ARF 25: ມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດເພື່ອສະກັດກັ້ນໂຕ້ຕອບກັບສິ່ງທ້າທາຍ

(VOVWORLD) - ບັນດາລັດຖະມົນຕີບັນລຸໄດ້ຄວາມເຫັນດີກ່ຽວກັບມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການທູດເພື່ອສະກັດກັ້ນ ແລະ ເພີ່ມທະວີການຮ່ວມມືເພື່ອໂຕ້ຕອບກັບສິ່ງທ້າທາຍພວມພົ້ນເດັ່ນຂຶ້ນໃນປະຈຸບັນ
ARF 25: ມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດເພື່ອສະກັດກັ້ນໂຕ້ຕອບກັບສິ່ງທ້າທາຍ - ảnh 1 ບັນດາເຈົ້າໜ້ທີ່ເຂົ້າຮ່ວມກອງປະຊຸມ

ກອງປະຊຸມເວທີປາໄສຄວາມໝັ້ນຄົງພາກພື້ນ ARF ຄັ້ງທີ 25 ແມ່ນການເຄື່ອນໄຫວສຸດທ້າຍໃນບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ສິງກະໂປ ໄດ້ສິ້ນສຸດລົງເມື່ອວັນທີ 4 ສິງຫາ. ບັນດາລັດຖະມົນຕີບັນລຸໄດ້ຄວາມເຫັນດີກ່ຽວກັບມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການທູດເພື່ອສະກັດກັ້ນ ແລະ ເພີ່ມທະວີການຮ່ວມມືເພື່ອໂຕ້ຕອບກັບສິ່ງທ້າທາຍພວມພົ້ນເດັ່ນຂຶ້ນໃນປະຈຸບັນ. ບັນດາບັນຫາເຄັ່ງຮ້ອນຄືການຂັດແຍ້ງກັນດ້ານການຄ້າ, ສະພາບການໃນແຫຼມ ເກົາຫຼີ ຫຼື ບັນຫາທະເລຕາເວັນອອກ ລ້ວນແຕ່ໄດ້ນຳມາປຶກສາຫາລືຢ່າງກົງໄປກົງມາ ແຕ່ບໍ່ເກີດຄວາມເຄັ່ງຕຶງຫຼາຍ.

        ບັນຫາໜຶ່ງທີ່ໄດ້ນຳມາປຶກສາຫາລືຫຼາຍທີ່ກອງປະຊຸມ ARF ແມ່ນບັນດານະໂຍບາຍອາລັກຂາການຄ້າພວມກັບຄືນມາໄດ້ເປັນການກໍ່ໃຫ້ເກີດສິ່ງກີດຂວາງຕໍ່ບັນດາຄວາມມານະພະຍາຍາມໃນການຄ້າເສລີທົ່ວໂລກ. ບັນດາລັດຖະມົນຕີສະແດງທັດສະນະທີ່ກອງປະຊຸມ ARF ຄັ້ງນີ້, ເຫັນດີເປັນເອກະພາບຖືວ່າ ການຫັນການຄ້າເປັນເສລີຍັງແມ່ນທ່າອ່ຽງຂອງເສດຖະກິດທົ່ວໂລກທີ່ບໍ່ສາມາດຕ່າວປິ້ນໄດ້.

        ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ປະເທດຕ່າງໆລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຖືວ່າ ນີ້ແມ່ນຜົນປະໂຫຍດລວມຂອງທຸກໆປະເທດ. ບັນດາລັດຖະມົນຕີຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ, ລະງັບໃຈ, ບໍ່ມີການກະທຳພຽງລຳພັງຝ່າຍດຽວ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ໃຊ້ກຳລັງການທະຫານ ແລະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ແລະ ຊຸກຍູ້ວິວັດການເຈລະຈາກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.

        ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການ ARF ກ່ຽວກັບການຮ່ວມມືກູ້ໄຟກູ້ຊີບ, ບັນຊີລາຍຊື່ບັນດາການເຄື່ອນໄຫວຂອງ ARF ໃນໄລຍະ 2018 – 2019 ແລະ ບັນດາແຜນການປະຕິບັດງານ ARF ກ່ຽວກັບຄວາມໝັ້ນຄົງທາງທະເລ ແລະ ການກູ້ໄພກູ້ຊີບໄລຍະ 2018 – 2020.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ