EU ສ້າງກອງ​ທຶນ​ປ້ອງ​ກັນ​ຊາດທີ່​ມີ​ທຶນ​ຈຳ​ນວນ​ເກືອບ 200 ລ້ານ USD

(VOVWORLD) -   ວັນທີ 12 ມັງກອນ, ຄະນະກຳມະການເອີຣົບ (EC) ແລະ ກອງທຶນລົງທຶນເອີຣົບ (EIF) ໄດ້ປະກາດສ້າງຕັ້ງກອງທຶນຫຸ້ນສ່ວນ ທີ່ມີມູນຄ່າ 175 ລ້ານ ເອີໂຣ (191,57 ລ້ານ USD) ເພື່ອຊຸກຍູ້ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

  ກອງທຶນໃໝ່ດັ່ງກ່າວ ມີຊື່ເຕັມວ່າ ກອງທຶນຫຸ້ນສ່ວນປ້ອງກັນຊາດ (DEF), ວາງເປົ້າໝາຍລະດົມໄດ້ທຶນປະມານ 500 ລ້ານ ເອີໂຣ ຜ່ານການດຶງດູດທຶນຈາກບັນດາກອງທຶນລົງທຶນເອກະຊົນ ແລະ ກອງທຶນຮ່ວມຫຸ້ມລົງທຶນໂຄງການ start up. ໃນ 4 ປີຂ້າງໜ້າ, DEF ຈະສຸມໃສ່ບັນດາໂຄງການພັດທະນາເຕັກໂນໂລຢີການໝູນໃຊ້ໃນຂົງເຂດພົນລະເຮືອນ ແລະ ປ້ອງກັນຊາດ.

        ການສ້າງຕັ້ງກອງທຶນຫຸ້ນສ່ວນປ້ອງກັນຊາດ ແມ່ນສ່ວນໜຶ່ງຂອງຄວາມມານະພະຍາຍາມ ຂອງ ສະຫະພາບເອີຣົບ (EU), ເພື່ອແນໃສ່ເພີ່ມທະວີບົດບາດໃນການຕັດສິນນະໂຍບາຍປ້ອງກັນຊາດ ແລະ ຄວບຄຸມການເຄື່ອນໄຫວການລົງທຶນ, ດຳເນີນທຸລະກິດໃນຂົງເຂດນີ້ ໃນກໍລະນີເກີດບັນດາຄວາມສ່ຽງດ້ານຄວາມໝັ້ນຄົງພາຍໃນ ກໍຄື ບັນດາການປະທະກັນປະກອບອາວຸດຢູ່ບັນດາບໍລິເວນຕິດກັບ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ