ADB ແລະ ສະວິດ ອຸປະຖຳຈຳນວນເງິນ 5 ລ້ານ USD ເພື່ອພັດທະນາເຕັກໂນໂລຊີການເງິນ ຫວຽດນາມ

(VOVWORLD) - ຄາດວ່າ, ທະນາຄານສີຂຽວຈະອຸປະຖຳຈຳນວນເງິນ 11 ລ້ານ USD/ປີ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍການປ່ອຍອາຍພິດເປັນ 0 ໃນປີ 2050.
ADB ແລະ ສະວິດ ອຸປະຖຳຈຳນວນເງິນ 5 ລ້ານ USD ເພື່ອພັດທະນາເຕັກໂນໂລຊີການເງິນ ຫວຽດນາມ - ảnh 1(ພາບປະກອບ: Vietnam+)

        ວັນທີ 04 ພຶດສະພາ, ທະນາຄານພັດທະນາອາຊີ (ADB) ໃຫ້ຮູ້ວ່າ, ADB ແລະ ສະວິດ ຫາກໍ່ລົງນາມໃນຂໍ້ຕົກລົງຈຳນວນເງິນອຸປະຖຳ 5 ລ້ານ USD ເພື່ອພັດທະນາບັນດາເຕັກໂນໂລຊີການເງິນ (fintech) ຊ່ວຍແກ້ໄຂບັນຫາກວມລວມດ້ານການເງິນທີ່ຍັງຕ່ຳຢູ່ ຫວຽດນາມ, ພິເສດແມ່ນສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ແຫຼ່ງເງິນດັ່ງກ່າວ, ພ້ອມກັບບ້ວງເງິນປະກອບ 2 ລ້ານ USD ຈາກກອງທຶນ ຍີ່ປຸ່ນ ເພື່ອ ອາຊີ ແລະ ປາຊີຟິກວັດທະນາຖາວອນ ແລະ ຮັບມື ໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳ, ຈະໜູນຊ່ວຍໃຫ້ໂຄງການໜູນຊ່ວຍດ້ານເຕັກນິກ ດ້ວຍເປົ້າໝາຍເປີດກວ້າງການເງິນດິນຟ້າອາກາດ ແລະ ກວມລວມຢູ່ ຫວຽດນາມ. ການໜູນຊ່ວຍດ້ານເຕັກນິກດັ່ງກ່າວຈະຊ່ວຍໃຫ້ທະນາຄານແຫ່ງລັດ ຫວຽດນາມ ເພີ່ມທະວີກອບນິຕິກຳໃຫ້ແກ່ການເງິນດີຈີຕອນ, ສ້າງກຳລັງຄວາມສາມາດຂອງລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ໜູນຊ່ວຍບັນດາອົງການການເງິນພັດທະນາທະນາຄານດີຈີຕອນ.

        ຄາດວ່າ, ທະນາຄານສີຂຽວຈະອຸປະຖຳຈຳນວນເງິນ 11 ລ້ານ USD/ປີ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍການປ່ອຍອາຍພິດເປັນ 0 ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ