EU ວາງ​ຈຸດໝາຍ​ເຊັນ FTA ກັບ ASEAN

EU ວາງ​ຈຸດໝາຍ​ເຊັນ FTA ກັບ ASEAN - ảnh 1

FTA logo

(ພາບ:transit-safety.volpe.dot.gov)

( vovworld ) –   ທີ່ພິທີ​ໄຂ​ກອງ​ປະຊຸມ​ວິ​ສາ​ຫະກິດ​ສະຫະ​ສະມາ​ຊົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງໃຕ້ (ASEAN)-ສະຫະພາບ​ເອີ​ລົບ (EU) ຢູ່​ນະຄອນຫຼວງ​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ​ ເມື່ອ​ວັນ​ທີ 1/4, ​ທ່ານ Karel De Gucht ກຳມະການ​ການ​ຄ້າ​ຂອງ EU ​ໄດ້​ໃຫ້​ຄຳໝັ້ນສັນຍາຈະ​ຊຸກຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະຫວ່າງ EU ​ແລະ ASEAN ​ໃນ​ສະພາບ​ການ​ເກີດ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ ຢາກ​ດຳ​ເນີນ​ການເຈລະຈາສັນຍາ​ການ​ຄ້າ​​ເສລີ (FTA)​ ກັບ​ບັນດາ​ປະ​ເທດ ASEAN. ທີ່​ກອງ​ປະຊຸມ​ວິ​ສາ​ຫະກິດ  EU-ASEAN ຈັດ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ​ເສດຖະກິດ  ​ ASEAN-EU, ທ່ານ Karel De Gucht ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ແທນ​ຈົ່ງ​ບັນລຸ​ຄວາມກ້າວໜ້າອັນ​ລະອຽດ​ໃຫ້​ແກ່ FTA ລະຫວ່າງ​ສອງ​ກຸ່ມ. ​ໄປຄຽງ​ຄູ່​ກັນນັ້ນ, ທ່ານ Karel De Gucht ກໍປະກາດ​ວ່າ ​ໃນ​ອະນາຄົດ,  EU ຈະ​ດຳ​ເນີນ​ການ​ເຈລະຈາ​ກັບ​ຫວຽດນາມ ກ່ຽວ​ກັບ​ສັນຍາ​ການ​ຄ້າ​ສອງ​ຝ່າຍ. ທ່ານ Karel De Gucht ກຳມະການ​ການ​ຄ້າ​ຂອງ EU ​ແລະ​ ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ຊື່​ງລວມມີ​ບັນດາ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຈລະຈາ​ຄັ້ງຕ່າງໆ​ກ່ຽວ​ກັບ FTA ​ໃນ​ອະນາຄົດ. ປະຈຸ​ບັນ, ASEAN ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫ່ຍອັນ​ດັບ 3 ຂອງ EU ດ້ວຍ​ວົງ​​ເງິນ​ແລກປ່ຽນ​ສິນຄ້າ ​ແລະ​ ການ​ບໍລິການ​ແຕ່ລະ​ປີ​ບັນລຸ​ກ່ວາ 233 ຕື້ USD, ​ໃນ​ຂະນະ​ທີ່ EU ​ແມ່ນ​ຄູ່​ຄ້າ​ລາຍໃຫ່ຍອັນ​ດັບ​ທີ 2 ຂອງ ASEAN .

 

 

ຂ່າວ/ບົດ​ອື່ນ