UNDP ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ​ແມ່​ຍິງ, ເປັນ​ຕົ້ນ​ແມ່ນ​ຄົນ​ພິ​ການ

(VOVWORLD) -ທ່ານນາງຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນທິບິກງອກ ໃຫ້ຮູ້ວ່າ: ໃນ 8 ກຸ່ມຄົນທີ່ມີຄວາມສ່ຽງສູງ ໂດຍກະຊວງແຜນການ ແລະ ການລົງທຶນອຸປະຖຳ, ມີແມ່ຍິງບາງຄົນກ້າສ້າງວິສາຫະກິດ, ເຂົ້າຮ່ວມການຜະລິດດຳເນີນທຸລະກິດ ແລະ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ
UNDP ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ​ແມ່​ຍິງ, ເປັນ​ຕົ້ນ​ແມ່ນ​ຄົນ​ພິ​ການ - ảnh 1ງານໂຮມຊຸມນຸມມິດຕິງ “ບືນຕົວຂຶ້ນ ແລະ ປະກາຍແຈ້ງມານະຈິດແຫ່ງຊີວິດ” (ພາບ: MPI)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ), ວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດງານໂຮມຊຸມນຸມມິດຕິງ ດ້ວຍຫົວຂໍ້: “ບືນຕົວຂຶ້ນ ແລະ ປະກາຍແຈ້ງມານະຈິດແຫ່ງຊີວິດ” ທີ່ສະຫງວນໃຫ້ແກ່ບັນດາ ຄົນພິການເພດຍິງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ Pauline Tamesis ຜູ້ປະສານງານປະຈຳການ ສປຊ ປະຈຳ ຫວຽດນາມ (UNDP) ຢັ້ງຢືນວ່າ UNDP ຈະຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ສືບຕໍ່ຮ່ຽງບ່າຮ່ຽງໄຫຼ່ກັບແມ່ຍິງ, ເປັນຕົ້ນແມ່ນຄົນພິການເພື່ອທຳລາຍຮົ້ວກີດຂວາງ, ຄວາມຄິດຕາຍຕົວ, ພ້ອມກັນກໍ່ສ້າງໂລກທີ່ມີຄວາມເຊື່ອມຕົວ ແລະ ຍືນຍົງໃຫ້ແກ່ໝົດທຸກຄົນ.

ສ່ວນທ່ານນາງຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນທິບິກງອກ ໃຫ້ຮູ້ວ່າ: ໃນ 8 ກຸ່ມຄົນທີ່ມີຄວາມສ່ຽງສູງ ໂດຍກະຊວງແຜນການ ແລະ ການລົງທຶນອຸປະຖຳ, ມີແມ່ຍິງບາງຄົນກ້າສ້າງວິສາຫະກິດ, ເຂົ້າຮ່ວມການຜະລິດດຳເນີນທຸລະກິດ ແລະ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ທ່ານເນັ້ນໜັກວ່າ ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ແມ່ນຈຸດພົ້ນເດັ່ນ ແລະ ຮູບແບບທີ່ປະສົບຜົນສຳເລັດຂອງວີວັດການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ທ່ານນາງ ຫງວຽນທິບິກງອກ ໃຫ້ຮູ້ວ່າ: ປະຊາຄົມຜູ້ທີ່ມີຄວາມສ່ຽງສູງ ບໍ່ພຽງແຕ່ແມ່ນສ່ວນໜຶ່ງຂອງສັງຄົມ ເທົ່ານັ້ນ ຫາກຍັງແມ່ນພາກສ່ວນປະກອບສ້າງຂອງແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ