IS ຍອມ​ຮັບ​ດຳ​ເນີນ 2 ເຫດ​ບຸກ​ໂຈມ​ຕີ​ຄັ້ງຫຼຸ້າ​ສຸດ ຢູ່ ອີ​ຣານ

(VOVWORLD) -  ລັດຖະບານ ອີຣານ ໄດ້ຖະແຫຼງວ່າ ວັນທີ 4 ມັງກອນ ແມ່ນວັນ ຈັດພິທີໄວ້ອາໄລລະດັບຊາດ ເພື່ອອາໄລຫາ ຜູ້ເສຍຊີວິດ ໃນ 2 ເຫດວາງລະເບີດດັ່ງກ່າວ.
IS ຍອມ​ຮັບ​ດຳ​ເນີນ 2 ເຫດ​ບຸກ​ໂຈມ​ຕີ​ຄັ້ງຫຼຸ້າ​ສຸດ ຢູ່ ອີ​ຣານ - ảnh 1ພາບປະກອບ: AFP/TTXVN

ວັນທີ 4 ມັງກອນ, ອົງການລັດອິດສະລາມ (IS) ຍອມຮັບວ່າໄດ້ດຳເນີນ 2 ເຫດວາງລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 100 ຄົນ ແລະ ນັບສິບຄົນຖືກຮັບບາດເຈັບ ຢູ່ພິທີ ອາໄລຫາ ນາຍພົນ Qassem Soleimani ຢູ່ ອີຣານ. ແຈ້ງການດັ່ງກ່າວໂດຍ IS ເອົາລົງ ໃນສື່ສັງຄົມ Telegram ຂອງອົງການນີ້.

ແລະກໍ່ໃນວັນດຽວກັນ, ລັດຖະບານ ອີຣານ ໄດ້ຖະແຫຼງວ່າ ວັນທີ 4 ມັງກອນ ແມ່ນວັນ ຈັດພິທີໄວ້ອາໄລລະດັບຊາດ ເພື່ອອາໄລຫາ ຜູ້ເສຍຊີວິດ ໃນ 2 ເຫດວາງລະເບີດດັ່ງກ່າວ. ວົງການເຈົ້າໜ້າທີ່ ອີຣານ ໄດ້ເອີ້ນນີ້ແມ່ນ “ເຫດບຸກໂຈມຕີ ກໍ່ການຮ້າຍ”. ໃນຂະນະນັ້ນ, ວັນທີ 4 ມັງກອນ ສະພາຄວາມໝັ້ນຄົງ ສປຊ ໄດ້ອອກຖະແຫຼງການກ່າວປະນາມ 2 ເຫດບຸກໂຈມຕີຢູ່ ອີຣານ ແລະ ຊີ້ແຈ້ງວ່າຕ້ອງເຮັດແຈ້ງຄວາມຮັບຜິດຊອບ ໃຫ້ກັບຜູ້ກໍ່ເຫດ, ຜູ້ຈັດຕັ້ງ, ສະໜອງການເງິນ ແລະ ອຸປະຖຳໃຫ້ແກ່ບັນດາການກະທຳກໍ່ການຮ້າຍທີ່ເປັນໜ້າກ່າວປະນາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ