APEC: ສືບຕໍ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມ SOM2

(VOVWORLD) - ໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM2) APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 10/5, ຢູ່ຮ່າໂນ້ຍໄດ້ສືບຕໍ່ດຳເນີນບັນດາກອງປະຊຸມກ່ຽວກັບການຂຸດຄົ້ນແຮ່ທາດ, ຄົນພິການ, ນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ, ພ້ອມກັນນັ້ນ ກໍ່ເລີ່ມດຳເນີນກອງປະຊຸມຂອງກຸ່ມຄູ່ເຈລະຈາກ່ຽວກັບອຸດສາຫະກຳລົດໂອໂຕ. 
APEC: ສືບຕໍ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມ SOM2  - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ບັນດາກອງປະຊຸມໂດຍບັນດາກະຊວງ, ຂະແໜງການຂອງຫວຽດນາມເປັນປະທານຄື: ກະຊວງແຜນການ ແລະ ການລົງທຶນ ເປັນປະທານກອງປະຊຸມ ກຸ່ມປະຕິບັດງານກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ກຸ່ມເພື່ອນມິດກ່ຽວກັບຄົນພິການ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເປັນປະທານກອງປະຊຸມ ກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ການພັດທະນາ. ບັນດາຜູ້ແທນໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ກໍ່ຄືບັນດານະໂຍບາຍສ້າງເງື່ອນໄຂສະດວກໃຫ້ແມ່ຍິງເຂົ້າຮ່ວມວິວັດທະນາການເຊື່ອມໂຍງເຂົ້າກັບສາກົນໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ. ກອງປະຊຸມ SOM2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນກອງປະຊຸມທີ່ມີຂອບຂະໜາດໃຫຍ່ຄັ້ງທີ 2 ຂອງປີ APEC 2017 ເພື່ອແນໃສ່ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືຫຼັກແຫຼ່ງຂອງ APEC ແລະ ບັນດາບຸລິມະສິດທີ່ໄດ້ຮັບຮອງເອົາທີ່ກອງປະຊຸມ SOM 1; ພ້ອມທັງເຫັນດີເປັນເອກະພາບມຸ່ງໄປເຖິງການສ້າງບັນດາເອກະສານຍື່ນສະເໜີຕໍ່ການນຳຂັ້ນສູງໃນເດືອນ 11/2017 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ 2017 ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ