APEC 2017: ກອງປະຊຸມ SOM 2 ສືບຕໍ່ປຶກສາຫາລືບັນດາເນື້ອໃນສຳຄັນຂອງ APEC

(VOVWORLD) - ວັນທີ 18 ພຶດສະພາ, ກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM 2) ເວທີປາໄສການຮ່ວມມືດຳເນີນທຸລະກິດ ອາຊີ - ປາຊີຟິກ (APEC) ເລີ່ມກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ. 
APEC 2017: ກອງປະຊຸມ SOM 2 ສືບຕໍ່ປຶກສາຫາລືບັນດາເນື້ອໃນສຳຄັນຂອງ APEC - ảnh 1 ພາບປະກອບ

ທີ່ກອງປະຊຸມ SOM 2, ຜູ້ແທນຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ປຶກສາຫາລືເນື້ອໃນບັນດາເອກະສານສຳຄັນຂອງ APEC ໃນປີ 2017; ຜັນຂະຫຍາຍບັນດາບຸລິມະສິດຈາກໝາກຜົນຂອງກອງປະຊຸມ SOM 1 ແລະ ຂໍ້ສະເໜີກຳນົດທິດຕໍ່ໄປຂອງກອງປະຊຸມ SOM 3, ໝາກຜົນຂອງການໂອ້ລົມສົນທະນາຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາບັນຫາອື່ນໆຂອງ APEC. ພາຍຫຼັງວາລະປະຊຸມຄັ້ງຕ່າງໆ ຈະຈັດການປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມ SOM2.

        ແລະກໍ່ໃນວັນທີ 18 ພຶດສະພາ, ການເສັງພັດທະນາຊອບແວ APEC ໄດ້ປຸກລະດົມຕາມຂໍ້ລິເລີ່ມຂອງເວທີປາໄສ APEC. ນີ້ແມ່ນການເຄື່ອນໄຫວໂດຍ ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ກອງທຶນອາຊີ ແລະ Google ສົມທົບກັນຈັດຕັ້ງໃນຂອບເຂດບັນດາເຫດການມຸ່ງໄປເຖິງກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບການຄ້າຄັ້ງທີ 23 (MRT 23) ໃນວັນທີ 20 -21 ພຶດສະພາ ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ