IOM ພ້ອມແລ້ວຈະໜູນຊ່ວຍ ຫວຽດນາມ ຍູ້ແຮງຄາດໝາຍການລົບລ້າງ ການຄ້າມະນຸດ

(VOVWORLD) - ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ມານະພະຍາຍາມ, ມີການກະທຳຕ້ານການຄ້າມະນຸດຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມການອົບພະຍົບຢ່າງຈະແຈ້ງ
IOM ພ້ອມແລ້ວຈະໜູນຊ່ວຍ ຫວຽດນາມ ຍູ້ແຮງຄາດໝາຍການລົບລ້າງ ການຄ້າມະນຸດ - ảnh 1(ພາບປະກອບ: TTXVN)

ວັນທີ 30 ກໍລະກົດ, ແມ່ນວັນ “ໂລກປ້ອງກັນ, ຕ້ານການຄ້າມະນຸດ” ແລະ ກໍ່ແມ່ນວັນ “ທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ປີ 2023 ນີ້, ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດມີຫົວຂໍ້ທີ່ວ່າ “ເປີດກວ້າງການຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

ຕາມທ່ານນາງ Park Mihyung, ຫົວໜ້າອົງການອົບພະຍົບສາກົນ (IOM) ປະຈຳ ຫວຽດນາມ ແລ້ວ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ມານະພະຍາຍາມ, ມີການກະທຳຕ້ານການຄ້າມະນຸດຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມການອົບພະຍົບຢ່າງຈະແຈ້ງ, ປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອົບພະຍົບ. ພົ້ນເດັ່ນແມ່ນການຜັນຂະຫຍາຍລາຍການແຫ່ງຊາດປ້ອງກັນ, ຕ້ານການຄ້າມະນຸດໄລຍະ 2021 – 2025, ວິໄສທັດຮອດປີ 2030, ລວມມີບັນດາມາດຕະການແກ້ໄຂ, ໜ້າທີ່ໃໝ່ໃນການປ້ອງກັນ, ຕ້ານການຄ້າມະນຸດໃນທຸກຂົງເຂດ.

ໃນໄລຍະຈະມາເຖິງ, ຜູ້ຕາງໜ້າ IOM ຫວຽດນາມ ຢືນຢັນວ່າ, IOM ພ້ອມແລ້ວຈະໜູນຊ່ວຍລັດຖະບານ ຫວຽດນາມ ແລະ ບັນດາຄູ່ຮ່ວມມືອື່ນຍູ້ແຮງເປົ້າໝາຍລົບລ້າງການຄ້າມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ