EU ໃຫ້​ຂໍ້​ສັງ​ເກດ​ວ່າ: ຫຼັກ​ໝັ້ນ​ຂອງ​ອັງ​ກິດ​ ​ຍາກ​ທີ່​ຈະນຳ​​ເອົາວິ​ທີ​ການ​ແກ້​ໄຂມາ​ໃຫ້​ Brexit

(VOVWORLD) - ທ່ານ Barnier ຊີ້ແຈ້ງວ່າ ດ້ວຍທັດສະນະໃນປັດຈຸບັນຂອງອັງກິດ, ເພື່ອຊອກຫາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ ແລະ ຖືກຕ້ອງຕາມກົດໝາຍເຊິ່ງຕອບສະໜອງໄດ້ທຸກໆເປົ້າໝາຍຂອງມາດຕາ ກີດຂວາງ ແມ່ນຍາກທີ່ສຸດ. 
EU ໃຫ້​ຂໍ້​ສັງ​ເກດ​ວ່າ: ຫຼັກ​ໝັ້ນ​ຂອງ​ອັງ​ກິດ​ ​ຍາກ​ທີ່​ຈະນຳ​​ເອົາວິ​ທີ​ການ​ແກ້​ໄຂມາ​ໃຫ້​ Brexit - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບເອີລົບ (EU) ຮັບຜິດຊອບບັນຫາ Brexit (ພາບ: THX/TTXVN) 

ກ່າວຄຳເຫັນພາຍຫຼັງການເຈລະຈາກັບທ່ານ Keiko Mass ລັດຖະມົນຕີການຕ່າງປະເທດເຢຍລະມັນໃນວັນທີ 23 ກັນຍາ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບເອີລົບ (EU) ຮັບຜິດຊອບບັນຫາ Brexit ຖືວ່າ ທັດສະນະໃນປັດຈຸບັນຂອງ ລອນດອນບໍ່ມີບໍ່ວ່າ ພື້ນຖານໃດເພື່ອບັນລຸໄດ້ຂໍ້ຕົກລົງ ກ່ຽວກັບເລື່ອງອັງກິດຖອນຕົວອອກຈາກ EU.

        ລາຍລະອຽດແມ່ນ ຕາມທ່ານ Barnier ຊີ້ແຈ້ງວ່າ ດ້ວຍທັດສະນະໃນປັດຈຸບັນຂອງອັງກິດ, ເພື່ອຊອກຫາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ ແລະ ຖືກຕ້ອງຕາມກົດໝາຍເຊິ່ງຕອບສະໜອງໄດ້ທຸກໆເປົ້າໝາຍຂອງມາດຕາ ກີດຂວາງ ແມ່ນຍາກທີ່ສຸດ. ຕາມທ່ານແລ້ວ, ປັດຈຸບັນ, ສອງຝ່າຍບໍ່ມີບ່ອນອີງໃດເພື່ອບັນລຸໄດ້ຂໍ້ຕົກລົງ. ເຖິງຢ່າງໃດກໍ່ຕາມ, EU ຍັງຊັ່ງຊາການເຈລະຈາ, ກໍ່ຄືຊຸກຍູ້ ແລະ ຮັບຟັງແນວຄິດໃໝ່ຂອງອັງກິດກ່ຽວກັບການພົວພັນໃນອະນາຄົດລະຫວ່າງສອງຝ່າຍ. ທ່ານເນັ້ນໜັກວ່າ ວິທີການແກ້ໄຂສະພາບຈົນຕາແຈໃນປັດຈຸບັນແມ່ນຂຶ້ນກັບລອນດອນ.

ຕອບກັບ

ຂ່າວ/ບົດ​ອື່ນ