ActionAidຫວຽດນາມໜູນຊ່ວຍຄົນທຸກຍາກສ້າງຮູບແບບຫາເງິນລ້ຽງຊີບແບບຍືນຍົງ

ActionAidຫວຽດນາມໜູນຊ່ວຍຄົນທຸກຍາກສ້າງຮູບແບບຫາເງິນລ້ຽງຊີບແບບຍືນຍົງ - ảnh 1
(ພາບປະກອບ)

(vovworld)- ​​​ລາຍ​ການ​ ໜູນ​ຊ່ວຍການ​ພັດ​ທະ​ນາ ໂດຍ ActionAid ຫວຽດ​ນາມ (​ອົງ​ການຈັດ​ຕັ້ງ​ສາ​ກົນ​ຕ້ານ​​ຄວາມ​ອຶດ​ຫິວ​ທຸກ​ຍາກ) ໄດ້​ໃຫ້ການຊ່ວຍ​ເຫຼ​ືອ ຢູ່​ເມືອງລອງ​ຟູ໋, ແຂວງ​ຊັອກ​ຈັງ ຫາກໍ່​ໄດ້​ຮັບ​ການ​ມອບຮັບຄືນ ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ, ພາຍຫຼັງ ຮ່ວມ​ກັນພັດ​ທະ​ນາ​ເປັນ​ເວ​ລາ ກວ່າ 10 ປີ. ດ້ວຍຍອດ​ຈຳ​ນວນ​ເງິນ​ຊ່ວຍ​ເຫຼືອ ກວ່າ 18 ຕື້​ດົ່ງ, ActionAid ພ້ອມ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ອົງ​ການ, ຂະ​ແໜງ​ການ​ທ້ອງ​ຖິ່ນ ຢູ່​ເມືອງ ລອງ​ຟູ໋ ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວແທດ​ຈິງຫຼາຍ​ຢ່າງ​ທີ່​ສຸດ, ຕອບ​ສະ​ໜອງ​ບັນ​ດາ​ຄວາມ​​ຮຽກ​ຮ້ອງຕ້ອງ​ການລະ​ອຽດ ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ການ​ເຄື່ອນ​ໄຫວ​​ ຕົ້ນ​ຕໍ​ແມ່ນສຸມ​ໃສ່​ເຂົ້າ​ໃນ 6 ຂົງ​ເຂດ: ການ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ, ເພີ່ມ​ທະ​ວີ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ ຍິງ-​ຊາຍ ແລະ ສິດ​ຂອງ​ຜູ້​ຍິງ, ຍົກ​ສູງ​ເງື່ອນ​ໄຂ​ການ​ຮ່ຳ​ຮຽນ ແລະ ​ດຳ​ເນີນຊີ​ວິດ ​ຂອງ​ເດັກ​ນ້ອຍ, ຍົກ​ສູງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການອະ​ພິ​ປາຍ​ ຂອງ​ອຳ​ນາ​ດການ​ປົກທ້ອງ​ຖິ່ນ, ຝຶກ​ອົບ​ຮົມ​ ​ທັກ​ສະ​ໃນ​ການ​ປ້ອງ​ກັນ, ຕ້ານກັບ​ໄພ​ທຳ​ມະ​ຊາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປ້ອງ​ກັນຕ້ານເຊື້ອ HIV/AIDS. ທ່ານ​ຫວູ​ມິງ​ດຶກ, ຫົວ​ໜ້າ​ຫ້ອງ​ການ​ລາຍ​ການ ActionAid ຫວຽດ​ນາມ, ໃຫ້​ຮູ້​ວ່າ: ActionAid ຫວຽດ​ນາມ ​ຫວັງ​ວ່າ ບັນ​ດາ​​ຄວາມ​ຮູ້, ບົດ​ຮຽນ, ຮູບ​ແບບ​ທີ່ດີ​ ເຊິ່ງ ActionAid ຫວຽດ​ນາມ ພ້ອມ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ​ສ້າງ​ໄດ້​ຂື້​ນ​ນັ້ນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີ​ມຂະ​ຫຍາຍ ແລະ ​ທະ​ວີ​ຄູນ​ໄປ​ສູ່​ບໍ​ລິ​ເວນ​ອື່ນ, ຊ່ວຍ​​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ເມືອງ​ລອງ​ຟູ໋ ກໍ່​ຄື​ທົ່ວ​ແຂວງ​ຊັອກ​ຈັງ ​ໃຫ້ປະ​ສົບ​ຜົນ​ສ​ຳ​ເລັດ ແລະ ຍືນ​ຍົງ.

ຂ່າວ/ບົດ​ອື່ນ