NATO ຖະ​ແຫຼງ​ສືບ​ຕໍ່​ອຸ​ປະ​ຖຳ​ອາ​ວຸດ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) -NATO ໄດ້ເຫັນດີເປັນເອກະພາບຈະສືບຕໍ່ອຸປະຖຳທາງການທະຫານໃຫ້ແກ່ ຢູແກຼນ ລວມທັງອາວຸດປະເພດໜັກຊະນິດຕ່າງໆ ແລະ ລະບົບບຸກໂຈມຕີໄລຍະໄກ ແລະ ບ້ວງອຸປະຖຳລະອຽດ ຈະໄດ້ແຈ້ງໃຫ້ບັນດາປະເທດ NATO ຮັບຊາບໃນກອງປະຊຸມສຸດຍອດໃນທ້າຍເດືອນນີ້ ຢູ່ນະຄອນຫຼວງ Madrid, ປະເທດແອັດສະປາຍ.
NATO ຖະ​ແຫຼງ​ສືບ​ຕໍ່​ອຸ​ປະ​ຖຳ​ອາ​ວຸດ​ໃຫ້​ແກ່ ຢູ​ແກຼນ - ảnh 1ທະຫານ ຢູແກຼນ ປົດອາວຸດທີ່ໄດ້ອຸປະຖໍຳໃນເດຶອນ ກຸມພາ 2022 (ພາບ: AP)

  ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ NATO ໄດ້ໂຮມປະຊຸມໃນວັນທີ 15 ມິຖຸນາ ຢູ່ ບຣຸກແຊນ, ປະເທດ ແບນຊິກ ໄດ້ອອກຂໍ້ຕົກລົງສືບຕໍ່ອຸປະຖຳອາວຸດປະເພດໜັກໃຫ້ແກ່ ຢູແກຼນ, ໂດຍບໍ່ຫົວຊາຕໍ່ສະພາບທີ່ນັບມື້ນັບມີຫຼາຍຄຳກ່າວເຕືອນທີ່ວ່າ ເຖິງເວລາແລ້ວທີ່ບັນດາປະເທດຕ້ອງຊອກຫາມາດຕະການທາງການທູດເພື່ອຢຸດຕິສົງຄາມ.

        ກ່າວຄຳເຫັນໃນການຖະແຫຼງຂ່າວ ພາຍຫຼັງສິ້ນສຸດການໂຮມປະຊຸມດັ່ງກ່າວໃນຕອນຄ່ຳວັນທີ 15 ມິຖຸນາ ຢູ່ ບຣຸກແຊນ, ທ່ານ  Jens Stoltenberg ເລຂາທິການໃຫຍ່ NATO ໃຫ້ຮູ້ວ່າ NATO ໄດ້ເຫັນດີເປັນເອກະພາບຈະສືບຕໍ່ອຸປະຖຳທາງການທະຫານໃຫ້ແກ່ ຢູແກຼນ, ລວມທັງອາວຸດປະເພດໜັກຊະນິດຕ່າງໆ ແລະ ລະບົບບຸກໂຈມຕີໄລຍະໄກ ແລະ ບ້ວງອຸປະຖຳລະອຽດ ຈະໄດ້ແຈ້ງໃຫ້ບັນດາປະເທດ NATO ຮັບຊາບໃນກອງປະຊຸມສຸດຍອດໃນທ້າຍເດືອນນີ້ ຢູ່ນະຄອນຫຼວງ Madrid, ປະເທດແອັດສະປາຍ.

        ຕອນບ່າຍວັນທີ 15 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, Lloyd Austin ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ອຸປະຖຳບ້ວງອຸປະກອນການທະຫານໃຫ້ ຢູແກຼນ ຕື່ມອີກ ດ້ວຍມູນຄ່າ 1 ຕື້ USD.

        ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ