ້ານ​ຄືນ​ເລື່ອງ​ຜະ​ລິດ, ປຸງ​ແຕ່ງ, ​ຈຳ​ລະ​ຈອນ​ບັນ​ດາ​ຜະ​ລິດ​ຕະ​ພັນບໍ່​​ສະ​ອາດ, ເພື່ອ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ໃນ​ແຕ່​ລະ​ຄາບ​ເຂົ້າ​ຂອງ​ປະ​ຊາ​ຊົນ.”


ຂ່າວ/ບົດ​ອື່ນ