Fitch ຍົກ​ອັນ​ດັບ​ຄວາມ​​ໄວ້​ເຊື້ອ​ເຊື່ອ​ໃຈ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ

(VOVWORLD) - ວັນທີ 8 ທັນວາ, ອົງການຈັດອັນດັບຄວາມໄວ້ເຊື້ອເຊື່ອໃຈ Fitch Ratings (Fitch) ໄດ້ຍົກ ຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຂຶ້ນລະດັບ BB+ ດ້ວຍແງ່ຫວັງ “ມີສະຖຽນລະພາບ”.
Fitch ຍົກ​ອັນ​ດັບ​ຄວາມ​​ໄວ້​ເຊື້ອ​ເຊື່ອ​ໃຈ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

Fitch ໄດ້ຕີລາຄາວ່າ ບັນດາສິ່ງທ້າທາຍຕໍ່ພື້ນຖານເສດຖະກິດຈາກຄວາມຫຍຸ້ງຍາກໃນຕະຫຼາດອະສັງຫາລິມະຊັບ, ຄວາມຕ້ອງການທົ່ວໂລກຖືກຊຸດໂຊມຈະກໍ່ຜົນກະທົບ ຕໍ່ແງ່ຫວັງເສດຖະກິດມະຫາພາກໃນໄລຍະກາງ. ຄວາມສາມາດບົ່ມຊ້ອນດ້ານນະໂຍບາຍອຸດົມສົມບູນ ໄດ້ປະກອບສ່ວນເຂົ້າໃນການຄວບຄຸມຄວາມສ່ຽງໃນໄລຍະສັ້ນ. ໜິ້ລັດຖະບານ ໄດ້ຄາດວ່າ ຈະສືບຕໍ່ຮັກສາຢູ່ລະດັບຕ່ຳກ່ວາເມື່ອທຽບໃສ່ກັບບັນດາປະເທດ ມີອັນດັບຄວາມໄວ້ເນື້ອເຊື່ອໃຈເທົ່າກັນ. ໃນໄລຍະກາງ, Fitch ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ປະມານ 7% ດ້ວຍກຳລັງໜູນໃນການເຕີບໂຕຈາກແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງແຮງ ແລະ ແຫຼ່ງແຮງງານທີ່ອຸດົມສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ