IMF,WB ແລະ WTO ຮຽກຮ້ອງໂລກຊຸກຍູ້ການຄ້າເປີດ

IMF,WB ແລະ WTO ຮຽກຮ້ອງໂລກຊຸກຍູ້ການຄ້າເປີດ - ảnh 1
ຜູ້​ອຳ​ນວຍ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ  Christine Lagarde ທີ່​ເຫດ​ການ​ໜຶ່ງ​ຢູ່ ວ​ໍ​ຊີງ​ຕັນ ໃນ​ວັນ​ທີ 7/3
(ພ​າບ: AFP/TTXVN)

(vovworld) - ​​​ບັນ​ດາ​ລະ​ບອບ​ການ​ເງິນ​ທົ່ວ​ໂລກ ໄດ້​ອອ​ກ​ສ​ຽງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໂລກ​ຜັນ​ຂະ​ຫຍາຍມາດ​ຕະ​ການ​ຕ່າງໆເພື່ອ​ແນ​ໃສ່​ຊຸກ​ຍູ້​ພື້ນ​ຖານ​ການ​ຄ້າ​ເປີດ. ໃນ​ບົດ​ລາຍ​ງານ​ຮ່ວມ​ປະ​ກາດ​ເມື່ອ​ວັນ​ທີ 10/4, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ທະ​ນາ​ຄານ​ໂລກ (WB) ແລະ ອົງ​ການ​ການ​ຄ້າ​ໂລກ (WTO) ​ໃຫ້​ຂໍ້​ສັງ​ເກດ​ບົດ​ບາດ​ຂອງ​ການ​ຄ້າ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ​ແມ່ນພວມ​​ຢູ່ໃນ​ໄລ​ຍະ​ສຳ​ຄັນ.

        ບົດ​ລາຍ​ງານ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ປັບ​ປຸງ​ເຄືອ​ຂ່າຍ​ຮັບ​ປະ​ກັນ​ຊີ​ວິ​ດ​ສັງ​ຄົມ ແລະ ບັນ​ດາ​ນະ​ໂຍ​ບາຍ​ສຳ​ລັບ​ຕະ​ຫຼາດ​ແຮງ​ງານຄື ສະ​ໜອງ, ໜູນ​ຊ່ວຍ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ແລະ ບັນ​ດາ​ໂຄງ​ການ​ບຳ​ລຸງ​ສ້າງ. IMF, WB ແລະ WTO ກໍ່​ຮ​ຽກ​ຮ້ອງ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ການ​ຄ້າ​ດ້ວຍ​ວິ​ທີ​ຫລຸດ​ຜ່ອນ​ບັນ​ດາ​ຂໍ​້​ກຳ​ນົດ​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ສຳ​ລ​ັບ​ການ​ຄ້າ​ກະ​ສິ​ກຳ, ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ການ ແລະ ການ​ຄ້າ​​ດີ​ຈີ​ຕອ​ນ, ຍົກ​ລະ​ດັບ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ 2 ຝ່າຍ ແລະ ພາກ​ພື້ນ, ກໍ່​ຄື​ຫລຸດ​ຜ່ອນ​ບັນ​ດາ​ຄ່າ​ໃຊ້​ຈ່າຍ​ດັດ​ປັບ​​ການ​ຄ້າ.

ຂ່າວ/ບົດ​ອື່ນ