Festival ອາຊີບພື້ນເມືອງ ເຫ້ວ ຄັ້ງທີ 9 ປີ 2023 ຈັດຂຶ້ນແຕ່ວັນທີ 28 ເມສາ ຫາວັນທີ 05 ພຶດສະພາ

(VOVWORLD) -ເຂດຫຼັກຂອງ Festival ຈັດຂຶ້ນຢູ່ລຽບຕາມ 2 ຝັ່ງແມ່ນ້ຳ ເຮືອງ ແລະ ຫຼາຍເຂດອື່ນໃນບໍລິເວນນະຄອນ ເຫ້ວ.
Festival ອາຊີບພື້ນເມືອງ ເຫ້ວ ຄັ້ງທີ 9 ປີ 2023 ຈັດຂຶ້ນແຕ່ວັນທີ 28 ເມສາ ຫາວັນທີ 05 ພຶດສະພາ - ảnh 1Festival ອາຊີບພື້ນເມືອງ ເຫ້ວ ປີ 2023 ຈະໄຂຂຶ້ນໃນຕອນຄ່ຳວັນທີ 28 ເມສາ
(ພາບປະກອບ)

        Festival ອາຊີບພື້ນເມືອງ ເຫ້ວ ປີ 2023 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງອາຊີບພື້ນເມືອງ ຫວຽດນາມ” ຄັ້ງທີ 9 ຈະໄຂຂຶ້ນໃນຕອນຄ່ຳວັນທີ 28 ເມສາ ແລະ ອັດລົງໃນຕອນຄ່ຳວັນທີ 05 ພຶດສະພາ.

        ເຂດຫຼັກຂອງ Festival ຈັດຂຶ້ນຢູ່ລຽບຕາມ 2 ຝັ່ງແມ່ນ້ຳ ເຮືອງ ແລະ ຫຼາຍເຂດອື່ນໃນບໍລິເວນນະຄອນ ເຫ້ວ. Festival ຈະວາງສະແດງ, ເຮັດ ແລະ ແນະນຳບັນດາຜະລິດຕະພັນຫັດຖະກຳພື້ນເມືອງຂອງບັນດານະຄອນສາກົນ; ບັນດາຜະລິດຕະພັນພື້ນເມືອງ ແລະ ໝູ່ບ້ານອາຊີບພື້ນເມືອງ ເຫ້ວ ແລະ ບາງທ້ອງຖິ່ນດີເດັ່ນພາຍໃນປະເທດ. ໃນຂອບເຂດ Festival ຍັງຈັດງານບຸນອາຫານຫານກິນ, ພົບປະແລກປ່ຽນວັດທະນະທຳ - ສິລະປະ. ທ່ານ ເຈືອງດິ່ງແຫ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ, ແຂວງ ເທື່ອທຽນ ເຫ້ວ, ໃຫ້ຮູ້ວ່າ:

        “ຜ່ານການຈັດ Festival ນີ້, ຄະນະກຳມະການປະຊາຊົນນະຄອນ ເຫ້ວ ປາດຖະໜາຢາກຟື້ນຟູ  ແລະ ພັດທະນາບັນດາໝູ່ບ້ານອາຊີບພື້ນເມືອງ ເຫ້ວ ພາຍຫຼັງການຈັດ Festival ແຕ່ລະຄັ້ງ. ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຍົກສູງຄຸນຄ່າຜະລິດຕະພັນ ຕິດພັນກັບການພັດທະນາການທ່ອງທ່ຽວ, ການບໍລິການ. ສຸມໃສ່ພັດທະນາບັນດາຜະລິດຕະພັນຫັດຖະກຳອຸດສາຫະກຳຂະໜາດນ້ອຍ ຕິດພັນກັບການພັດທະນາຂະແໜງອາຊີບຊົນນະບົດ ແລະ ໝູ່ບ້ານອາຊີບ, ສ້າງເງື່ອນໄຂໜູນຊ່ວຍນັກສິລະປິນ, ໝູ່ບ້ານອາຊີບມີເງື່ອນໄຂຟື້ນຟູ ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ