OPEC+ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຫຼຸດຜ່​ອນນ້ຳ​ມັນ​ລົງ 9,7 ລ້າ​ນ​ຖັງ/ວັນ​

(VOVWORLD) -ໃນວັນທີ 12 ເມສາ ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC)ເຊິ່ງລວມມີ ລັດເຊຍ ແລະ ບັນດາປະເທດຜະລິດນ້ຳມັນໄດ້ເຫັນດີເປັນເອກະພາບຈະຫຼຸດຜ່ອນປະລິມານການຜະລິດຢູ່ລະດັບສູງສະຖິຕິ, ເທົ່າກັບປະມານ 10% ແຫຼ່ງສະໜອງທົ່ວໂລກ. 
OPEC+ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຫຼຸດຜ່​ອນນ້ຳ​ມັນ​ລົງ 9,7 ລ້າ​ນ​ຖັງ/ວັນ​ - ảnh 1

ຮາກຖານຄຸດຄົ້ນນ້ຳມັນແຫ່ງໜຶ່ງຢູ່ ອາຣັບບິ ຊາອຸດິ (ພາບ: AFP/TTXVN)

ການກະທຳນີ້ໄດ້ຍົກອອກມາເພື່ອແນໃສ່ເຮັດໃຫ້ລາຄານ້ຳມັນເປັນປົກກະຕິໃນສະພາບການໂລກລະບາດ Covid – 19 ທີ່ພວມແຜ່ລະບາດນຢູ່ທົ່ວທຸກແຫ່ງໃນໂລກ.OPEC ພ້ອມກັບບັນດາປະເທດຄູ່ຮ່ວມມື ເຊິ່ງຍັງເອີ້ນວ່າ OPEC+ ໄດ້ເຫັນດີເປັນເອກະພາບຫຼຸດຜ່ອນນ້ຳມັນລົງ 9,7 ລ້ານຖັງ/ວັນ ໃນເວລາ 2 ເດືອນຈະມາເຖິງ (ນັບແຕ່ເດືອນພຶດສະພາ - ມິຖຸນາ 2020). OPEC+ ຍັງສະແດງຄວາມປາດຖະໜາຢາກໃຫ້ບັນດາຜູ້ຜະລິດນອກຈາກສະມາຊິກໃນກຸ່ມຄື ອາເມລິກາ, ການາດາ, ບຣາຊິນ ແລະ ນ໋ອກແວ ຈະຫຼຸດຜ່ອນຕໍ່ວັນລົງຕື່ມອີກ 5%, ເທົ່າກັບປະມານ 5 ລ້ານຖັງ/ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ