IMF ກ່າວເຕືອນເສດຖະກິດໂລກຍັງບໍ່ທັນຟື້ນຟູຢ່າງສິ້ນເຊິງ

(VOVWORLD) -ບັນດາປະເທດສະມາຊິກກອງທຶນເງິນຕາສາກົນ (IMF) ຊົມເຊີຍທ່າອ່ຽງກ້າວຂຶ້ນຂອງການເຄື່ອນໄຫວເສດຖະກິດທົ່ວໂລກ, 

ແຕ່ກ່າວເຕືອນວ່າ ເສດຖະກິດໂລກຍັງບໍ່ທັນຟື້ນຟູຢ່າງສິ້ນເຊິງ ຍ້ອນໄພເງິນເຟີ້ຕ່ຳ ແລະ ຄວາມສ່ຽງຈາກພູມສາດການເມືອງ. ຖະແຫຼງການໄດ້ຍົກອອກໃນວັນທີ 14 ຕຸລາ ຈາກຄະນະກຳມະການການເງິນ ແລະ ເງິນຕາສາກົນ (IMFC) ພາຍຫລັງກອງປະຊຸມກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ປະຈຳປີ ດຳເນີນຢູ່ ວໍຊິງຕັນ ສະຫະລັດ ອາເມລິກາ, ເນັ້ນໜັກເຖິງແງ່ຫວັງເຕີບໂຕທົ່ວໂລກພວມກາຍເປັນໝັ້ນຄົງ ໂດຍອີງໃສ່ປະລິມານອຸດສາຫະກຳ, ການລົງທຶນ ແລະ ການຄ້າເພີ່ມຂຶ້ນ. IMFC ກ່າວເຕືອນວ່າ ບັນດານັກວາງແຜນນະໂຍບາຍບໍ່ຄວນ “ເພິ່ງພໍໃຈ” ເມື່ອຫລາຍປະເທດພວມປະເຊີນໜ້າຕໍ່ບັນດາສິ່ງທ້າທາຍໃໝ່ກ່ຽວກັບການເຕີບໂຕ, ໃນນັ້ນ ມີການບຸກໂຈມຕີທາງອິນເຕີແນັດ, ການປ່ຽນແປງຂອງດິນຟ້າອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ