ADB ໜູນຊ່ວຍ ຫວຽດນາມ ແກ້ໄຂບັນຫາຄົມມະນາຄົມເຂດຕົວເມືອງ

ADB ໜູນຊ່ວຍ ຫວຽດນາມ ແກ້ໄຂບັນຫາຄົມມະນາຄົມເຂດຕົວເມືອງ - ảnh 1
​ພິທີ​ເຊັນ​ສັນຍາ​ກູ້​ຢືມ​ທຶນ
(ພາບ: Hoàng Tuấn/Vietnam+)

(vovworld) - ທະນາຄານ​ພັດທະນາ ອາຊີ (ADB) ​ແລະ ລັດຖະບານ ຫວຽດນາມ ຫາ​ກໍ່​ເຊັນ​ສັນຍາ​ກູ້​ຢືມ​ທຶນ​ທີ່ມີ​ມູນ​ຄ່າ 500 ລ້ານ USD ​ໃຫ້​ແກ່​ບ້ວງ​ເງິນ​ທີ 2 ຂອງ​ໂຄງການ​ລົງທຶນ​ກໍ່ສ້າງເສັ້ນທາງ​ຂົນ​ສົ່ງ​ຜູ້ໂດຍສານ​ດ້ວຍຈຳນວນ​ຫຼາຍ​​ຄວາມ​ໄວ​ສູງໃນ​​ເຂດຕົວ​ເມືອງ​ນະຄອນ ​ໂຮ່ຈີ​ມິນ ​​ເສັ້ນທາງ metro ​ເລກທີ 2 (MRT2) ​ເພື່ອ​ແກ້​ໄຂ​ຄວາມ​ຕ້ອງການ​ໃນ​ໄລຍະ​ຍາວ​​ກ່ຽວ​ກັບ​ຄົມມະນາຄົມ​ໃນ​​ເຂດ​ຕົວ​ເມືອງ ຢູ່​ນະຄອນ​ແຫ່ງ​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ ຫວຽດນາມ. ກ່າ​ວຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ຜູ້ອຳນວຍການ​ ADB ທ່ານ Tomoyuki Kimura ​ເນັ້ນ​ໜັກ​ວ່າ: ADB ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ໜູນ​ຊ່ວຍ​​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ເພື່ອ​ພັດທະນາ​ບັນດາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ໃຫ້​ເໝາ​ະສົມ ​​ແນ​ໃສ່​ຮັບປະກັນ​​ໃຫ້​ແກ່​ການ​ເຕີບ​ໂຕ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ເວົ້າ​ລວມ, ກໍ່​ຄື​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ. ​ໂຄງການ MRT2 ບໍ່​ພຽງ​ແຕ່​ຫລຸດຜ່ອນ​ສະພາບ​ລົດ​ຕິດ, ອຸປະຕິ​ເຫດ ​ເທົ່າ​ນັ້ນ ຫາ​ກຍັງ ຊຸກຍູ້​ການ​ນຳ​ໃຊ້​ບັນດາ​ຍານ​ພະ​ຫະນະ​ຂົນ​ສົ່ງ​ທີ່​ມີ​ລະດັບ​ຄວາມໄວສູງ ຈຳນວນ​ຫຼາຍ ບໍ່​ປ່ອຍ Carbon, ປັບປຸງ​ຄຸນ​ນະພາ​ບອາກາດ ​ແລະ ​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແບບ​ຍືນ​ຍົງ. ​ໂຄງການ MRT ຈະ​ນຳ ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​​ພາກ​ພື້ນ​, ​ໃນ​ການ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຜ່ານ​ການ​ນຳ​ໃຊ້​ບັນດາ​ຍານພາຫະນະ​ຄົມມະນາຄົມ​ທີ່ປ່ອຍ Carbon ໜ້ອຍ.

ຂ່າວ/ບົດ​ອື່ນ