UNDP ຮ​ຽກ​ຮ້ອງ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ກ່າວ​ເຕື່ອນ ໄພ​ທຳ​ມະ​ຊາດ​ໂດຍ​ໄວ ເພື່ອຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ

(VOVWORLD) - ຕອນບ່າຍວັນທີ 8 ທັນວາ, ຢູ່ຮ່າໂນ້ຍ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ຈັດການພົບປະກັບບັນດາຄູ່ຮ່ວມມືສາກົນ ໃນຂົງເຂດປ້ອງກັນ, ຕ້ານໄພທຳມະຊາດ.
UNDP ຮ​ຽກ​ຮ້ອງ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ກ່າວ​ເຕື່ອນ ໄພ​ທຳ​ມະ​ຊາດ​ໂດຍ​ໄວ ເພື່ອຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ - ảnh 1ພາບປະກອບ: TTXVN 

ທີ່ການພົບປະ, ທ່ານນາງ Ramla Al Khalidi ຫົວໜ້າອົງການຜູ້ຕາງໜ້າ ຂອງໂຄງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງກໍ່ສ້າງ ແລະ UNDP ໄດ້ສ້າງເຮືອນກ່ວາ 4000 ຫຼັງ, ປູກຝັງ ແລະ ຟື້ນຟູປ່າຊາຍເລນ 4000 ແຮັກຕາ, ປະຕິບັດຊຸດບຳລຸງສ້າງ 550 ຊຸດກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ ອີງຕາມ ປະຊາຄົມ (CBDRM) ແລະ ສະໜອງຂໍ້ມູນດິນຟ້າອາກາດໃຫ້ແກ່ ກ່ວາ 62.000 ຄອບຄົວ ຢູ່ເຂດແຄມທະເລພາກກາງ ຫວຽດນາມ. UNDP ປາດຖະໜາຢາກ ທຸກຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງເລັກນ້ອຍຈາກໄພທຳມະຊາດ ຈະຮ່ວມແຮງຮ່ວມໃຈ ແລະ ໜູນຊ່ວຍ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງການ ກ່າວເຕື່ອນໄພທຳມະຊາດໂດຍໄວ ຢູ່ ຫວຽດນາມ ເພື່ອແນໃສ່ຫຼຸດຜ່ອນຜົນເສຍຫາຍຂອງປະຊາຄົມ ໂດຍໄພທຳມະຊາດກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ