WEFຈະສົມທົບເພີ່ມທະວີການໂຄສະນາພາບພົດຫວຽດນາມ

WEFຈະສົມທົບເພີ່ມທະວີການໂຄສະນາພາບພົດຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ
ທ່ານ Philipp Rosler, ຜູ້​ອຳ​ນວຍ​ການ WEF

(vovworld)- ວັນ​ທີ 22/7, ທ່ານ​ນາ​ຍົກ​ ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Philipp Rosler, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ WEF  ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ຂອບ​ອົກ​ຂອບ​ໃຈ​ທ່ານ Philipp Rosler ໄດ້​ສະ​ຫນັບ​ສະ​ຫນູນ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ແມ່​ຂອງ ຢູ່ ຫວຽດ​ນາມ ໃນ​ປີ 2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ WEF ຕັ້ງ​ຫນ້າ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ຊຸກ​ຍູ້​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ເພີ່ມ​ທະ​ວີ​ກາ​ນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Philipp Rosler ຢືນ​ຢັນ​ວ່າ: WEF ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ​ ເພີ່ມ​ທະ​ວີ​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ ທີ່​ບັນ​ດາ​ກອງ​ປະ​ຊຸມ​ຂອງ WEF.

ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ກໍ​ໄດ້​ຕ້ອນ​ຮັບ​ທ່ານ Philipp Rosler ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ.

ຂ່າວ/ບົດ​ອື່ນ