ADB ຮັບຮອງເອົາບ້ວງເງິນກູ້ຢຶມ 100 ລ້ານ USD ໜູນຊ່ວຍການປັບປຸງການສົ່ງເສີມສຸຂະພາບຢູ່ເຂດປະສົບກັບຄວາມຫຍຸ້ງຍາກຂອງ ຫວຽດນາມ

(VOVWORLD) - ບ້ວງເງິນໜູນຊ່ວຍລວມມີ ບ້ວງເງິນກູ້ຢຶມນະໂຍບາຍທີ່ມີມູນຄ່າ 88,6 ລ້ານ USD, ເພື່ອແນໃສ່ໜູນຊ່ວຍງົບປະມານໃຫ້ແກ່ກະຊວງສາທາລະນະສຸກ
ADB ຮັບຮອງເອົາບ້ວງເງິນກູ້ຢຶມ 100 ລ້ານ USD ໜູນຊ່ວຍການປັບປຸງການສົ່ງເສີມສຸຂະພາບຢູ່ເຂດປະສົບກັບຄວາມຫຍຸ້ງຍາກຂອງ ຫວຽດນາມ - ảnh 1 ພາບປະກອບ

 

ວັນທີ 10 ທັນວາ, ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດຜ່ານບ້ວງເງິນອຸປະຖຳກ່ວາ 100 ລ້ານ USD ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມປະຕິຮູບຂອງລັດຖະບານ ຫວຽດນາມ ທີ່ແນໃສ່ປັບປຸງການສະໜອງການບໍລິການສາທາລະນະສຸກ ແລະ ຄຸນນະພາບບັນດາຫົວໜ່ວຍສະໜອງການບໍລິການສາທາລະນະສຸກ, ພິເສດແມ່ນບັນດາເຂດຊາຍແດນທີ່ທຸກຍາກ. ບ້ວງເງິນໜູນຊ່ວຍລວມມີ ບ້ວງເງິນກູ້ຢຶມນະໂຍບາຍທີ່ມີມູນຄ່າ 88,6 ລ້ານ USD, ເພື່ອແນໃສ່ໜູນຊ່ວຍງົບປະມານໃຫ້ແກ່ກະຊວງສາທາລະນະສຸກ ໃນຂັ້ນຕອນຜັນຂະຫຍາຍບັນດາການປະຕິຮູບທີ່ສັບສົນໃນທົ່ວປະເທດໃນບັນດາຂົງເຂດຫຼັກແຫຼ່ງຄື: ການຄຸ້ມຄອງການລົງທຶນສາທາລະນະ, ສະໜອງການບໍລິການສາທາລະນະສຸກ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານການແພດໃນເຄືອຂ່າຍສົ່ງເສີມດ້ານການແພດຂັ້ນຮາກຖານ. ພ້ອມກັນນັ້ນ, ບ້ວງເງິນຊ່ວຍເຫຼືອລ້າມີມູນຄ່າ 12 ລ້ານ USD ຈະເພີ່ມເຕີມໃຫ້ບັນດາການປະຕິຮູບນີ້ຜ່ານການທົດລອງບັນດາຮູບແບບການສະໜອງການບໍລິການການແພດຢູ່ 12 ເມືອງ ຂຶ້ນກັບ 6 ແຂວງທີ່ມີອັດຕາຄອບຄົວທຸກຍາກສູງ, ມີຊາວເຜົ່າສ່ວນໜ້ອຍຫຼາຍ ແລະ ບໍ່ໄດ້ຮັບປະກັນຄວາມໝັ້ນຄົງດ້ານການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ